ທະນາຄານກາງຈີນ ສັ່ງແບນຢ່າງເດັດຂາດ ທຸກທຸລະກຳກ່ຽວກັບ Cryptocurrency ຖືວ່າເປັນສິ່ງຜິດກົດໝາຍ


ຫຼັງຈາກທີ່ລັດຖະບານຈີນໄດ້ເຮັດຫຼາຍໆວິທີເພື່ອຫຼຸດຜ່ອນການນຳໃຊ້ ແລະ ຂຸດຄົ້ນຫຼຽນ Cryptocurrency ໃນປະເທດຕົນເອງ, ຫຼ້າສຸດ ທາງທະນາຄານກາງຂອງຈີນກໍໄດ້ອອກແຈ້ງການຂັ້ນເດັດຂາດ ວ່າການເຮັດທຸລະກຳຕ່າງໆກ່ຽວກັບ Cryptocurrency ຖືເປັນເລື່ອງທີ່ຜິດກົດໝາຍ.

ໂດຍບໍ່ວ່າຈະເປັນການ ຊື້-ຂາຍ ແລກປ່ຽນຫຼຽນທັງໝົດທີ່ເປັນຂອງ Cryptocurrency ນັ້ນເປັນສິ່ງທີ່ຜິດກົດໝາຍ, ຜູ້ທີ່ກະທຳການດັ່ງກ່າວຈະໄດ້ຮັບການສອບສວນຈາກສະຖາບັນການເງິນ ແລະ Non-Bank Payment ເຊິ່ງຈະສົ່ງຜົນໃຫ້ການເຮັດທຸລະກຳຕ່າງໆໄດ້ຮັບການລະງັບ.

ຈາກການປະກາດດັ່ງກ່າວກໍໄດ້ເຮັດໃຫ້ມູນຄ່າຂອງ Bitcoin ໄດ້ລົດລົງຫຼາຍກວ່າ 6,5% ໃນ 24 ຊົ່ວໂມງ ເຊິ່ງປັດຈຸບັນມູນຄ່າຂອງ Bitcoin ກໍເຫຼືອພຽງ 42,171 USD.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/