ທະຫານມຽນມາຂັບລົດຕໍາຜູ້ປະທ້ວງໃນນະຄອນຢ່າງກຸ້ງເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບຫຼາຍຄົນ


ໃນຕອນເຊົ້າວັນອາທິດຂອງວັນທີ 5 ທັນວາ ສຳນັກງານຂ່າວ Reuters ໄດ້ລາຍງານຈາກສື່ທ້ອງຖິ່ນຂອງມຽນມາ Myanmar Now ວ່າ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງພາຍໃຕ້ການນຳຂອງລັດຖະບານທະຫານມຽນມາໄດ້ຂັບລົດເລັ່ງໃສ່ກຸ່ມຜູ້ປະທ້ວງທີ່ອອກມາເດີນຂະບວນຕໍ່ຕ້ານການຍຶດອຳນາດຂອງກອງທັບມຽນມາ ໃນນະຄອນຢ່າງກຸ້ງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ, ບາດເຈັບອີກຫຼາຍຄົນ ແລະ ຖືກທາງກອງທັບຈັບກຸມຕົວອີກຢ່າງໜ້ອຍ 15 ຄົນ. ເຖິງຈະເປັນແບບນັ້ນ ແຕ່ຜູ້ປະທ້ວງກໍບໍ່ຮູ້ສຶກຢ້ານກົວ ແລະ ໄດ້ອອກມາເດີນຂະບວນປະທ້ວງອີກຄັ້ງໃນຕອນທ່ຽງຂອງມື້ດຽວກັນ.

ພະຍານ 2 ຄົນທີ່ຕິດຕາມໃນທີ່ເກີດເຫດໄດ້ໃຫ້ສຳພາດກັບທາງ Reuters ວ່າ ລົດຄັນດັ່ງກ່າວທີ່ທະຫານໃຊ້ແມ່ນລົດທີ່ທາງທະຫານຍຶດມາໄລ່ຕຳປະຊາຊົນທີ່ອອກມາປະທ້ວງຈາກທາງຫຼັງ. ນອກຈາກນີ້ ທະຫານຍັງໄລ່ຕາມຈັບກຸມ ແລະ ຕີຜູ້ປະທ້ວງທີ່ກຳລັງແລ່ນໜີເອົາຊີວິດລອດ ເຮັດໃຫ້ຫຼາຍຄົນໄດ້ຮັບບາດເຈັບ, ບາງຄົນກໍມີບາດແຜທີ່ຫົວແລະໝົດສະຕິໄປ. ຕໍ່ມາໄດ້ມີການເຜີຍແຜ່ຮູບ ແລະ ວິດີໂອໃນສັງຄົມອອນລາຍ ທີ່ລົດໄດ້ແລ່ນຕຳໃສ່ກຸ່ມຜູ້ປະທ້ວງ ແລະ ຮ່າງຜູ້ເສຍຊີວິດທີ່ນອນຢູ່ເທິງຖະໜົນ.

ທາງດ້ານລັດຖະບານເອກະພາບແຫ່ງຊາດມຽນມາ (NUG) ລັດຖະບານເງົາທີ່ກໍ່ຕັ້ງໂດຍບັນດານັກການເມືອງຝ່າຍປະຊາທິປະໄຕທີ່ໜີລອດຈາກການໄລ່ລ່າຂອງລັດຖະບານທະຫານມຽນມາ ໄດ້ກ່າວວ່າຮູ້ສຶກໃຈສະຫຼາຍທີ່ເຫັນຜູ້ປະທ້ວງຢ່າງສັນຕິຖືກລົດຕຳ ແລະ ຖືກຍິງເສຍຊີວິດ

“ພວກ​ເຮົາ​ຈະ​ຕອບ​ໂຕ້​ຢ່າງ​ແຂງຂໍ້​ຕໍ່​ພວກ​ທະ​ຫານທີ່​ກໍ່​ການ​ຮ້າຍ ທີ່​ໄດ້​ສັງຫານຜູ້ປະ​ທ້ວງ​ ​ແບບໂຫດ​ຮ້າຍປ່າເຖື່ອນ ແລະ​ໄຮ້​ມະນຸດ​ສະ​ທຳ” ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ລັດຖະບານເອກະພາບ​ແຫ່ງ​ຊາດ​ກ່າວ​ໃນ​ຖະ​ແຫຼງ​ການ​ທາງ​ສື່​ສັງ​ຄົມອອນລາຍ ຫຼັງ​ຈາກ​ການ​ໂຈມ​ຕີ​ໃນ​ວັນ​ອາ​ທິດ​ຜ່ານ​ມາ.

ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ທະຫານ​ຍັງ​ດຳ​ເນີນ​ຕໍ່​ໄປ, ​ເຖິງ​​ວ່າຈະ​ມີ​ຜູ້​ເສຍ​ຊີວິດ​ໄປ​ຫຼາຍ​ກວ່າ 1,300 ຄົນ​ນັບ​ຕັ້ງ​ແຕ່ເກີດ​ການ​ກໍ່​ລັດຖະປະຫານ​ໃນ​ວັນ​ທີ 1 ກຸມພາ​ນີ້ ທີ່ທາງທະຫານເຂົ້າມາຍຶດອຳນາດຈາກລັດຖະບານທີ່ໄດ້ຮັບການເລືອກຕັ້ງ ທີ່ມີນາງອອງຊານຊູຈີເປັນທີ່ປຶກສາແຫ່ງລັດ ເປັນຜູ້ນຳລັດຖະບານ.

ຫຼັງຈາກນັ້ນ ທາງດ້ານຂອງໂຄສົກຂອງລັດຖະບານທະຫານກໍໄດ້ອອກມາຕອບໂຕ້ ແລະ ກ່າວວ່າ ກຸ່ມຜູ້ປະທ້ວງທີ່ຖືກສັງຫານໄປແມ່ນໄດ້ປຸກປັ່ນເຮັດໃຫ້ເກີດຄວາມຮຸນແຮງ. ນອກຈາກນີ້ ໂຄສົກໄດ້ອ້າງເຫດຜົນທີ່ເຮັດລັດຖະປະຫານວ່າ ການເລືອກຕັ້ງເມື່ອເດືອນພະຈິກປີ 2020 ທີ່ພັກສັນນິບາດເພື່ອປະຊາທິປະໄຕ (NLD) ຂອງນາງ ອອງຊານ ຊູຈີ ໄດ້ຮັບການຊະນະໄປນັ້ນແມ່ນເປັນການສໍ້ໂກງ, ເຊິ່ງນາງ ຊູຈີ ອາຍຸ 76 ປີ ອະດີດຜູ້ນຳ ແມ່ນໄດ້ຖືກທາງລັດຖະບານທະຫານຕັ້ງຂໍ້ຫາຫຼາຍຢ່າງ ລວມໄປຮອດການປຸກປັ່ນ ແລະ ຝ່າຝືນມາດຕະການເພື່ອປ້ອງກັນການລະບາດຂອງ ໂຄວິດ-19. ແຕ່ນາງ ຊູຈີ ກໍໄດ້ປະຕິເສດທຸກຂໍ້ກ່າວຫາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/