Nelson Mandela

ໃນທຸກໆວັນທີ 18 ກໍລະກົດ ກົງກັບວັນ Nelson Mandela International Day ເປັນວັນທີ່ເນວສັນ ແມນເດລາ ຊາຍຜູ້ທີ່ເປັນແຮງບັນດານໃຈໃຫ້ຄົນທົ່ວໂລກໄດ້ກຳເນີດຂຶ້ນ ເຊິ່ງປີ 2022 ຄົບຮອບ 104 ປີ.


ເນວສັນ ແມນເດລາ ປະທານາທິບໍດີຜິວດຳຄົນທຳອິດຂອງປະເທດແອຟຣິກາໃຕ້ ຫຼັງຈາກທີ່ຖືກຈຳຄຸກດົນເຖິງ 27 ປີ ເປັນໜຶ່ງໃນຜູ້ນຳທີ່ຍິ່ງໃຫຍ່ທີ່ສຸດໃນໂລກ.

ໃນຍຸກທີ່ມີການແບ່ງແຍກສີຜິວ ແລະ ເຊື້ອຊາດ ຄົນຜິວຂາວປົກຄອງປະເທດ ມີການອອກກົດໝາຍຫ້າມເດັກນ້ອຍຜິວສີໄປໂຮງຮຽນ, ຊາຍຫາດບ່ອນທີ່ມີຄົນຜິວຂາວ ຫຼືແມ່ນແຕ່ໂຮງໝໍກໍໄປບໍ່ໄດ້ ແຕ່ແມນເດລາບໍ່ໄດ້ຄິດແບບນັ້ນ ລາວເຊື່ອວ່າທຸກຄົນຄວນໄດ້ຮັບສິດປະຕິບັດຢ່າງເທົ່າທຽມ ລາວໄດ້ເຂົ້າຮ່ວມພັກ African National Congress ແລະຕໍ່ມາກໍໄດ້ກໍ່ຕັ້ງສັນນິບາດເຍົາວະຊົນຂອງພັກ ເຊິ່ງເປັນແກນນຳປະທ້ວງນະໂຍບາຍການແບ່ງແຍກສີຜິວ.

ການປະທ້ວງໄດ້ລຸກລາມ ແລະ ເປັນໄປຢ່າງຍິ່ງໃຫຍ່ ຈົນສົ່ງຜົນໃຫ້ແມນເດລາຖືກຈຳຄຸກຕະຫຼອດຊີວິດ ຄຳເວົ້າປຸກໃຈທຸກອັນຂອງລາວຖືກອ້າງວ່າຜິດກົດໝາຍ, ແຕ່ນານາຊາດໄດ້ຮຽກຮ້ອງໃຫ້ແອຟຣິກາໃຕ້ປ່ອຍຕົວລາວ ມີທັງແຕ່ງເພງ ແລະ ຈັດຄອນເສີດຮຽກຮ້ອງອິດສະຫຼະພາບແກ່ແມນເດລາ.

ໃນປີ 1990 ແມນເດລາກໍໄດ້ຮັບອິດສະຫຼະພາບ ຫຼັງຈາກທີ່ຖືກຈຳຄຸກໄປ 27 ປີ ແລະ ໄດ້ອອກຈາກສະຖານທີ່ກັກຂັງຢ່າງວິລະບູລຸດ ລາວເປັນທີ່ຮູ້ຈັກໄປທົ່ວໂລກໃນນາມຂອງຜູ້ສົ່ງເສີມການໃຫ້ອະໄພ ແລະ ຄວາມສະເໝີພາບ. ແມນເດລາໄດ້ເປັນຕົວຢ່າງຂອງຄວາມບໍ່ຍຸຕິທຳໃນນະໂຍບາຍແບ່ງແຍກສີຜິວ ສົ່ງຜົນໃຫ້ນະໂຍບາຍແບ່ງແຍກສີຜິວຖືກຍົກເລີກໄປໃນປີ 1991.

ແມນເດລາໄດ້ກາຍເປັນປະທານາທິບໍດີ ຈາກການເລືອກຕັ້ງຂອງປະຊາຊົນໃນເວລາຕໍ່ມາ. ໃນປີ 1993 ເນວສັນ ແມນເດລາ ໄດ້ຮັບຮາງວັນໂນເບວສາຂາສັນຕິພາບ ຖືເປັນຮາງວັນກຽດຕິຍົດອັນສູງສຸດຂອງຄົນເຮັດວຽກສົ່ງເສີມສັນຕິພາບ ແລະ ຄວາມສະຫງົບສຸກ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ