ສະຫະລັດອາເມຣິກາສັ່ງລະງັບວັກຊີນໂຄວິດ-19 Johnson & Johnson ເນື່ອງຈາກຜູ້ສັກວັກຊີນນີ້ມີອາການເລືອດກ້າມເຖິງ 6 ລາຍ


ວັນທີ 13 ເມສາ 2021 CDC (Centers for Disease Control and Prevention) ແລະ FDA (Food and Drug Administration) ໄດ້ມີຄຳສັ່ງໃຫ້ລະງັບວັກຊີນໂຄວິດ-19 Johnson&Johnson ໃນສະຫະລັດອາເມຣິກາ ຫຼັງຈາກທີ່ມີຜູ້ໄດ້ຮັບວັກຊີນ ແລ້ວມີອາການເລືອດກ້າມຜິດປົກກະຕິ ແລະ ຕອນນີ້ກຳລັງເລັ່ງກວດສອບຜົນຂ້າງຄຽງຂອງວັກຊີນດັ່ງກ່າວອີກຄັ້ງ.

ຜູ້ປ່ວຍທີ່ມີອາການ ແມ່ນຜູ້ຍິງທີ່ມີອາຍຸລະຫວ່າງ18 ເຖິງ 48 ປີ ແລະ ເລີ່ມສະແດງອາການ 6 ຫາ 13 ມື້ ຫຼັງຈາກທີ່ສັກວັກຊີນ.

ໃນວັນທີ 11 ເມສາ ທີ່ຜ່ານມາ ທາງບໍລິສັດ Johnson&Johnson ລະບຸວ່າ ໄດ້ຮັບຮູ້ເຖິງການລາຍງານກ່ຽວກັບວັກຊີນແລ້ວ ແລະ ກຳລັງຮ່ວມມືກັບຫຼາຍພາກສ່ວນ ເພື່ອຫາຄວາມຈິງວ່າມັນເປັນຍ້ອນຫຍັງແທ້. ຢ່າງໃດກໍຕາມ ທາງບໍລິສັດຍັງຢືນຢັນວ່າ ວັກຊີນຂອງບໍລິສັດບໍ່ກ່ຽວຂ້ອງກັບຜົນຂ້າງຄຽງດັ່ງກ່າວ.

ກ່ອນໜ້ານີ້ ວັກຊີນແອສຕຣາເຊເນກາ ກໍມີກໍລະນີດຽວກັນ ເຊິ່ງຫຼາຍປະເທດກໍໄດ້ລະງັບການສັກວັກຊີນນີ້ໄປແລ້ວ ແລະ ບາງປະເທດກໍໄດ້ນຳກັບມາໃຊ້ໃໝ່ແລ້ວ.

ວັກຊີນຂອງ  Johnson&Johnson ຕ່າງຈາກວັກຊີນໂຄວິດ-19 ໂຕອື່ນ ເຊັ່ນ: ໄຟເຊີ, ໂມເດິນນາ ແລະ ແອສຕຣາເເຊເນກາ ເນື່ອງຈາກເປັນວັກຊີນທີ່ຕ້ອງສັກພຽງໂດສດຽວ ບໍ່ຕ້ອງສັກສອງໂດສຄືໂຕອື່ນ.

ຂອບໃຈຂໍ້ມູນຈາກ:
https://bit.ly/32aB8wb
https://bit.ly/3uRSObV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/