ທິດສະດີ 21 ມື້ ປັບປ່ຽນນິດໄສໃຫ້ເປັນຄົນໃໝ່


ຄົນເຮົາທຸກຄົນລ້ວນແຕ່ ມີຄວາມຕ້ອງການຢາກປ່ຽນແປງ ແລະ ພັດທະນາຕົນເອງໃຫ້ດີຂຶ້ນໃນທຸກໆມື້ ເຊິ່ງເຮົາສາມາດເລີ່ມໄດ້ຈາກການປ່ຽນແປງສິ່ງນ້ອຍໆໃນແຕ່ລະວັນ ໂດຍໃຊ້ໄລຍະເວລາທີ່ບໍ່ດົນເກີນໄປແມ່ນບໍ? ມື້ນີ້ພວກເຮົາໄດ້ນຳເອົາ “ທິດສະດີປ່ຽນແປງຕົນເອງໃນໄລຍະເວລາ 21ມື້” ມາໃຫ້ທຸກຄົນຮູ້ຈັກນຳກັນ.

ທິດສະດີ 21 ມື້ ເປັນທິດສະດີທີ່ຈະປັບປ່ຽນນິດໄສ, ພຶດຕິກຳ ຫຼື ປ່ຽນຕົນເອງໃຫ້ເປັນຄົນໃໝ່ ຈາກ​ການ​ເຮັດ​ສິ່ງໃດໜຶ່ງຊ້ຳ​ໆ ຕິດຕໍ່ກັນເປັນໄລຍະເວລາ 21 ມື້, ໂດຍທິດສະດີນີ້ປາກົດຢູ່ໃນປຶ້ມ Psycho-Cybernetics ຂອງ ທ່ານ Maxwell Maltz, ແພດຜ່າຕັດຄົນອາເມຣິກາ.

ການເລີ່ມຕົ້ນຂອງທິດສະດີ 21 ມື້ແມ່ນ ມາຈາກການສັງເກດພຶດຕິກໍາຂອງຄົນເຈັບທີ່ໄດ້ຮັບການຜ່າຕັດ ໃນປີ 1950 ເຊັ່ນ: ຄົນເຈັບຈາກການສັນຍະກຳໃບຫນ້າ, ຄົນເຈັບຈາກອຸ​ບັດຕິ​ເຫດ​ແຂນ​ຂາດ, ການສັນຍະກຳດັງ ແລະ ອື່ນໆ ພົບວ່າພວກເຂົາໃຊ້ເວລາ 21 ມື້ ໃນການປັບຕົວໃຫ້ລຶ້ງຈາກການປ່ຽນແປງຂອງສະພາບຮ່າງກາຍ.

ທິດສະດີ 21 ມື້ໃນການປ່ຽນແປງຕົນເອງກຳລັງເປັນທີ່ນິຍົມຫຼາຍໃນປັດຈຸບັນ ບໍ່ວ່າຈະເປັນການນຳມາປັບໃຊ້ໃນການອອກກຳລັງກາຍ, ການເຝິກອ່ານປຶ້ມ, ການເຝິກນັ່ງສະມາທິ, ເຝິກກິນອາຫານທີ່ມີປະໂຫຍດ, ການດື່ມນໍ້າໃຫ້ໄດ້ 2 ລິດຕໍ່ມື້ ແລະ ອື່ນໆ ເປັນຕົ້ນ. ໂດຍເຊື່ອວ່າ ຖ້າຫາກເຮົາຈົດຈໍ່ເຮັດສິ່ງໆນັ້ນທຸກໆມື້ ໃນໄລຍະເວລາ 21 ມື້ ພໍຮອດມື້ທີ 22 ແລະ ມື້ຕໍ່ໆໄປ ມັນຈະເກີດເປັນຄວາມລຶ້ງເຄີຍ ແລະ ເປັນນິດໄສຕິດຕົວ ຈົນກາຍເປັນເລື່ອງງ່າຍໆ ກິດຈະວັດປະຈຳວັນຂອງເຮົາ ໂດຍທີ່ບໍ່ໄດ້ຮູ້ສຶກອົດທົນ ຫຼື  ຕຶງຄຽດກັບສິ່ງນັ້ນອີກຕໍ່ໄປ.

ນອກຈາກນີ້ ທິດສະດີ 21 ມື້ ຍັງເປັນທີ່ນິຍົມຫຼາຍໃນໄວໜຸ່ມ ໂດຍສະເພາະໃຊ້ໃນເລື່ອງຄວາມຮັກ. ໃນເວລາທີ່ພວກເຂົາຮັກໃຜ ຈະເລີ່ມຕົ້ນສ້າງສາຍສຳພັນຮັກດ້ວຍຮູບແບບຕ່າງໆ ເຊັ່ນ: ການທັກຂໍ້ຄວາມ ຫຼື ສົ່ງເພງຮັກໄປຈີບຄົນທີ່ຕົນຮັກ, ການດູແລເອົາໃຈໃສ່, ການຊື້ຂອງຂວັນ ຫຼື ເຂົ້າໜົມໃຫ້, ການບອກຮັກຄົນໆນັ້ນທຸກມື້ ເປັນເວລາ 21 ມື້, ຈະສົ່ງຜົນໃຫ້ຄົນທີ່ຕົນຮັກ ຫັນມາສົນໃຈ, ຮູ້ສຶກຜູກພັນ ຈົນເກີດເປັນຄວາມຮັກ.

ໃນທາງກົງກັນຂ້າມ, ທິດສະດີນີ້ຍັງເປັນທີ່ນິຍົມເຊັ່ນກັນໃນເລື່ອງ Move on ຈາກການເລີກລາເລື່ອງຄວາມຮັກ ເຊິ່ງໄລຍະເວລາ 21 ມື້ນີ້ ເປັນການຢູ່ກັບຕົນເອງ ຊ່ວຍໃຫ້ສະພາບຈິດໃຈດີຂຶ້ນ ເຊັ່ນ: ການຟັງເພງ, ການຫັນມາເບິ່ງແຍງສຸຂະພາບ, ການອອກໄປທ່ຽວ, ການລືມຄວາມເສົ້າ ເຊິ່ງເປັນເວລາທີ່ຕ້ອງປັບຕົວ, ຫັນມາຮັກ, ຮູ້ຄຸນຄ່າ ແລະ ພັດທະນາຕົນເອງ, ໃຫ້ເປັນຄົນທີ່ເຂັ້ມແຂງຂຶ້ນ  ແລະ ກາຍເປັນຄົນໃໝ່ໃນຮູບແບບທີ່ດີກວ່າເກົ່າ.

Phillippa Lally ນັກຄົ້ນຄວ້າໃນຈິດຕະສາດສຸຂະພາບ ແລະ ທີມງານຈາກມະຫາວິທະຍາໄລລອນດອນ ໄດ້ສຶກສາ ແລະ ຄົ້ນຄວ້າກ່ຽວກັບພຶດຕິກຳຂອງມະນຸດຈາກກຸ່ມຕົວຢ່າງ 96 ຄົນ ພາຍໃນ 3 ເດືອນ ພົບວ່າທັງໝົດ 96 ຄົນສາມາດປ່ຽນແປງນິດໄສໄດ້. ແຕ່ໄລຍະເວລາຂອງການສ້າງນິດໄສ ຫຼື ການປ່ຽນພຶດຕິກຳໃໝ່ຂອງແຕ່ລະຄົນແຕກຕ່າງກັນຢູ່ທີ່ລະຫວ່າງ 18-254 ມື້, ໂດຍສະເລ່ຍແມ່ນ 66 ມື້ ຈຶ່ງສາມາດປ່ຽນແປງນິດໄສ ແລະ ພຶດຕິກຳໃໝ່ໄດ້ຢ່າງສົມບູນ.

ເຖິງຢ່າງໃດກໍຕາມ, ທິດສະດີ 21 ມື້ ໄດ້ກາຍເປັນແຮງຊຸກຍູ້  ແລະ ເກີດເຫັນຜົນໃນຫຼາຍເລື່ອງກັບຫຼາຍໆຄົນ, ແຕ່ນັ້ນກໍບໍ່ສະເໝີໄປ ມັນຂຶ້ນກັບຕົວບຸກຄົນ, ເພາະບາງຄົນອາດຕ້ອງໃຊ້ໄລຍະເວລາຫຼາຍກວ່າ 21 ມື້ ໃນການປັບຕົວ ແລະ ປ່ຽນແປງຕົນເອງ. 

ສຸດທ້າຍແລ້ວ ມັນຂຶ້ນຢູ່ກັບເປົ້າໝາຍ, ສະພາບຮ່າງກາຍ ແລະ ຈິດໃຈ, ຄວາມພ້ອມຂອງແຕ່ລະຄົນ ຖ້າຫາກເຈົ້າເປັນຄົນໜຶ່ງທີ່ຢາກພັດທະນາຕົນເອງກໍສາມາດເລີ່ມຕົ້ນໄດ້ ດ້ວຍການລົງມືເຮັດ, ມີຄວາມພະຍາຍາມ, ມີຄວາມອົດທົນ ແລະ ມີເປົ້າໝາຍທີ່ຊັດເຈນແລ້ວ ແນ່ນອນວ່າເຈົ້າຕ້ອງເປັນຄົນໃໝ່ທີ່ດີຂຶ້ນໄດ້.

ອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/