ເບື້ອງຫຼັງອັນຫົດຫູ່ໃຈຂອງ Starry Night


ທຸກຄົນຈະຕ້ອງເຄີຍໄດ້ເຫັນ ຫຼື ເຄີຍໄດ້ຍິນຮູບແຕ້ມ Starry Night ຂອງ Van Gogh ມາຕະຫຼອດ ແຕ່ອາດບໍ່ໄດ້ຮູ້ຈັກກັບເບື້ອງເລິກເບື້ອງຫຼັງ ວ່າເປັນຫຍັງມັນຈຶ່ງເປັນໜຶ່ງໃນຜົນງານທີ່ດັງທີ່ສຸດຂອງສິລະປິນອຳມະຕະຜູ້ນີ້ ແລະ ຍັງເປັນຜົນງານສິລະປະທີ່ທົ່ວທຸກຄົນໃນໂລກຄຸ້ນຕາ.

ວິນເຊັນ ແວນ ໂກະ ໄດ້ແຕ້ມຮູບ Starry Night ໃນປີ 1889, ເຊິ່ງເປັນໄລຍະທີ່ລາວນັ້ນຢູ່ສູນຜູ້ປ່ວຍຈິດຕະເວດ Saint-Paul-de-Mausole ທີ່ປະເທດຝຣັ່ງຕອນໃຕ້. ຕົວສິລະປິນນັ້ນໄດ້ຮັບຄວາມເຊື່ອໃຈກັບເຈົ້າໜ້າທີ່ ເນື່ອງຈາກຕົນເອງປະຕິບັດຕົນດີມາຕະຫຼອດ ຈຶ່ງໄດ້ຮັບອິດສະຫຼະພາບຫຼາຍກວ່າຜູ້ປ່ວຍຄົນອື່ນ. ລາວສາມາດອອກຈາກພື້ນທີ່ໂຮງໝໍໄດ້, ສາມາດແຕ້ມຮູບ, ອ່ານໜັງສື ແລະ ອອກຈາກຫ້ອງຂອງຕົນເອງໄດ້. ນອກຈາກນີ້ທາງສູນຍັງໄດ້ໃຫ້ຫ້ອງສະຕູດີໂອແກ່ລາວອີກ.

ຕົວ ແວນ ໂກະ ນັ້ນຕ້ອງໄດ້ຕໍ່ສູ້ກັບສະພາວະຂອງຕົນເອງ, ລາວມັກຈະເກີດພາບຫຼອນ, ເລີ່ມກັງວົນ ແລະ ມີຄວາມຄິດຢາກຂ້າຕົວຕາຍເມື່ອຈົມດິ່ງລົງໄປໃນຄວາມຊຶມເສົ້າ. ເຊິ່ງມັນຈະຄ່ອຍໆເລີ່ມປ່ຽນແປງ ໂດຍເຫັນໄດ້ຊັດເຈນຜ່ານຮູບແຕ້ມຂອງລາວ ທີ່ເລີ່ມມີການນຳໃຊ້ກຸ່ມສີເຂັ້ມຂຶ້ນ. ຮູບ Starry Night ເປັນຕົວຢ່າງຂອງຈຸດປ່ຽນໃນຜົນງານ ແລະ ສະພາບຈິດໃຈລາວໄດ້ຢ່າງດີ ບໍ່ວ່າຈະເປັນສີຟ້າທີ່ກິນໄປທົ່ວພື້ນທີ່ຂອງໜ້າເຈ້ຍ, ພູຜາທີ່ເລີ່ມປະສົມປະສານເປັນທ້ອງຟ້າ ແລະ ການທີ່ເລີ່ມແຕ້ມຮູບໃນເວລາກາງຄືນ ເພາະວ່າສ່ວນໃຫຍ່ແລ້ວ ແວນ ໂກະ ຈະໃຊ້ເວລາກາງເວັນແຕ້ມຮູບ. ເອີ້ນໄດ້ວ່າເປັນບັນຍາກາດທີ່ກົງກັນຂ້າມ ແລະ ແຕກຕ່າງກັນທັງໝົດ.

ຮູບແຕ້ມດັ່ງກ່າວໄດ້ພັນລະນາການເຂົ້າໃຈໂລກທີ່ເປັນແບບເພີ້ຝັນຂອງແວນໂກະ ຕໍ່ວິວປ່ອງຢ້ຽມຈາກຫ້ອງພັກໃນສູນຈິດຕະເວດຂອງລາວ. ລາວໄດ້ບັນຍາຍມຸມມອງຍາມຄ່ຳຂອງຕົນເອງຈາກການໄດ້ຖືກຂັງໃຫ້ໂດດດ່ຽວ.

ເມື່ອສັງເກດເຕັກນິກການແຕ້ມ ທ້ອງຟ້າຈະໝຸນ, ການທາສີທຸກເສັ້ນຈະໝຸນໄປກັບເມກທີ່ອ້ອມກຸ່ມດາວ ແລະ ດວງຈັນ. ມີພຽງຕົ້ນໄມ້ທີ່ງໍໄປກັບການໂຄ້ງຂອງກິ່ງໄມ້. ພາບລວມຂອງມັນນັ້ນສົ່ງຜົນໃຫ້ຮູ້ສຶກເບົາບາງຄືຢູ່ໃນຝັນ. ບັນດາພູຜາຕ່າງກໍໝຸນລົງໄປໃສ່ບ້ານເຮືອນທາງລຸ່ມ, ກົງກັນຂ້າມກັບຕົວເມືອງທີ່ຕັ້ງຊື່ຂຶ້ນມາ ແລະ ບໍ່ມີຂົດງໍ ເຊິ່ງຂັດກັບກະແສການແຕ້ມທີ່ຕ້ອງການໃຫ້ມັນກ້ຽວງໍໄປທັງໝົດ.

ເຖິງຢ່າງໃດກໍຕາມ, ສິ່ງທີ່ໜ້າສົນໃຈຂອງຮູບແຕ້ມນີ້ກໍຄື ມັນເກີດຂຶ້ນຈາກຈິນຕະນາການຂອງ ແວນ ໂກະ ທັງນັ້ນ. ທິວທັດທີ່ແຕ້ມອອກມາບໍ່ກົງກັບສິ່ງອ້ອມຂ້າງຈາກມຸມປ່ອງຢ້ຽມຫ້ອງພັກຂອງສະຖານຜູ້ປ່ວຍເລີຍ. ແວນ ໂກະ ແມ່ນຜູ້ທີ່ໜັກແໜ້ນກັບການແຕ້ມຈາກສິ່ງທີ່ຕາເຫັນ, ແຕ່ຮູບນີ້ແມ່ນຂັດກັບຜົນງານປົກກະຕິຂອງຕົນເອງຢ່າງໃຫຍ່ຫຼວງ ຫຼື ນີ້ອາດຈະເປັນສິ່ງທີ່ລາວເຫັນດ້ວຍຕາເປົ່າຂອງຕົນເອງເມື່ອຢູ່ໃນສະພາວະປ່ວຍທາງຈິດໃນຂະນະນັ້ນກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/