ພ້ອມໃຫ້ຫຼິ້ນແລ້ວ! Facebook ປະກາດເປີດຕົວ “Horizon Worlds” ໃນຮູບແບບ Metaverse ທີ່ສາມາດໃຫ້ຄົນທົ່ວໄປໄດ້ລອງຫຼິ້ນ ເລີ່ມຕົ້ນທີ່ ອາເມຣິກາ ແລະ ແຄນນາດາ


Horizon Worlds ໄດ້ເປີດຕົວຄັ້ງທຳອິດໃນເດືອນກັນຍາ ປີ 2019 ຫຼື 2 ປີກ່ອນ ແລະ ເປີດເປັນ version Private Beta ໃຫ້ກັບບຸກຄົນທີ່ມີ Invitation (ຖືກຮັບເຊີນ) ໄດ້ທົດລອງຫຼິ້ນກ່ອນ. ແລະໃນຕົ້ນເດືອນທັນວາທີ່ຜ່ານມາ Horizon Worlds ໃນຮູບ Metaverse ຂອງ Meta ກໍໄດ້ຖືກປ່ອຍໃຫ້ກັບບຸກຄົນທົ່ວໄປໄດ້ຫຼິ້ນແລ້ວ ໂດຍເບື້ອງຕົ້ນມີ 2 ປະເທດທຳອິດເທົ່ານັ້ນທີ່ທາງ Meta ປ່ອຍໃຫ້ຫຼິ້ນໄດ້ ນັ້ນກໍຄື ອາເມຣິກາ ແລະ ແຄນນາດາ, ເຊິ່ງຜູ້ທີ່ຈະເຂົ້າຫຼິ້ນໄດ້ແມ່ນຕ້ອງມີອາຍຸ 18 ປີຂຶ້ນໄປ ແລະ ຕ້ອງຫຼິ້ນຜ່ານແພັດຟອມ VR ຂອງ Oculus ເທົ່ານັ້ນ.

Horizon Worlds ນັ້ນເປັນຄວາມພະຍາຍາມຄັ້ງທໍາອິດຂອງ Meta ໃນການປ່ອຍສິ່ງທີ່ຄ້າຍກັບວິໄສທັດຂອງ CEO Mark Zuckerberg ທີ່ມີແນວຄິດກ່ຽວກັບ Metaverse ເພື່ອໃຫ້ເປັນແພັດຟອມທີ່ຜູ້ຫຼິ້ນຫຼາຍຄົນສາມາດເຊື່ອມໂຍງກັນໄດ້ຢ່າງກວ້າງຂວາງ ທີ່ມີຄວາມຄ້າຍຄື Roblox ແລະ ໂລກ OASIS ເທັກໂນໂລຢີຈາກຮູບເງົາຊື່ດັງຄື Ready Player One.

ກ່ອນຈະເຂົ້າສູ່ Horizon Worlds ຢ່າງເປັນທາງການ ຜູ້ຫຼີ້ນຕ້ອງສ້າງຮູບຮ່າງຕົວລະຄອນເປັນຂອງຕົນເອງວ່າມັກແບບໃດ, ເມື່ອສ້າງແລ້ວໆລະບົບຈະສຸ່ມທຸກຄົນເຂົ້າໄປໃນພື້ນທີ່ສາທາລະນະ. ຈາກນັ້ນຜູ້ຫຼິ້ນສາມາດເລືອກເຮັດກິດຈະກຳຕ່າງໆໄດ້ແບບອິດສະຫຼະຜ່ານການເຄື່ອນຍ້າຍຕົນເອງໄປທີ່ຈຸດໝາຍປາຍທາງທີ່ຕ້ອງການ ເຊິ່ງກິດຈະກຳກໍມີຕັ້ງແຕ່ການຫຼິ້ນເກມຊະນິດຕ່າງໆ ຫຼືສົນທະນາໂອ້ລົມກັບຜູ້ອື່ນທີ່ຢູ່ໃນໂລກໄດ້ຕາມໃຈ.

ພື້ນທີ່ໃນ Horizon Worlds ແມ່ນຈະແບ່ງການພັດທະນາອອກເປັນ 2 ຮູບແບບຄື ມີທັງພື້ນທີ່ທີ່ທາງຊຸມຊົນໃຊ້ງານພັດທະນາແລະ ທາງ Meta ພັດທະນາຂຶ້ນເອງ ເຊັ່ນ ພື້ນທີ່ກິດຈະກຳສາທາລະນະ Plaza ແລະ Arena Clash ທີ່ເປັນເກມຍິງປືນແບບ 3 ຕໍ່ 3. ແຕ່ເຖິງຢ່າງນັ້ນ ການເປີດຕົວຂອງ Horizon Worlds ເຮັດໃຫ້ເກີດຄໍາຖາມຫຼາຍຢ່າງເຖິງຄວາມປອດໄພແລະກິດຈະກໍາຈາກຜູ້ຫຼິ້ນ Toxic ວ່າມີການຄວບຄຸມໄດ້ຫຼືບໍ່ ແລະ ຈະຈັດການຢ່າງໃດ.

ນອກຈາກນີ້ Meta (ຊື່ເກົ່າ Facebook) ຍັງວາງແຜນປ່ອຍ Script Blocks ເຊິ່ງເປັນ code ທີ່ໃຊ້ໃນການສ້າງສັນແບບ 3D ໃຫ້ກັບບຸກຄົນທົ່ວໄປ ເພື່ອຫວັງດຶງດູດໃຫ້ຜູ້ຄົນສົນໃຈ ແລະ ຄົນໃນຊຸມຊົນເຂົ້າຮ່ວມພັດທະນາພື້ນທີ່ແລະສົ່ງເສີມສິ່ງຕ່າງໆ ທີ່ໜ້າສົນໃຈໃນອະນາຄົດ.

ສຳລັບໃຜທີ່ຢາກຮູ້ຈັກ Horizon Worlds ໃຫ້ຊັດເຈນຫຼາຍກວ່ານີ້ສາມາດຮັບຊົມວິດີໂອຕົວຢ່າງໄດ້ທີ່: https://cutt.ly/gUpnteR

ຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/