ກາຕູນຊຸດ Mobile Suit Gundam ຈະຖືກນຳມາເຮັດເປັນ Live Action ຫຼື ສະບັບທີ່ເປັນຄົນສະແດງ.
ໂດຍຂ່າວໄດ້ຖືກປະກາດຜ່ານທາງ Twitter ຂອງ Netflix ວ່າຈະມີການນຳເອົາ Gundam ມາເຮັດເປັນຮູບແບບຄົນສະແດງໂດຍໄດ້ Jordan Vogt-Robert ທີ່ໄດ້ເຄີຍສ້າງຊື່ ແລະ ຜົນງານມາແລ້ວໃນເລື່ອງ Kong: Skull Island ໂດຍໄດ້ທີມງານ Legendary Entertainment ຮ່ວມມືກັບ Sunrise Studio ຜູ້ສ້າງ Gundam ມາເຮັດການຜະລິດໃຫ້.
ສຳລັບເນື້ອເລື່ອງໃນພາກນີ້ຍັງບໍ່ໄດ້ຮັບການເປີດເຜີຍອອກມາວ່າຈະເປັນເຫດການໃນໄລຍະໃດ ອາດຈະຕ້ອງໄດ້ຕິດຕາມກັນຕໍ່ໄປ.
ຕັ້ງແຕ່ການຕູນເລື່ອງກັນດ້ຳເລີ່ມຕົ້ນອອກສາຍມາ ເທື່ອນີ້ຖືວ່າເປັນເທື່ອທຳອິດທີ່ມີການນຳມາເຮັດເປັນສະບັບຄົນສະແດງ.
ເອີ້ນໄດ້ວ່າເອົາໃຈຄົນທີ່ເປັນຜູ້ຕິດຕາມ Gundam ກັນຢ່າງຍິ່ງໃຫຍ່, ສາມາດຕິດຕາມ Gundam ໃນຮູບແບບຄົນສະແດງໄດ້ໃນໄວໆນີ້ ທາງ NETFLIX.
ຂໍຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/