ວັນບຸນເຂົ້າພັນສາ

ວັນເຂົ້າພັນສາ ມີຄວາມໝາຍຄວາມສຳຄັນຕໍ່ຊາວພຸດ ເຂົ້າພັນສາ=ພັກຝົນ ມີຄວາມໝາຍວ່າພະສົງຈະຕ້ອງປະຈຳຢູ່ສະຖານທີ່ໃດສະຖານທີ່ໜຶ່ງ ຕະຫຼອດໄລຍະເວລາລະດູຝົນ ເຊິ່ງກຳນົດຢູ່ 3 ເດືອນເຕັມ, ຕາມທີ່ພະທຳວິໄນບັນຍັດໄວ້ ໂດຍບໍ່ໄປຄ້າງແຮມທີ່ບ່ອນອື່ນ ຫຼື ທີ່ເອີ້ນຕິດປາກກັນໂດຍທົ່ວໄປວ່າ ເຂົ້າພັນສາ.

ສາເຫດທີ່ໃຫ້ເກີດມີວັນເຂົ້າພັນສາ ຍ້ອນໃນສະໄໝພະພຸດທະເຈົ້າ ພະສົງເດີນທາງໄປບ່ອນຕ່າງໆ ທຸກລະດູ ບໍ່ຈຳເປັນຕ້ອງມີບ່ອນຢູ່ປະຈຳ ຊາວບ້ານຈຶ່ງຕຳໜິວ່າ ໄປຢຽບເຂົ້າກ້າ ແລະ ພືດພັນອື່ນໆ ຈົນເສຍຫາຍ. ພະພຸດທະເຈົ້າຈຶ່ງຊົງວາງລະບຽບການຈຳພັນສາໃຫ້ພະສົງ ຢູ່ປະຈຳທີ່ບ່ອນເກົ່າຕະຫຼອດ 3 ເດືອນ ໃນລະດູຝົນ ຄືເລີ່ມຕັ້ງແຕ່ມື້ແຮມ 1 ຄ່ຳ ເດືອນ 8 ຂອງທຸກໆປີ ເອີ້ນວ່າ ປຸຣິມພັນສາ ຖ້າປີໃດມີເດືອນ 8 ສອງຄັ້ງ ກໍເລື່ອນມາເປັນມື້ແຮມ 1 ຄ່ຳ ເດືອນ 8 ຫຼັງ ແລະ ອອກພັນສາ ໃນວັນຂຶ້ນ 15 ຄ່ຳ ເດືອນ 11 ເອີ້ນວ່າ ປັດສິມພັນສາ ເວັ້ນແຕ່ວ່າມີກິດທຸລະຄື ເມື່ອເດີນທາງໄປແລ້ວ ບໍ່ສາມາດຈະກັບໄດ້ໃນມື້ນັ້ນ ກໍຊົງອະນຸຍາດໃຫ້ໄປແຮມຄືນໄດ້ຄາວໜຶ່ງບໍ່ເກີນ 7 ຄືນ ຮຽກວ່າ ສັດຕາຫະ ຫາກເກີນກຳນົດນີ້ ຖືວ່າບໍ່ໄດ້ຮັບປະໂຫຍດແຫ່ງການຈຳພັນສາ ຈັດວ່າພັນສາຂາດ. ຂໍ້ຍົກເວັ້ນໃຫ້ພະຈຳພັນສາ ທີ່ບ່ອນອື່ນໄດ້ ໂດຍບໍ່ຖືເປັນການຂາດພັນສາ ເວັ້ນແຕ່ເກີນ 7 ວັນ.

ສຳລັບຜູ້ໃຫ້ທານ ຮັກສາສິນ ໃນເທສະການວັນເຂົ້າພັນສາ ຈະໄດ້ຜະຫຼານິສົງຫຼາຍ ຍ້ອນວ່າພະຈຳວັດປະຕິບັດທຳ ຜູ້ໄດ້ອຸປັດຖາກຮັກສາ ຈະປະສົບຜົນສຳເລັດ ຈະເປັນຜູ້ຈະເລີນໃນທາງທຳ ແລະ ຈົ່ງເອົາຕົນເຂົ້າວັດປະຕິບັດ ເພື່ອເຮັດໃຫ້ຈິດໃຈໃຫ້ເປັນຜູ້ຮູ້ໃຫ້ອະໄພ ໃຫ້ຮູ້ເທົ່າທັນບັນຫາອາໄສຫຼັກທຳ ເປັນແສງສະຫວ່າງເຍືອງທາງ ໃນການດຳເນີນຊີວິດ ເພື່ອຄວາມຜາສຸກໃນຊາດນີ້ ແລະ ຊາດໜ້າ.

ຂໍ້ມູນຈາກ:
https://cutt.ly/uLzEtlA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ