Starbucks ອິນເດຍ ໃຫ້ນາງແບບສາວຂ້າມເພດສະແດງໂຄສະນາ ເພື່ອສະແດງໃຫ້ເຫັນຄວາມຫຼາກຫຼາຍທາງເພດ


ເປັນເລື່ອງທີ່ອົບອຸ່ນຫົວໃຈເມື່ອ Starbucks ອິນເດຍ ໄດ້ເຮັດໂຄສະນາ ເລື່ອງ “#ItStartsWithYourName” (ເລີ່ມຕົ້ນດ້ວຍຊື່ເຈົ້າ) ທີ່ມີຄວາມຍາວປະມານ 2 ນາທີ ແຕ່ມັນກັບສ້າງກະແສຕອບຮັບໃນດ້ານບວກຢ່າງຫຼວງຫຼາຍຈາກໂລກອອນລາຍ ແລະ ກຸ່ມຄົນຫຼາກຫຼາຍທາງເພດ.

ໂດຍທາງ Starbucks ອິນເດຍ ເລືອກໃຊ້ນາງແບບສາວຂ້າມເພດເປັນຕົວເອກ ໃນຮູບເງົາໂຄສະນາຫຼ້າສຸດຂອງ Starbucks ອິນເດຍ ພ້ອມກັບເລື່ອງລາວຂອງການຍອມຮັບກຸ່ມຄົນ LGBTQ ໂດຍຈະເລົ່າຜ່ານຕົວລະຄອນຫຼັກທີ່ເປັນຄົນຫຼາກຫຼາຍທາງເພດ.

ເນື້ອຫາຂອງຮູບເງົາໂຄສະນາກ່ຽວກັບການສະແຫວງຫາການຍອມຮັບຈາກຄົນໃນຄອບຄົວຂອງກຸ່ມຄົນ LGBTQ+ ດ້ວຍການກຳນົດເຫດການທີ່ຕົວເອກນັດພົບກັບພໍ່ແມ່ ເຊີ່ງຄວາມສຳພັນບໍ່ຄ່ອຍດີເພາະວ່າເພດສະພາບຂອງລູກທີ່ປ່ຽນໄປ ແລະ ນັດພົບທີ່ຮ້ານ Starbucks ກ່ອນທີ່ທຸກຢ່າງຈະຈົບລົງຢ່າງອົບອຸ່ນ ດ້ວຍການໃຫ້ຜູ້ເປັນພໍ່ສັ່ງກາເຟ ໂດຍໃຊ້ຊື່ໃໝ່ຂອງລູກຊາຍ ທີ່ຕອນນີ້ກາຍເປັນລູກສາວ ເຊິ່ງເທົ່າກັບວ່າພໍ່ໄດ້ຍອມຮັບຕົວຕົນໃໝ່ຂອງລາວແລ້ວ.

ຮູບເງົາໂຄສະນາເລື່ອງ “#ItStartsWithYourName” ມີຍອດຜູ້ເຂົ້າຊົມເກືອບ 13 ລ້ານວິວ ໃນເວລາພຽງ 8 ​ມື້ ຫຼັງຈາກທີ່ເຜີຍແຜ່ໄປ ນອກຈາກນີ້ຍັງຖືກນຳໄປເຜີຍແຜ່ຜ່ານຊ່ອງທາງອື່ນໆ ຈົນໄດ້ສຽງຍ້ອງຍໍມາຈາກທົ່ວໂລກ ໂດຍສະເພາະເຂດອາຊີໃຕ້ ມີຜູ້ໃຊ້ງານໂຊຊຽວກ່າວວ່າ ການຈຳລອງພາບຊີວິດໃນຮູບເງົາໂຄສະນານີ້ ຖືກໃຈສຸດໆ ແລະ ເປັນກ້າວສຳຄັນຂອງຊາວໜຸ່ມອິນເດຍຮຸ່ນໃໝ່ ໃນຄວາມຫຼາກຫຼາຍທາງເພດ.

ຢ່າງໃດກໍຕາມ ກໍຍັງມີສຽງຕຳໜິ ຈາກກຸ່ມຄົນບາງກຸ່ມ ແຕ່ທາາງຕົວແທນຂອງບໍລິສັດ Starbucks ກໍໄດ້ອອກມາຢືນຢັນວ່າ ບໍລິສັດຈະຍັງຄົງໃຫ້ຄວາມສະໜັບສະໜູນກູ່ມຄົນຫຼາກຫຼາຍທາງເພດຕໍ່ໄປ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/