ທີມຍິງ ແລະ ທີມຊາຍ ນັກເຕະສະໂມສອນ Arsenal ຄວ້າໄຊຊະນະນັດສຳຄັນ ພ້ອມກັນ!


ສຳລັບໄຊຊະນະພ້ອມກັນນີ້ ຖືວ່າເປັນອີກເລື່ອງທີ່ໜ້າຍິນດີເປັນທີ່ສຸດ ແລະ ເປັນມື້ທີ່ພາກພູມໃຈຂອງແຟນບານຂອງສະໂມສອນ Arsenal ທີ່ທັງທີມຍິງ ແລະ ທີມຊາຍ ຄວ້າໄຊໄປພ້ອມກັນ.

ໃນຄືນວັນທີ 26 ກັນຍາ 2021 ທີ່ຜ່ານມາ, ທີມຊາຍ ແລະ ທີມຍິງ ມີການແຂ່ງຂັນໃນມື້ດຽວກັນ, ເຊິ່ງທີມຊາຍຈະແຂ່ງກັບສະໂມສອນ Tottenham Hotspur ເປັນຄູ່ແຂ່ງທີ່ເໝາະສົມກັນ ເພາະທັງສອງສະໂມສອນ ຖືວ່າເປັນສະໂມສອນທີ່ໂດດເດັ່ນ ແລະ ມີນັກເຕະທີ່ເກັ່ງກ້າ. ແຕ່ການແຂ່ງຂັນກໍຈົບລົງ, ສະໂມສອນ Arsenal ເອົາຊະນະສະໂມສອນ Tottenham Hotspur ດ້ວຍປະຕູ 3-1.

ສ່ວນທາງສະໂມສອນ Arsenal FC Women ທີມຍິງ ແມ່ນແຂ່ງກັບ Manchester City Women ເປັນອີກຄູ່ທີ່ແຂ່ງກັນໃນນັດສຳຄັນ ແລະ ສົມກັບການລໍຄອຍຂອງແຟນບານທັງສອງສະໂມສອນ. ໃນການແຂ່ງຂັນ ອາເຊນໍ ເອົາຊະນະ ແມນຊິຕີ້ ດ້ວຍປະຕູ 5-0 ຊະນະ 3 ນັດຕໍ່ເນື່ອງໃນລີກລະດູການໃໝ່ ແລະ ເປັນການຊະນະ ແມນຊິຕີ້ ນັດທຳອິດຈາກ 5 ຄັ້ງ ຫຼ້າສຸດທີ່ພົບກັນກ່ອນໜ້ານີ້ແມ່ນເສຍໃຫ້ 4 ນັດ.

ໃນການໄຊຊະນະນັດສຳຄັນພ້ອມກັນແບບນີ້ ເຮັດໃຫ້ແຟນໆຕ່າງກໍດີໃຈໄປຕາມໆກັນ ແລະ ເປັນການຈົດຈຳທີ່ດີອີກນັດກໍວ່າໄດ້.

ຂອບໃຈຂໍ້ມູນຈາກ: https://bit.ly/3CJoyEi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/