ຍ້ອນຮັກຈຶ່ງຍອມ ຄວາມຈິງແລ້ວໝາບໍ່ມັກໃຫ້ກອດ


ເຊື່ອວ່າຫຼາຍໆທ່ານມັກຈະມີສັດລ້ຽງ ໂດຍສະເພາະແມ່ນໝາ. ໝາເປັນສັດຊະນິດໜຶ່ງທີ່ຄຳຮູ້, ຮັກເຈົ້າຂອງ, ສະຫຼາດ ແລະ ຊື່ສັດ ຈຶ່ງເປັນທີ່ຮັກຂອງເຈົ້າຂອງ. ໂດຍປົກກະຕິແລ້ວພຶດຕິກຳການສະແດງຄວາມຮັກຂອງມະນຸດຕໍ່ກັບສັດລ້ຽງສະແດງອອກເຊັ່ນ: ການໃຫ້ອາຫານ, ລູບຫົວ, ເກົາທ້ອງ ເປັນຕົ້ນ. ນອກຈາກນີ້, ຍັງມອບຄວາມຮັກດ້ວຍອ້ອມກອດອັນແສນອົບອຸ່ນ, ແຕ່ທ່ານຮູ້ຫຼືບໍ່ ຄວາມຈິງແລ້ວໝາແສນຮັກຂອງທ່ານນັ້ນບໍ່ມັກການຖືກກອດເລີຍ.

ທ່ານ Alexandra Horowitz, ນັກວິທະຍາສາດ, ນັກຄົ້ນຄວ້າກ່ຽວກັບພຶດຕິກໍາຂອງໝາ ຮ່ວມກັບຜູ້ຊ່ຽວຊານກ່າວວ່າ: ຖ້າພວກເຮົາພະຍາຍາມສັງເກດເບິ່ງ ໃນຂະນະທີ່ໝາກຳລັງຖືກກອດ ມັນຈະສະແດງພຶດຕິກຳຄື: ບໍ່ກະດິກຫາງ ຫຼື ສະແດງທ່າທາງຕື່ນເຕັ້ນດີໃຈ, ມັນຈະຫັນຫູໄປທາງຫຼັງ, ຫັນໜ້າໜີ, ບໍ່ສົບຕາ, ເລຍປາກຕົນເອງ ຄ້າຍຄືກັບເລຍອາກາດ, ໝາບາງໂຕກໍຫາວ, ພະຍາຍາມຫຼົບໜີເມື່ອຖືກກອດ, ບາງໂຕຈະຮິບຕາ, ເຫຼືອກຕາຂຶ້ນຈົນເຫັນຕາຂາວ. ອາການເຫຼົ່ານີ້ ເປັນ​ຕົວ​ຊີ້​ບອກ​ວ່າ​​ໝາຂອງທ່ານບໍ່​ມັກ​ ເພາະຮູ້ສຶກອຶດອັດ ແລະ ບໍ່ສະບາຍໂຕ.

ຍ້ອນໝາເປັນສັດທີ່ມີວິວັດທະນາການເພື່ອຢູ່ຮ່ວມກັບຄົນໄດ້ ແລະ ດ້ວຍຄວາມຮັກຂອງໝາທີ່ມີຕໍ່ກັບເຈົ້າຂອງ ມັນຈຶ່ງສາມາດອົດທົນກັບພຶດຕິກຳທີ່ຕົນບໍ່ມັກໄດ້ ເຖິງມັນຈະຮູ້ສຶກຕຶງຄຽດ, ກົດດັນ, ລຳຄານກໍຕາມ ແຕ່ຍ້ອນສັນຊາດຕະຍານຄວາມຊື່ສັດ, ຈົງຮັກພັກດີຕໍ່ເຈົ້າຂອງນັ້ນກໍຄື: ຄົນທີ່ໃຫ້ອາຫານ, ໃຫ້ທີ່ຢູ່ອາໄສ, ໃຫ້ຄວາມຮັກ ມັນຈຶ່ງຍອມໃຫ້ອ້ອມກອດເພື່ອຄວາມສຸກຂອງເຈົ້າຂອງ.

ແຕ່ນັ້ນກໍບໍ່ສະເໝີໄປ ການທີ່ເຮົາໄປຢອກໄຍ, ກອດໝາ, ເຮັດໃນສິ່ງທີ່ມັນບໍ່ມັກນັ້ນ ຍັງປາກົດເຫັນໃນຫຼາຍໆຄັ້ງທີ່ໝາສະແດງພຶດຕິກຳບໍ່ໜ້າຮັກ, ໃຈຮ້າຍ, ຫງຸດຫງິດ ກັດທໍາຮ້າຍຈົນ​ໄດ້​ຮັບ​ບາດ​ເຈັບ. ດ້ວຍເຫດນີ້, ຫາກທ່ານຮັກໝາຂອງທ່ານ ຄວນສະແດງຄວາມຮັກຢ່າງເໝາະສົມແທນການກອດຈະດີທີ່ສຸດ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/