ມາຮູ້ຈັກກັບ ແກ້ວນາຄອນ ວົງໄຊຍາ ໜຸ່ມນ້ອຍໜ້າໃສ ພະເອກຈາກຄ້າຍທາລາ


ທ້າວ ແກ້ວນາຄອນ ວົງໄຊຍາ ຫຼື ເຕີ້ຍ ປັດຈຸບັນເປັນນັກສຶກສາຂອງມະຫາວິທະຍາໄລ ໂຕນດຶງຖັງ ປະເທດຫວຽດນາມ ແລະ ເຮັດວຽກເປັນນັກສະແດງສັງກັດ ຄ້າຍ ທາລາ ອາຄາເດມີ (Tara Academy) ແລະ ຜົນງານຫຼ້າສຸດກໍແມ່ນຮັບບົດພະເອກທີ່ມີຊື່ວ່າ ຊອນນີ້ ທີ່ມາກັບມາດ ມິດໆ, ບໍ່ເວົ້າຫຼາຍ, ມີເຫດຜົນ ແລະ ມັກໃຫ້ການຊ່ວຍເຫຼືອຄົນອື່ນ ໃນຊີລີ້ My Melody ຊີຣີ້ໄວລຸ້ນໜ້າຮັກສົດໃສ ທີ່ກໍາລັງເປັນກະແສ ແລະ ປ່ອຍຜົນງານອອກມາແລ້ວ 3 ຕອນ.

ສໍາລັບນິໄສສ່ວນຕົວຂອງ ເຕີ້ຍ ແມ່ນເປັນຄົນບໍ່ເລືອກວຽກ ໃຜໂຍນຫຍັງມາກໍຮັບໝົດ ບໍ່ວ່າຈະເປັນ ຖ່າຍຮູບເງົາ, ຣີວິວ, ຮ້ອງເພງ, ຖ່າຍແບບ, ສອນກິລາ ໂດຍສະເພາະແມ່ນ ກິລາ ເທຄວັນໂດ. ເຕີ້ຍເປັນຄົນທີ່ກ້າສະແດງອອກ ຕ່າງຈາກນິໄສຕົວລະຄອນທີ່ຕົນເອງໄດ້ຮັບ, ພ້ອມກັນນັ້ນ ​ຍັງເປັນຄົນທີ່ມັກຢອກໝູ່ຄູ່ ແລະ ກໍເປັນຄົນທີ່ອັດທະຍາໄສດີ.

ເວລາວ່າງຂອງ ເຕີ້ຍ ຈະເປັນຄົນທີ່ມັກເຮັດອາຫານ, ແຕ່ງເພງ ແລະ ໃນອານາຄົດ ເຕີ້ຍຍັງມີຄວາມຝັນຄື ຢາກມີເພງເປັນຂອງຕົນເອງ, ເປັນຄົນທີ່ທຸກຄົນຮັກ ແລະ ຍອມຮັບໃນຄວາມສາມາດຂອງຕົນ.

ການເປັນນັກສະແດງ ເຮັດໃຫ້ເຕີ້ຍຮູ້ຈັກໝູ່ຄູ່ເພີ່ມຂຶ້ນ ແລະ ຍ້ອນຄວາມມັກຢອກ ມັກລົມນໍາໝູ່ ຈຶ່ງສາມາດສະໜິດສະໜົມກັນໄດ້ໄວຂຶ້ນ ໂດຍສະເພາະ ໝູ່ທີ່ເປັນນັກສະແດງນໍາກັນ ຈົນຄົນໃນກອງຂະໜານນາມວ່າ ຢູ່ຈົນຕິດກັນຄືສະກັອດທີ່ຈີກບໍ່ຂາດເລີຍ ເຊິ່ງໃນນັ້ນກໍຈະມີທັງ ເຈແປນ (ແມັກ), ​ມີມີ່ (ຟ້າ), ແມັກ (ເມົ້າ) ແລະ ເຕີ້ຍເອງ.

ສຸດທ້າຍຢາກຝາກຄໍາເວົ້າເພື່ອເປັນກໍາລັງໃຈນ້ອຍໆໃຫ້ແກ່ນ້ອງໆທີ່ຢາກເປັນນັກສະແດງ ແລະ ຜູ້ຕິດຕາມໝົດທຸກຄົນວ່າ “ຖ້າຢາກຢືນຢູ່ຈຸດທີ່ບໍ່ມີໃຜຢືນໄດ້, ກໍຕ້ອງອົດທົນກັບບັນຫາທີ່ບໍ່ມີໃຜອົດທົນໄດ້”

ສາມາດຕິດຕາມຜົນງານຂອງເຕີ້ຍໄດ້ທີ່ Facebook : Keonakhon Tay Instragram: dautay4699 ຫຼື  Keonakhon Tay YouTube: Keonakhon Tay Official

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/