ອິສຕັນບູນ ປະເທດຕຸລະກີ ມະຫານະຄອນ 2 ທະວີບ ແຫ່ງດຽວໃນໂລກ ເມືອງທີ່ໂດດເດັ່ນທາງດ້ານພູມສາດ ແລະ ທີ່ຕັ້ງ ພ້ອມທັງດ້ານປະຫວັດສາດທີ່ມີຄວາມໜ້າສົນໃຈບໍ່ໜ້ອຍ ເພາະອະດີດເມືອງນີ້ເຄີຍເປັນ 3 ອານາຈັກທີ່ສຳຄັນໃນປະຫວັດສາດໂລກ.
ອິສຕັນບູນ ມີຊື່ເດີມວ່າ ນະຄອນຫຼວງຄອນສະເເຕນຕິໂນເປິນ ເປັນເມືອງທີ່ສຳຄັນທາງປະຫວັດສາດຢ່າງໜ້ອຍ 1,700 ກວ່າປີມາແລ້ວ ແລະ ຍັງມີອີກຫຼາຍໆຊື່ ເຊິ່ງປ່ຽນຕາມຍຸກສະໄໝ ແລະ ກະສັດທີ່ປ່ຽນກັນຂຶ້ນປົກຄອງ ແລະ ນອກຈາກນັ້ນ, ເມືອງນີ້ຍັງເປັນເມືອງທີ່ມີປະຊາກອນຫຼາຍ ແລະ ປະສົມປະສານກັນລະຫວ່າງຄົນ ໂຣມັນ ແລະ ກຣີກ.

ນອກຈາກປະຫວັດສາດແລ້ວ, ການທ່ຽວເມືອງນີ້ເມື່ອໄປແລ້ວສິ່ງທີ່ບໍ່ຄວນພາດແມ່ນກິດຈະກຳລ່ອງເຮືອໃນຊ່ອງແຄບບອສຟໍຣັສ ແລະ ຊົມຄວາມງາມຂອງສອງຟາກຝັ່ງ ພ້ອມກັບ ຟັງຂໍ້ມູນປະຫວັດສາດ, ພູມສາດ ຄວາມເປັນມາຂອງເມືອງນຳຄົນນຳທ່ຽວອີກດ້ວຍ.

ທີ່ມາ: https://bit.ly/3xFtU0S
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/