ໝຶກຜ້າຫົ່ມ ອວດໂສມຄວາມສວຍງາມໂດຍການເຕັ້ນລະບຳໃນນ້ຳ ໃຫ້ນັກທ່ອງທ່ຽວໄດ້ເຫັນ!


ຖືວ່າເປັນໂຊກດີຂອງນັກຊີວະວິທະຍາແລະຜູ້ນຳທ່ຽວສາວ Jacinta Shackleton ທີ່ໄດ້ມີໂອກາດພົບກັບໝຶກຜ້າຫົ່ມ (Blanket octopus) ຫຼື Tremoctopus spp (ຊື່ທາງວິທະຍາສາດ) ສີສັນສວຍງາມຕົວນີ້ ທີ່ກຳລັງເຕັ້ນລະບຳຢູ່ນອກຊາຍຝັ່ງຂອງເກາະ Lady Elliot ໃນ Great barrier Reef ເຂດປະກາລັງທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງຕັ້ງຢູ່ທາງທິດຕາເວັນອອກສຽງເໜືອຂອງ ອອສເຕຣເລຍ.

ໃນຕອນທຳອິດ Jacinta ຄິດວ່າມັນເປັນປາທີ່ມີຫາງຍາວໆ ແຕ່ເມື່ອສັງເກດດີໆອີກຄັ້ງ Jacinta ກໍໄດ້ອຸທານຮ້ອງດີໃຈແບບສຸດຂີດ ເພາະວ່າມັນເປັນ ໝຶກຜ້າຫົ່ມ ເຊິ່ງເປັນໝຶກທີ່ອາໄສຢູ່ໃນທະເລເປີດ. ດັ່ງນັ້ນ ການພົບປາໝຶກຊະນິດນີ້ໃນເຂດປະກາລັງ ຈຶ່ງຖືວ່າເປັນເລື່ອງທີ່ເກີດຂຶ້ນໄດ້ຍາກ ໂດຍ Jacinta ເຊື່ອວ່າຄັ້ງນີ້ອາດເປັນຄັ້ງທີສາມທີ່ພົບເຫັນໝຶກຜ້າຫົ່ມໃນບໍລິເວນນີ້. (ເບິ່ງວິດີໂອໄດ້ທີ່: https://bit.ly/3g1rl2d)

ໂດຍໝຶກຜ້າຫົ່ມທີ່ຖືກພົບນັ້ນເປັນໝຶກເພດແມ່ ແລະ ອາດມີຂະໜາດເຖິງ 2 ແມັດ ແລະ ອາດມີນ້ຳໜັກກວ່າໝຶກເພດຜູ້ເຖິງ 40,000 ເທົ່າ ເພາະວ່າໝຶກຜ້າຫົ່ມເພດຜູ້ໂດຍປົກກະຕິແລ້ວຈະມີຂະໜາດຕົວປະມານ 2.4 ຊັງຕີແມັດ.

ນອກນີ້ໝຶກຊະນິດນີ້ຍັງມີຄວາມແປກອີກຢ່າງໜຶ່ງຄື ມັນມີຄວາມທົນທານຕໍ່ເຂັມພິດຂອງແມງກະພຸນເຮືອຮົບໂປຕຸເກດ(Portuguese man-of-war)  ແລະ ແມງກະພຸນໜວດຂຽວ (blue bottle) ໂດຍໝຶກຜ້າຜົ່ມຈະເອົາເຂັມພິດຂອງແມງກະພຸນເຫຼົ່ານີ້ມາໄວ້ບ່ອນທີ່ມີໜວດສອງເສັ້ນທີ່ມັນຍື່ນອອກມາ ເພື່ອປ້ອງກັນຕົນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/