1 ດຽວໃນອາຊຽນ! ສິງກະໂປ ຕິດ Top 10 ມະຫາວິທະຍາໄລທີ່ດີທີ່ສຸດໃນໂລກ


ຈາກການລາຍງານ ການຈັດອັນດັບມະຫາວິທະຍາໄລທີ່ດີທີ່ສຸດໃນໂລກຈາກ Quacquarelli Symonds (QS) ປະຈໍາປີ 2024 ຈາກທັງໝົດ 1.500 ແຫ່ງທົ່ວໂລກ ເຊິ່ງມະຫາວິທະຍາໄລແຫ່ງຊາດສິງກະໂປ (NUS) ຢູ່ໃນອັນດັບທີ 8 ເປັນການຕິິດ 1 ໃນ 10 ອັນດັບໄດ້ເປັນຄັ້ງທໍາອິດ ຈາກເມື່ອກ່ອນແມ່ນອັນດັບທີ 11 ໃນການຈັດອັນດັບປະຈໍາປີ 2023 ໄດ້ເຜີຍແຜ່ອອກມາແລ້ວໃນປີທີ່ຜ່ານມາ ສົ່ງຜົນໃຫ້ (NUS) ຂຶ້ນເປັນມະຫາວິທະຍາໄລທີ່ດີທີ່ສຸດໃນອາຊຽນອີກດ້ວຍ.

ຖືໄດ້ວ່າເປັນຄັ້ງທຳອິດທີ່ມະຫາວິທະຍາໄລໃນພູມີພາກອາຊີໄດ້ຂຶ້ນໄປຢູ່ໃນອັນດັບທີ່ສູງ ແລະ ຕິດທັອບອັນດັບ 10 ທີ່ເປັນມະຫາວິທະຍາໄລທີ່ດີທີ່ສຸດໃນໂລກ. ​ສ່ວນໃຫຍ່ຈະເປັນມະຫາວິທະຍາໄລຈາກສະຫະລັດ ແລະ ສະຫະຣາຊະອານາຈັກ. ອັນດັບທີ 1 ຍັງຄົງເປັນຂອງ Massachusetts Institute of Technology (MIT) ຈາກສະຫະລັດ, ອັນດັບທີ 2 ແມ່ນ University of Cambridge ແລະ ອັນດັບ 3 ຄື University of Oxford ຈາກສະຫະຣາຊະອານາຈັກ.

ໃນການຈັດອັນດັບໃນປີນີ້ໄດ້ເພີ່ມ 3 ເກນໃໝ່ໄດ້ແກ່ ການມີສ່ວນຮ່ວມຂອງມະຫາວິທະຍາໄລໃນການສ້າງຄວາມໝັ້ນຍືນ ຜົນການຈ້າງງານ ແລະ ເຄືອຂ່າຍວິໄຈນານາຊາດ ລວມເຖິງໄດ້ປ່ຽນແປງຫຼັກເກນທີ່ມີຢູ່ກ່ອນໜ້າແລ້ວ ເຊັ່ນ: ຊື່ສຽງທາງດ້ານວິຊາການຄິດເປັນ 30% ຈາກແຕ່ກ່ອນເປັນ 40%, ທັດສະນະຄະຕິຂອງຜູ້ຈ້າງງານຕໍ່ບັນດິດເພີ່ມເປັນ 15% ຈາກ 10% ແລະ ອັດຕາສ່ວນອາຈານຕໍ່ນັກສຶກສາລົດລົງ 10% ຈາກ 20%.

ເຖິງຢ່າງໃດກໍຕາມ ເມື່ອປຽບທຽບກັບປະເທດອື່ນໆ ໃນພູມີພາກອາຊຽນແລ້ວ ມີພຽງມະຫາວິທະຍາໄລຈາກສິງກະໂປ ແລະ ມາເລເຊຍເທົ່ານັ້ນ ທີ່ຕິດໃນ 100 ອັນດັບທຳອິດ ຂະນະທີ່ມະຫາວິທະຍາໄລບາງປະເທດຕິດຢູ່ໃນອັນດັບລົດລົງ.

ຂໍ້ມູນຈາກ:

ACE Connect

The Straits Time

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/