Ford ຍື່ນຈົດສິດທິບັດ ລະບົບລັອກລົດ-ຂັບກັບສູນເອງ ຫາກເລື່ອນຈ່າຍຄ່າງວດ ຫຼື ບໍ່ຍອມຈ່າຍ


Ford ໄດ້ຈົດສິດທິບັດຕັ້ງແຕ່ປີ 2021 ກ່ຽວກັບເທັກໂນໂລຢີໃໝ່ທີ່ໄດ້ຄິດຄົ້ນ ແລະ ກຳລັງພັດທະນາ ເຊິ່ງກໍຄືຟີເຈີການເຮັດໃຫ້ຜູ້ໃຊ້ລຳຄານໂດຍການລົບກວນເລັກໆນ້ອຍໆ ໄປຈົນເຖິງລັອກລົດອັດຕະໂນມັດຫາກພວກເຂົາບໍ່ຊຳລະເງິນຄ່າງວດ.

ເນື່ອງຈາກສະຖານະການໂຄວິດໃນໄລຍະປີທີ່ຜ່ານມາ ເຮັດໃຫ້ຟອດມີໄອເດຍໃໝ່ທີ່ຈະເຮັດໃຫ້ການເກັບເງິນຄ່າງວດຜ່ອນລົດ ແລະ ການຈັດການກັບລູກຄ້າທີ່ບໍ່ຈ່າຍຄ່າງວດຕາມເວລາໂດຍການສະເໜີຟີເຈີການຢຶດລົດອັດຕະໂນມັດຫາກລູກຄ້າບໍ່ຈ່າຍເງິນ.

ໄອເດຍນີ້ເກີດຈາກການພະຍາຍາມຊ່ວຍບໍລິສັດສິນເຊື່ອໃນການຈັດການກັບລູກຄ້າ ທີ່ເອົາລົດໄປແລ້ວແຕ່ບໍ່ຈ່າຍຄ່າງວດຕາມເວລາ. Ford ໄດ້ສະເໜີໄອເດຍຄື ການຕິດຕັ້ງລະບົບຄວບຄຸມໄລຍະໄກໃຫ້ບໍລິສັດສິນເຊື່ອສາມາດເຂົ້າເຖິງລົດທີ່ຍັງຜ່ອນບໍ່ໝົດໄດ້ເພື່ອດຳເນີນມາດຕະການຕໍ່ຄົນທີ່ບໍ່ຍອມຈ່າຍຄ່າງວດ.

ເຊິ່ງເທັກໂນໂລຊີດັ່ງກ່າວຄື ລະບົບທີ່ຈະເຮັດໃຫ້ລົດສາມາດບັງຄັບຕົນເອງໃຫ້ກັບໄປຍັງທະນາຄານ ຫຼື ເຈົ້າໜີ້ໄດ້ຫາກເຈົ້າຂອງຢຸດ ຫຼື ບໍ່ຍອມຈ່າຍຄ່າງວດ.

ຈະມີການເຕືອນຫຼາຍຄັ້ງກ່ອນທີ່ຈະມີການຢຶດລົດ ຫາກຜູ້ໃຊ້ຍັງເມີນເສີຍກັບການເຕືອນເຫຼົ່ານັ້ນ ຫຼືຫາກຍັງບໍ່ໄປຈ່າຍຄ່າງວດ ມັນກໍຈະເລີ່ມຕົ້ນສ້າງຄວາມໜ້າລຳຄານໃຫ້ເຮົາ.

ກ່ອນທີ່ລົດຈະຂັບກັບໄປຫາເຈົ້າໜີ້ເອງນັ້ນຈະມີລະບົບແຈ້ງເຕືອນໄປຍັງເຈົ້າຂອງລົດກ່ອນຫຼາຍຂັ້ນຕອນເຊັ່ນ ສົ່ງຂໍ້ຄວາມເຕືອນໄປໂທລະສັບ ມີສຽງເຕືອນໃນລົດ ຫຼືຂຶ້ນໜ້າຈໍເຕືອນໃນລົດ ຍິ່ງໄປກວ່ານັ້ນອາດຈະປິດການເຮັດວຽກບາງສ່ວນຂອງລົດເຊັ່ນ: ປິດແອ, ປິດວິທະຍຸ, ລັອກບໍ່ໃຫ້ເຂົ້າໄປໃນບາງພື້ນທີ່ເຊັ່ນ: ຫ້າມໄປຊື້ເຄື່ອງ, ຫ້າມໄປສົ່ງລູກໄປໂຮງຮຽນ ເປັນຕົ້ນ.

ແຕ່ບໍ່ຟ້າວຕົກໃຈໄປ ເທັກໂນໂລຢີນີ້ກຳລັງຢູ່ໃນໄລຍະພັດທະນາ ເພາະເທັກໂນໂລຢີນີ້ຍັງບໍ່ໄດ້ຖືກນຳໃຊ້ໃນລົດຮຸ່ນໃດຂອງ Ford ນີ້ເປັນພຽງການຍື່ນຈົດສິດທິບັດໄວ້ກ່ອນເພື່ອປ້ອງກັນບໍ່ໃຫ້ຄູ່ແຂ່ງເອົາໄອເດຍນີ້ໄປໃຊ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/