5 ຂໍ້ສຳຄັນຂອງສິ່ງແວດລ້ອມສຶກສາ


ການສຶກສາເປັນຮາກຖານຄວາມຮູ້ໃຫ້ແກ່ເດັກນ້ອຍໄດ້ເຕີບໃຫຍ່ຂຶ້ນ ບໍ່ວ່າຈະແນວທາງໃດກໍມີຄວາມສຳຄັນຕໍ່ການດຳລົງຊີວິດຂອງພວກເຂົາເມື່ອໃຫຍ່ຂຶ້ນມາ. ໂດຍສະເພາະໃນປັດຈຸບັນ, ບັນຫາສະພາວະໂລກຮ້ອນກຳລັງເປັນສິ່ງທີ່ທົ່ວໂລກໃຫ້ຄວາມສົນໃຈ ແຕ່ຫຼາຍຄົນກໍຍັງບໍ່ສາມາດເຂົ້າໃຈພື້ນຖານໂຄງສ້າງຂອງລະບົບນິເວດເລີຍ. ດັ່ງນັ້ນ, ການໃຫ້ສິ່ງແວດລ້ອມສຶກສາແກ່ເດັກນ້ອຍ ຈະຊ່ວຍເສີມຂໍ້ໄດ້ປຽບ 5 ຢ່າງທີ່ສຳຄັນໃຫ້ພວກເຂົາໃນອະນາຄົດໄດ້:

  1. ການຮັບຮູ້
    ການໄດ້ຮຽນຮູ້ພື້ນຖານ ແລະ ບັນຫາຕ່າງໆທີ່ກ່ຽວກັບສິ່ງແວດລ້ອມຈະຊ່ວຍໃຫ້ພວກເຂົາໄດ້ຄຳນຶງເຖິງບັນຫາໂຄງສ້າງທີ່ເປັນພາບໃຫຍ່ຂຶ້ນມາໄດ້ ບໍ່ວ່າຈະເປັນລະບົບນິເວດ, ບັນຫາໂລກຮ້ອນ, ບັນຫາການສູນພັນຂອງສັດ ແລະ ການຮັກສາພວກມັນໄປຈົນຮອດການມີສ່ວນຮ່ວມໃນອົງປະກອບຂອງຈັກກະວານ.
  1. ຄວາມຍືນຍົງ
    ສິ່ງແວດລ້ອມສຶກສາຍັງຊ່ວຍໃຫ້ພວກເຂົາເຂົ້າໃຈເຖິງຜົນກະທົບຂອງການຫາຜົນປະໂຫຍດຈາກການທຳລາຍທີ່ເກີນໄປ. ຄວາມຍືນຍົງຂອງຊັບພະຍາກອນທຳມະຊາດຈະຍັງພຽງພໍສຳລັບຄົນຮຸ່ນຫຼັງໃຫ້ສາມາດດຳລົງຊີວິດໄດ້ຫຼືບໍ່ ເມື່ອນຳໄປຄຳນວນກັບການບໍລິໂພກພວກມັນໃນປັດຈຸບັນແລ້ວ.
  1. ຜົນປະໂຫຍດຕໍ່ສຸຂະພາບ
    ສິ່ງແວດລ້ອມສຶກສາກໍຄືການໄດ້ອອກມາຮຽນຮູ້ນອກຫ້ອງຮຽນ ແລະ ການໄດ້ອອກມາສູ່ທຳມະຊາດເປັນຜົນດີຕໍ່ສຸຂະພາບເດັກນ້ອຍບໍ່ວ່າຈະທາງກາຍ ຫຼື ຈິດໃຈ. ມັນເອີ້ນວ່າການການບຳບັດດ້ວຍສິ່ງແວດລ້ອມ ຫຼື  Eco-therapy. ພວກເຂົາຈະໄດ້ຮັບການຜ່ອນຄາຍຈາກຄວາມສະຫງົບຂອງປ່າໄມ້ ໄປຈົນເຖິງການຊ່ວຍບັນເທົາອາການຊຶມເສົ້າ, ຄວາມກົດດັນ ແລະ ຮັກສາຄວາມດັນເລືອດໃຫ້ຄົງທີ່.
  1. ຈິນຕະນາການດ້ານສິລະປະ
    ທຳມະຊາດ ແລະ ສິລະປະເປັນຂອງຄູ່ກັນ. ນອກຈາກນີ້ ຕົ້ນແບບຜົນງານທີ່ສາມາດເຫັນໄດ້ເລື້ອຍໆກໍມາຈາກທຳມະຊາດ. ການໄດ້ໃຊ້ເວລາໃນທຳມະຊາດຈະຊ່ວຍເສີມສ້າງຄວາມຄິດສ້າງສັນໃຫ້ກັບເດັກນ້ອຍບໍ່ວ່າຈະເປັນການເປີດກວ້າງ, ການພັດທະນາສະມາທິ ແລະ ອາລົມໃນທາງບວກ.
  1. ຊັບພະຍາກອນພະລັງງານໝຸນວຽນ
    ສະພາວະໂລກຮ້ອນໄດ້ເຂົ້າມາທຳລາຍສິ່ງສຳຄັນຕ່າງໆຂອງພວກເຮົາໄປ ເຊິ່ງມັນກໍເກີດຈາກການກະທຳຂອງພວກເຮົາເອງ. ໜຶ່ງໃນນັ້ນກໍຄືການຜະລິດແຫຼ່ງພະລັງງານທີ່ບໍ່ສາມາດນຳກັບມາໃຊ້ໃໝ່ ບໍ່ວ່າຈະເປັນນ້ຳມັນ ແລະ ພະລັງງານເຊື້ອໄຟທີ່ເປັນມົນລະພິດຂອງໂລກ. ສິ່ງແວດລ້ອມສຶກສາຈະສອນໃຫ້ເດັກເຂົ້າໃຈເຖິງຄວາມສຳຄັນ ແລະ ນຳໃຊ້ພະລັງງານໝຸນວຽກຈາກທຳມະຊາດເຊັ່ນ: ພະລັງງານຈາກແສງອາທິດ, ພະລັງງານຈາກລົມ ແລະ ອື່ນໆ ເພື່ອຕໍ່ສູ້ກັບສະພາບການຂອງໂລກເຮົາໃນປັດຈຸບັນ.

ທີ່ມາ: https://cutt.ly/IEsxZJY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/