32 ລ້ານຢູໂຣ! ສາກົນສະໜັບສະໜູນ ສປປ ລາວ ເພື່ອປະຕິບັດຄຸ້ມຄອງປ່າໄມ້ທາງແຂວງພາກເໜືອ


ໃນວັນທີ 18 ພຶດສະພາ 2023 ທີ່ຜ່ານມາ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເປີດໂຄງການ ຈັດຕັ້ງປະຕິບັດ ການຄຸ້ມຄອງປ່າໄມ້ ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ໄລຍະ 2 (I-GFLL 2) ໂດຍການເປັນປະທານຮ່ວມຂອງ ທ່ານ ສີບຸນເຮືອງ ພັນທຸລັກ ຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍ່ແກ້ວ ແລະ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມກັນນັ້ນກໍມີ ທ່ານ ປອ ເຢນ ກະລາບິນສະກິ ຫົວໜ້າ ໂຄງການ GIZ-CliPAD/I-GFLL, ມີບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຈາກແຕ່ລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການຈັດຕັ້ງປະຕິບັດ ການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ໄລຍະ 1 (I-GFLL 1) ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢູ່ 3 ແຂວງຄື: ແຂວງໄຊຍະບູລີ, ແຂວງຫຼວງພະບາງ ແລະ ແຂວງຫົວພັນ ແຕ່ປີ 2020-2023, ເປົ້າໝາຍມີ 15 ເມືອງ 240 ບ້ານທີ່ໄດ້ຮັບຜົນປະໂຫຍດ.

ກົມປ່າໄມ້ ຮ່ວມກັບ ອົງການ GIZ ສະເໜີບົດໂຄງການ ໂຄງການການຈັດຕັ້ງປະຕິບັດ ການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ໄລຍະ 2 (I-GFLL 2) ຈາກກອງທຶນດິນຟ້າອາກາດສີຂຽວ (GCF) ແລະ ລັດຖະບານເຢຍລະມັນໃຫ້ທຶນຊ່ວຍເຫຼືອລ້າ ປະມານ 32 ລ້ານ ຢູໂຣ (ໃນນັ້ນ 18 ລ້ານຢູໂຣ ແມ່ນຄຸ້ມຄອງໂດຍກອງທຶນປົກປັກຮັກສາສິ່ງແວດລ້ອມ (EPF) ແລະ ອີກ 14 ລ້ານ ຢູໂຣແມ່ນຄຸ້ມຄອງໂດຍອົງການ GIZ, ເພື່ອຈັດຕັ້ງປະຕິບັດຢູ່ 3 ແຂວງໃໝ່ຄື: ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ມີ 12 ເມືອງ, 240 ບ້ານ ໄລຍະຈັດຕັ້ງປະຕິບັດ 4 ປີ 2023-2027.

ເພື່ອເປັນການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດໂຄງການ I-GFLL ໄລຍະ II ໃຫ້ທ່ວງທັນກັບເວລາທີ່ກຳນົດໄວ້ ຈຶ່ງໄດ້ຈັດກອງປະຊຸມ ເພື່ອຮັບຟັງການລາຍງານຄວາມຄືບໜ້າ ແລະ ການປຶກສາຫາລື ການຈັດຕັ້ງປະຕິບັດ ວຽກງານ REDD+ ຢູ່ ສປປ ລາວ, ຄວາມເປັນມາ ແລະ ກອບລວມຂອງໂຄງການ I-GFLL 2, ໄດ້ຜ່ານຮ່າງຂໍ້ຕົກລົງກ່ຽວກັບ ການສ້າງຕັ້ງຄະນະຊີ້ນຳ ແລະ ຄະນະປະສານງານໂຄງການ ຂັ້ນແຂວງ ແລະ ຂັ້ນເມືອງ ແລະ ເງື່ອນໄຂໃນການຄັດເລືອກບ້ານເປົ້າໝາຍ ແລະ ຜົນການວິເຄາະເບື້ອງຕົ້ນ ເພື່ອກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດ.

ຂໍ້ມູນຈາກ: https://bit.ly/3OlF2eS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/