ບໍລິສັດ Notpla ຄິດຄົ້ນຖົງແຈ່ວທີ່ເຮັດຈາກສາຫຼ່າຍ ກິນໄດ້-ຍ່ອຍສະຫຼາຍໄດ້ ເປັນມິດກັບສິ່ງແວດລ້ອມ


ເວລາທີ່ເຮົາຊື້ຂອງກິນ ໂດຍສະເພາະອາຫານປະເພດ Fast Food ແລະ ອາຫານທາງຝັ່ງຕາເວັນຕົກ ມັກຈະມີຖົງແຈ່ວ ຫຼື ຖົງຊອສຖົງນ້ອຍໆແຖມມານຳຕະຫຼອດ, ບາງຮ້ານກໍອາດຈະໃຫ້ເຮົາເລືອກວ່າຈະເອົາແຈ່ວ ຫຼື ບໍ່ເອົາ ແຕ່ສ່ວນໃຫຍ່ຈະໃສ່ຖົງແຈ່ວໄວ້ທາງໃນເລີຍ,​  ຮູ້ບໍ່ວ່າຖົງແຈ່ວພວກນີ້ ກາຍເປັນບັນຫາໜຶ່ງຂອງສິ່ງແວດລ້ອມໃນປັດຈຸບັນ ເປັນຂີ້ເຫຍື້ອພລາສຕິກທີ່ໃຊ້ເວລາດົນນານໃນການຍ່ອຍສະຫຼາຍ.

ໃນທີ່ສຸດ ບໍລິສັດ Notpla ກໍເຫັນເຖິງບັນຫານີ້ ແລະ ຄິດຫາວິທີແກ້ໄຂ ໂດຍການອອກແບບຖົງແຈ່ວທີ່ສາມາດກິນໄດ້ ເຮັດຈາກສາຫຼ່າຍ ສາມາດຍ່ອຍສະຫຼາຍໄດ້ທາງຊີວະພາບ ແລະ ສາມາດເອົາໄປໝັກເປັນປຸ໋ຍໄດ້ອີກດ້ວຍ.

ວິທີຂັ້ນຕອນການຜະລິດຖົງດັ່ງກ່າວແມ່ນ ເອົາສາຫຼ່າຍມາປະສົມກັບສ່ວນປະສົມຈາກພືດ ມາເຮັດເປັນຖົງໃສ່ແຈ່ວໝາກເລັ່ນ ແລະ ໃຊ້ເວລາພຽງ 6  ອາທິດໃນການຍ່ອຍສະຫຼາຍ ຕ່າງຈາກພລາສຕິກແບບເກົ່າທີ່ໃຊ້ເວລາເຖິງ 700 ປີໃນການຍ່ອຍສະຫຼາຍ.

ທາງບໍລິສັດ Notpla ບໍ່ໄດ້ຜະລິດແຕ່ຖົງໃສ່ແຈ່ວທີ່ສາມາດກິນໄດ້ເທົ່ານັ້ນ,​ ພວກເຂົາຍັງເປັນຜູ້ຜະລິດຢົດນ້ຳ Ooho ທີ່ໃຊ້ໃນງານແລ່ນມາລາທອນ, ກ່ອງເຂົ້າເຮັດຈາກສາຫຼ່າຍທີ່ຍ່ອຍສະລາຍໄດ້, ນອກຈາກນີ້ພວກເຂົາຍັງໄດ້ພັດທະນາຖົງນ້ຳໝາກໄມ້ ແລະ ຖົງແຈ່ວປະເພດອື່ນໆອີກດ້ວຍ.

ຂອບໃຈຂໍ້ມູນຈາກ: https://bit.ly/3mMn997

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/