ໝໍຊາວ Austria ຖືກປັບໃໝຫຼັງຈາກຜ່າຕັດຂາຜິດຂ້າງໃຫ້ຜູ້ປ່ວຍ


ໝໍຊາວອອສເຕຣຍຖືກປັບໃໝ 2,700 ປອນ ຫຼັງຈາກຜ່າຕັດຂາຂ້າງຂວາ ແທນທີ່ຈະແມ່ນຂາຂ້າງຊ້າຍຂອງຜູ້ປ່ວຍອາວຸໂສ ເຊິ່ງມາຮູ້ຕົວວ່າຜ່າຕັດຜິດຫຼັງຈາກຜ່າໄປແລ້ວສອງມື້.

ຜູ້ປ່ວຍອາຍຸ 82 ປີ ໄດ້ເຂົ້າໃຊ້ບໍລິການຄລີນິກໃນເມືອງ Freistadt ເມື່ອເດືອນພຶດສະພາທີ່ຜ່ານມາ ເພື່ອຜ່າຕັດຂາຂອງຕົນ ແຕ່ວ່າແພດກໍໄດ້ໝາຍຕຳແໜ່ງທີ່ຈະຜ່າຕັດຜິດ. ກວ່າຈະມາຮູ້ວ່າຜ່າຕັດຜິດກໍເມື່ອຕອນທີ່ຕ້ອງມາປ່ຽນຜ້າພັນບາດແຜແລ້ວ ຊ້ຳບໍ່ໜຳຍັງໄດ້ບອກຜູ້ປ່ວຍວ່າຕ້ອງໄດ້ຜ່າຕັດຂາອີກຂ້າງ. ໃນຂະນະນັ້ນ, ທາງຄລີນິກໄດ້ອອກມາຖະແຫຼງການຂໍໂທດຕໍ່ໜ້າສາທາລະນະ ໂດຍກ່າວວ່າມັນແມ່ນຄວາມໂຊກຮ້າຍ.

ໃນຊັ້ນສານ, ຜູ້ເປັນແພດໄດ້ກ່າວວ່າມັນມີຂໍ້ຜິດພາດໃນການສື່ສານຂະນະຜ່າຕັດ ພ້ອມກັບບອກວ່າຕົນເອງບໍ່ຮູ້ວ່າເປັນຫຍັງຈຶ່ງຂີດໝາຍຂາຂ້າງຂວາແທນຂາຂ້າງຊ້າຍ. ໃນວັນພຸດທີ່ຜ່ານມາ, ສານໄດ້ຕັດສິນໃຫ້ແພດໝໍມີຄວາມຜິດໃນຂໍ້ຫາບໍ່ມີຄວາມເອົາໃຈໃສ່ ແລະ ປັບໃໝເປັນຈຳນວນເງິນ 2,700 ປອນ ຫຼື ປະມານ 3,600 ໂດລາສະຫະລັດ.

ຕັ້ງແຕ່ເຫດການດັ່ງກ່າວເກີດຂຶ້ນ, ແພດໝໍຜູ້ນັ້ນກໍໄດ້ຍ້າຍໄປປະຈຳທີ່ຄລີນິກໃໝ່ ແລະ ໄດ້ມີການຍຸຕິການຈ່າຍຄ່າປັບໃໝເຄິ່ງໜຶ່ງ.

ກໍລະນີແບບນີ້ນັ້ນເປັນໄປໄດ້ຍາກຫຼາຍທີ່ຈະເກີດຂຶ້ນ, ແຕ່ກໍບໍ່ໄດ້ໝາຍຄວາມວ່າບໍ່ເຄີຍມີເລີຍ. ເມື່ອປີ 1995, ໝໍທີ່ສະຫະລັດອາເມຣິກາໄດ້ຮູ້ຕົວວ່າລາວຕັດຂາຜິດຂ້າງຂອງຜູ້ປ່ວຍທີ່ເປັນເບົາຫວານໃນລະຫວ່າງທີ່ກຳລັງຜ່າຕັດຢູ່ ແຕ່ລາວກໍໄດ້ຖືກສັ່ງໃຫ້ສືບຕໍ່ຜ່າຕັດໄປ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/