ເປັນອີກເດືອນຂອງທຸກໆປີສຳລັບວັນຄຣິສມາສໃນເດືອນທັນວາ ເຊິ່ງມີຄວາມໝາຍຄວາມສຳຄັນຕໍ່ບັນດາຊາວຄຣິສເປັນທີ່ສຸດ ຈະມີການສະເຫຼີມສະຫຼອງທີ່ມ່ວນຊື່ນ ແລະ ມີພິທີຕ່າງໆທີ່ລະນຶກເຖິງຂອງພະເຍຊູ, ລວມໄປເຖິງການສະແດງ, ບົດເພງຕ່າງໆທີ່ສື່ເຖິງຄວາມຮັກທີ່ມີຕໍ່ພະເຍຊູ ແລະ ເພງທີ່ສ່ອງແສງໃນຫຼາຍໆດ້ານໃນວັນຄຣິສມາສ, ມີຄົບທຸກຮູບແບບເລີຍກໍວ່າໄດ້ ບົດເພງທີ່ເໝາະສຳລັບມື້ສັນວັນດີ ຫຼື ເທສະການຄຣິສມາສ ກໍມີຫຼາຍເພງ ແລະ ບາງເພງກໍບໍ່ວ່າຈະເປັນປີໃດເພງນັ້ນກໍຍັງຄົງມ່ວນຫູຢູ່ສະເໝີ. ໃນນີ້ຈະລວມເພງຢູ່ປະມານ 10 ເພງ ທີ່ບໍ່ວ່າຍຸກສະໄໝໃດຟັງແລ້ວກໍຍັງເປັນອັນດັບໜຶ່ງໃນໃຈຂອງຫຼາຍຄົນສະເໝີ.
1.All I Want For Christmas Is You
ເພງທຳອິດເລີຍທີ່ໄດ້ຄວາມນິຍົມຢູ່ສະເໝີບໍ່ວ່າຈະປີໃດກໍຍັງຄົງຮັກສາແຊ້ມ ຮັກສາຄວາມເປັນທີໜຶ່ງຢູ່ຕະຫຼອດ ພໍແຕ່ເພງອອກມາກໍໂດ່ງດັງ, ພ້ອມທັງມີຍອດຂາຍທົ່ວໂລກຫຼາຍກວ່າ 16 ລ້ານກັອບປີ້ ນັບຕັ້ງແຕ່ປີ 1994 ແລະ ໄດ້ກາຍເປັນເພງທີ່ໄດ້ຮັບຄ່າລິຂະສິດກວ່າ 60 ລ້ານຫຼຽນສະຫະລັດ, ເປັນເພງທີ່ກາຍເປັນສັນຍະລັກຂອງວັນ Christmas ໄປແລ້ວ.
ຟັງເພງທີ່: https://bit.ly/3srYsnp
2.We Wish You a Merry Christmas
ເພງນີ້ກໍເປັນອີກເພງທີ່ໃຜໆກໍຄົງຮູ້ຈັກກັນດີ ແລະ ໄດ້ຍິນມາຕັ້ງແຕ່ຍັງນ້ອຍ ເປັນເພງທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຈາກສະຫະລາຊະອານາຈັກ ແລະ ຍັງມີອາຍຸຍາວນານເຖິງ 400 ປີອີກ, ເປັນເພງທີ່ເໝາະສຳລັບເດັກທີ່ບໍ່ມີຫຼັກຖານວ່າໃຜເປັນຄົນແຕ່ງ ແຕ່ກໍມີເວີຊັ່ນໃໝ່ຂຶ້ນມາຫຼາຍພໍສົມຄວນ.
ຟັງເພງທີ່: https://bit.ly/32dKPh3
3.Christmas (Baby Please Come Home)
![Christmas (Baby Please Come Home) [Viking Records] by Darlene Love : Napster](https://direct.rhapsody.com/imageserver/images/alb.165781330/600x600.jpg)
ເພງ Christmas ທີ່ຮ້ອງໂດຍ Darlene Love ເປັນເພງທີ່ເສົ້າພໍສົມຄວນ ເຖິງດົນຕີຈະເບີກບານກໍຕາມ ສ່ວນເນື້ອຫາກໍກ່ຽວກັບການເຝົ້າຖ້າໃຜຈັກຄົນກັບມາ ແຕ່ກໍຈະເປັນແນວເພງເສົ້າທີ່ມີຄວາມສຸກ.
ຟັງເພງທີ່: https://bit.ly/3ejqid7
4.Santa Claus Is Coming To Town
ເພງນີ້ກໍຄຸ້ນຫູສຳລັບໃຜຫຼາຍໆຄົນເຊັ່ນກັນ ເພາະເປັນເພງທີ່ມ່ວນຟັງເພີດເພີນໄປກັບດົນຕີ ແລະ ສຽງເພງ, ສ່ວນຫຼາຍແລ້ວເດັກນ້ອຍຈະມັກຟັງເປັນພິເສດ ເນື້ອຫາຈະເຂົ້າກັບເດັກເປັນສ່ວນຫຼາຍ ເຮັດໃຫ້ເດັກທີ່ຟັງກໍມ່ວນ ແລະ ຕິດໃຈໄປກັບເພງ. ເພງນີ້ຮ້ອງໂດຍ Harry Reser ແຕ່ງໂດຍ J.Fred Coots ແລະ Haven Gillespie ເປັນເພງທີ່ປ່ອຍໃຫ້ຟັງແຕ່ປີ 1934 ແລະ ກໍມີເວີຊັ່ນໃໝ່ຕາມມາແຕ່ລະຍຸກ.
ຟັງເພງທີ່: https://bit.ly/3qdHUwE
5.Somewhere In My Memory
ເພງນີ້ກໍເປັນເພງໜຶ່ງທີ່ດັງໃນອະດີດ ຈົນຮອດປັດຈຸບັນ ເພາະເປັນເພງປະກອບຮູບເງົາ home Alone 2 ແຕ່ງໂດຍ John Williams ເປັນເພງທີ່ເຂົ້າກັບບັນຍາກາດສຸດໆໃນວັນ Christmas ມີວາມສຸກກັບບົດເພງທີ່ມີເນື້ອຫາເຂົ້າກັບຊີວິດແຫ່ງຄວາມສຸກ ປະກອບກັບຮູບເງົາເລື່ອງນີ້ກໍມ່ວນ ເປັນເລື່ອງທີ່ຫຼາຍຄົນໃຫ້ຄວາມສົນໃຈ ແລະ ປະທັບໃຈ.
ຟັງເພງທີ່: https://bit.ly/3srjbYj
6.Last Christmas

ເພງນີ້ກໍໂດດເດັ່ນບໍ່ຄືເພງໃດໆ ບໍ່ວ່າຈະເປັນເວີຊັ່ນໃໝ່ ຫຼື ເກົ່າ ກໍລ້ວນແຕ່ໄດ້ຮັບຄວາມນິຍົມ ຟັງແລ້ວຕິດຫູ ມີທ່ອນຈື່ງ່າຍຮ້ອງໄດ້ແບບສະບາຍໆ ພ້ອມທັງເປັນອີກເພງທີ່ມີຄວາມໝາຍອັນເລິກເຊິ່ງ. ເພງນີ້ເປີດຕົວຄັ້ງທຳອິດ ແລະ ກາຍເປັນເພງຄຣິສມາສຄລາສສິກປະມານປີ 1984.
ຟັງເພງທີ່: https://bit.ly/3mo5ndt
7.White Christmas
ເປັນອີກເພງໜຶ່ງທີ່ເກົ່າແກ່ ຮ້ອງໂດຍ Bing Crosby ຮ້ອງໄວ້ຕັ້ງແຕ່ປີ 1942 ຟັງແລ້ວຊວນໃຫ້ນຶກເຫັນບັນຍາກາດຄຮິສມາສສະໄໝເກົ່າ ເພງນີ້ແຕ່ປ່ອຍອອກມາທຳອິດຈະໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ເປັນ Single ທີ່ຂາຍດີທີ່ສຸດໃນໂລກ, ເວີຊັ່ນໃດກໍຍັງໄດ້ຮັບຄວາມນິຍົມຢູ່ສະເໝີ.
ຟັງເພງທີ່: https://bit.ly/3sv7kJ0
8.Rudolph The Red Nosed Reindeer
ເພງຄຣິສມາສແຫ່ງຄວາມເບີກບານມ່ວນຊື່ນກໍຕ້ອງຍົກໃຫ້ເປັນເພງນີ້ ມີຄວາມໝາຍມ່ວນ ກ່ຽວກັບຫິມະ ເປັນເພງໜ້າຮັກໆ ແຕ່ງມາຈາກປຶ້ມນິທານ ເປັນຊື່ດຽວກັບເພງທີ່ຕີພິມໂດຍ Montgomery Ward, ແຕ່ງໂດຍ Johnny Marks ແລະ ຍັງຂຶ້ນອັນດັບ 1 ໃນ chart ເພງຂອງສະຫະລັດໃນປີ 1949.
ຟັງເພງທີ່: https://bit.ly/30Wpk3A
9.Joy To The World
ເພງນີ້ກໍເປັນເພງທີ່ມີເນື້ອຫາກ່ຽວກັບການກ່າວຍິນດີ ເຖິງການມາຂອງພະຜູ້ເປັນເຈົ້າທີ່ມາປົກຄອງໂລກ ແຕ່ປັດຈຸບັນມີການນຳໄປຮ້ອງໃນຫຼາຍເວີຊັ່ນ ແລະ ເພງນີ້ຈະລວມໃນເພງຄຣິສມາສທີ່ມີການເຜີຍແຜ່ທີ່ສຸດໃນອາເມຣິກາເໜືອ.
ຟັງເພງທີ່: https://bit.ly/3pp7Eah
10.Jingle Bell

ເພງສຸດທ້າຍ ເພງທີ່ເປັນໜຶ່ງໃນເອກະລັກຂອງວັນຄຣິສມາສ ຫຼາຍຄົນຕ້ອງນຶກເຫັນເພງນີ້ເປັນທຳອິດເຊັ່ນກັນ ເຊິ່ງໃຫ້ຄວາມມ່ວນ, ສົດຊື່ນແຈ່ມໃສເມື່ອໄດ້ຟັງ. ເພງນີ້ແຕ່ງໂດຍ James Lord Pierpont ໃນປີ 1850 ແລະ ກໍມີເວີຊັ່ນໃໝ່ຢູ່ເລື້ອຍໆ.
ຟັງເພງທີ່: https://bit.ly/3sv4UKo
ຂອບໃຈຂໍ້ມູນຈາກ: https://bit.ly/3ssdSYC
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/