ສຸຂະພາບຮ່າງກາຍ ເປັນເລື່ອງທີ່ສຳຄັນ ແລະ ຄວນເອົາໃຈໃສ່ ພ້ອມກັບການເລືອກກິນອາການທີ່ມີປະໂຫຍດຕໍ່ຮ່າງກາຍ ໃຫ້ຫ່າງໄກຈາກພະຍາດ ໂດຍສະເພາະ ມະເຮັງ ພະຍາດທີ່ອັນຕະລາຍເຖິງຊີວິດ ເຊິ່ງພວກເຮົາສາມາດຫຼີກເວັ້ນໄດ້ ດ້ວຍການງົດ ຫຼື ຫຼຸດຜ່ອນການກິນອາຫານ 5 ຢ່າງນີ້:
- ອາຫານດອງ
ອາຫານດອງ ເປັນອາຫານທີ່ບໍ່ແມ່ນອາຫານສົດ ເຊິ່ງຕ້ອງຜ່ານຂະບວນການ ທີ່ ໃສ່ເຄມີບາງຢ່າງເພື່ອໃຫ້ອາຫານນັ້ນຢູ່ໄດ້ເປັນເວລາດົນ ນອກຈາກນັ້ນກໍຍັງມີສານ ໂຊດຽມສູງ ຫາກກິນເລື້ອຍໆເປັນປະຈຳກໍມີໂອກາດສ່ຽງເປັນມະເຮັງໄດ້.

- ອາຫານປະເພດປີ້ງ
ອາຫານທີ່ປີ້ງສຸກຈົນເກີນໄປ ຫຼື ເກີດການໄໝ້ ຫາກຮັບປະທານເປັນຈຳນວນຫຼາຍ ຈະເປັນການສະສົມສານ ໄຮໂດຣຄາບອນເຂົ້າໄປໃນຮ່າງກາຍ ເຊິ່ງເປັນສານທີ່ກໍ່ໃຫ້ເກີດມະເຮັງ.

- ອາຫານປະເພດຈືນທີ່ໃຊ້ນ້ຳມັນຊ້ຳຄືນ
ການນຳເອົານ້ຳມັນທີ່ໃຊ້ແລ້ວມາປະກອບອາຫານແມ່ນລ້ວນແຕ່ມີອັນຕະລາຍ ເພາະນອກຈາກຈະເຮັດໃຫ້ມີໄຂມັນໃນເລືຶຶອດສູງຂຶ້ນ ຍັງເຮັດໃຫ້ມີໂອກາດກໍ່ມະເຮັງ ແລະ ໂຣກຕຸ້ຍອີກດ້ວຍ.

- ອາຫານທີ່ມີໄຂມັນ ແລະ ລະດັບນ້ຳຕານສູງ
ການກິນອາຫານທີ່ມີໄຂມັນສູງ ແລະ ນ້ຳຕານສູງ ຈະເກີດໃຫ້ມີການສະສົມຂອງ ຄໍເລສໂຕຣອນທີ່ສາມາດເຂົ້າໄປທຳລາຍຮ່າງກາຍ ແລະ ເຮັດໃຫ້ລະບົບໃນຮ່າງກາຍບໍ່ສົມດຸນ ນອກຈາກນັ້ນ, ນ້ຳຕານບາງຊະນິດຍັງມີສານເຄມີ ຫາກສະສົມໃນຮ່າງກາຍຫຼາຍຈົນເກີນໄປ ກໍມີຄວາມສ່ຽງທີ່ຈະເກີດເປັນມະເຮັງໄດ້.

- ອາຫານສຳເລັດຮູບ
ອາຫານສຳເລັດຮູບເປັນອາຫານທີ່ຕ້ອງເພິ່ງພາສານກັນບູດ ເພື່ອໃຫ້ອາຫານມີອາຍຸໄດ້ດົນ ພ້ອມກັບເປັນອາຫານທີ່ມີໂຊດຽມສູງ ແລະ ບໍ່ມີປະໂຫຍດຕໍ່ຮ່າງກາຍ ຫາກຮັບປະທານເປັນປະຈຳກໍມີຄວາມສ່ຽງໄດ້ເຊັ່ນກັນ.

ທີ່ມາ: https://www.komchadluek.net/news/lifestyle/471619
ພາບ: komchadluek
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/