ຮູ້ຫຼືບໍ່ ເປັນຫຍັງໝາຈຶ່ງມັກປັດສາວະໃສ່ຕີນລົດ?


ທ່ານເຄີຍສັງເກດເຫັນບໍ່? ເປັນຫຍັງໝາສ່ວນໃຫຍ່ຈຶ່ງມັກປັດສາວະໃສ່ຢາງລົດ.

ເຊື່ອວ່າຫຼາຍໆທ່ານອາດເຄີຍພົບເຫັນວ່າ ເມື່ອໃດທີ່ຈອດລົດໄວ້ເຮືອນ ຫຼື ຕາມສະຖານທີ່ຕ່າງໆ ມັກຈະມີໝາມາປັດສາວະໃສ່ຕີນລົດ ເຊິ່ງພຶດຕິກຳດັ່ງກ່າວເອີ້ນວ່າ: Urine Making ເປັນການສື່ສານລະຫວ່າງໝາດ້ວຍກັນວ່າ ນີ້ແມ່ນອານາເຂດຂອງຕົນ, ການສະແດງຄວາມເປັນເຈົ້າຂອງສະຖານທີ່ເພື່ອໃຫ້ໝາໂຕອື່ນ ຫຼື ໝາຕ່າງຖິ່ນບໍ່ມາຄອບຄອງພື້ນທີ່ນັ້ນໆ. ຍ້ອນແນວນັ້ນຈຶ່ງເປັນເຫດຜົນທີ່ວ່າໝາມັກຈະປັດສາວະໃສ່ຕີນລົດບໍລິເວນເກົ່າຊໍ້າໆ ໂດຍພຶດຕິກຳເຫຼົ່ານີ້ສ່ວນໃຫຍ່ແມ່ນໝາໂຕຜູ້ທີ່ຢູ່ໃນໄວຈະເລີນພັນແລ້ວ.

ນອກຈາກນີ້, ການປັດສາວະຂອງໝາບໍ່ສະເພາະແຕ່ເປັນຕີນລົດເທົ່ານັ້ນ ແຕ່ເປັນສິ່ງອື່ນກໍໄດ້ທີ່ຕັ້ງສາກກັບພື້ນໂລກ ເຊັ່ນ: ກຳແພງ, ຮົ້ວ, ເຟີນິເຈີ, ພຸ່ມໄມ້, ເສົາໄຟຟ້າ ແລະ ອື່ນໆ.

ນັກວິທະຍາສາດດ້ານມະນຸດສາດ ຄົນອາເມຣິກາ Elizabeth Marshall Thomas ໄດ້ເຮັດການວິໄຈ ແລະ ໃຫ້ຂໍ້ມູນວ່າ: ການປັດສາວະຂອງໝາຢູ່ຕາມຈຸດຕ່າງໆນັ້ນໝາຍເຖິງ ສັນຍະລັກການຫາທາງຂອງພວກມັນໃຫ້ເມືອເຮືອນໄດ້ຢ່າງຖືກຕ້ອງ ແຕ່ການຈະເຮັດແບບນີ້ໄດ້ຕ້ອງເປັນໝາທີ່ມີສັກກະຍະພາບໃນການວາງແຜນເປັນຢ່າງດີ.

ແລ້ວເປັນຫຍັງ ໝາຈຶ່ງມັກປັດສາວະໃສ່ຕີນລົດຫຼາຍທີ່ສຸດ? 

ຍ້ອນວ່າ ຢາງລົດທີ່ຈອດຕາກແດດ ຫຼື ຫາກໍຜ່ານການຂັບເຄື່ອນເດີນທາງແລ້ວມາຈອດລົດໃໝ່ໆ ຈະເກີດອາຍຄວາມຮ້ອນຂຶ້ນ ເມື່ອເກີດການປະທະລະຫວ່າງຢາງລົດກັບປັດສາວະ ຈະເຮັດໃຫ້ມີກິ່ນຫອມຖືກໃຈພວກມັນຫຼາຍກວ່າປັດສາວະໃສ່ສິ່ງອື່ນ.

ແຕ່ວ່າ ການປັດສາວະໃສ່ຕີນລົດນີ້ ສົ່ງຜົນໃຫ້ມີກິ່ນເໝັນ, ລໍ້ລົດເສື່ອມສະພາບ ເຊິ່ງເປັນບັນຫາທີ່ຫຼາຍທ່ານພົບພໍ້. ມື້ນີ້, ພວກເຮົາຈຶ່ງໄດ້ນຳເອົາວິທີການປ້ອງກັນໝາບໍ່ໃຫ້ປັດສາວະໃສ່ຕີນລົດງ່າຍໆຄື: 

  1. ກະຕຸກນ້ຳໃສໃສ່ນໍ້າ: ນຳເອົາກະຕຸກນໍ້າມາວາງໄວ້ຂ້າງລໍ້.  ເນື່ອງຈາກວ່າໃນເວລາທີ່ໝາເຂົ້າໃກ້ ມັນຈະເຫັນພາບສະທ້ອນທີ່ບິດເບືອນ ຫຼື ບາງກໍລະນີມັນອາດຍົກຂາໄປເຕະຕຸກນໍ້າແລ້ວຈະເຮັດໃຫ້ຕົກໃຈ.
  2. ລ້າງປັດສາວະ ແລະ ເພີ່ມກິ່ນເໝັນ: ລ້າງລໍ້ໃຫ້ສະອາດເພື່ອກຳຈັດກິ່ນເກົ່າອອກ ແລະ ເພີ່ມກິ່ນໃໝ່ດ້ວຍການໃສ່ນ້ຳ EM (ຈຸລິນຊີຈາກທຳມະຊາດ) ຫຼື ນ້ຳສົ້ມສາຍຊູປະສົມນ້ຳ ຫຼື ໂຮຍພິກໄທຫຼັງລ້າງລໍ້ລົດ.
  3. ຊອກຫາສິ່ງຂອງມາເປັນກຳບັງ: ອາດເລືອກເອົາແຜ່ນໄມ້, ແຜ່ນພລາສຕິກແຂງ, ຜ້າຢາງ ແລະ ອື່ນໆ ມາບັງຕີນລົດທ່ານໄວ້.
  4. ໃຊ້ຢາສີດປ້ອງກັນ: ຢາສີດປ້ອງກັນໝາປັດສາວະສາມາດຊື້ໄດ້ຢູ່ຕາມຮ້ານຂາຍອຸປະກອນລົດໃຫຍ່ທົ່ວໄປ ຫຼື ເລືອກໃຊ້ນໍ້າຢາເຄືອບຢາງລົດສູດປ້ອງກັນໝາປັດສາວະໃສ່ຕີນລົດ ແຕ່ຕ້ອງໝັ່ນປ່ຽນກິ່ນ ເພາະ​ໝາ​ຈະ​ລຶ້ງເຄີຍ​ກິ່ນ​ແລ້ວ​ກັບ​ມາ​ປັດສາວະໃສ່ອີກ.

ອ້າງອີງຂໍ້ມູນ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/