ວັນທີ 29 ກັນຍາ ວັນຫົວໃຈໂລກ


ວັນຫົວໃຈໂລກ ຫຼື World Heart Day ກົງກັບວັນທີ 29 ກັນຍາຂອງທຸກໆປີ ເພື່ອໃຫ້ທຸກຄົນຄຳນຶງເຖິງຄວາມສຳຄັນຂອງໂຣກຫົວໃຈ. ຈາກສະຖິຕິພົບວ່າ ປະຊາກອນທົ່ວໂລກເສຍຊີວິດຈາກການເປັນໂຣກຫົວໃຈຂາດເລືອດ ເປັນອັນດັບ 1 ເຊິ່ງມີປັດໄຈສ່ຽງໄດ້ແກ່: ໂຣກຄວາມດັນ, ໄຂມັນໃນເລືອດສູງ, ພາວະຕຸ້ຍ, ການສູບຢາສູບ, ໂຣກເບົາຫວານ, ຂາດການອອກກຳລັງກາຍ ແລະ ກຳມະພັນ. ດັ່ງນັ້ນ ຈຶ່ງມີວັນດັ່ງກ່າວຂຶ້ນ ເພື່ອໃຫ້ທຸກຄົນຫັນມາໃສ່ໃຈຫົວໃຈຕົນເອງໃຫ້ແຂງແຮງຢູ່ສະເໝີ ດ້ວຍການຮັບປະທານອາຫານທີ່ມີປະໂຫຍດ, ລົດການບໍລິໂພກນ້ຳຕານ, ລົດອາຫານທີ່ມີໄຂມັນສູງ ແລະ ລົດການກິນອາຫານແປຮູບ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/