ເປັນຫຍັງຕ້ອງເວົ້າວ່າ Hello ເວລາຮັບໂທລະສັບ?


ໄດ້ແຕ່ຄິດແລ້ວກໍສົງໄສ ວ່າເປັນຫຍັງຮັບໂທລະສັບແລ້ວຈຶ່ງທັກທາຍວ່າ Hello, ເວົ້າຄຳອື່ນບໍ່ໄດ້ບໍ ແລະ ສົມມຸດວ່າຖ້າເຮົາບໍ່ໃຊ້ຄຳນີ້ເຮົາຄວນໃຊ້ຄຳໃດ.

ຄວາມຈິງແລ້ວມັນກໍມີທີ່ມາທີ່ໄປ ຖ້າຢ້ອນກັບໄປອະດີດ ປີ 1876 ໂທລະສັບໜ່ວຍທຳອິດຂອງໂລກໄດ້ຖືກຄິດຄົ້ນ ໂດຍນັກປະດິດຄົນອາເມຣິກາຢ່າງ Alexander Graham Bell. ຫຼັງຈາກທີ່ Bell ໄດ້ຄິດຄົ້ນໂທລະສັບສຳເລັດແລ້ວ ລາວຈຶ່ງໄດ້ຄົ້ນຄິດຄຳເວົ້າເວລາໃຊ້ທັກທາຍກັນລະຫວ່າງທີ່ລົມໂທລະສັບອີກພ້ອມ.

ຄຳເວົ້າທີ່ Bell ໄດ້ໃຊ້ທັກທາຍເມື່ອຮັບສາຍໂທລະສັບນັ້ນ ທຳອິດບໍ່ແມ່ນຄຳວ່າ: Hello ດັ່ງທີ່ຄົນເຮົາໃຊ້ໃນປັດຈຸບັນ ແຕ່ເຂົາໄດ້ໃຊ້ຄຳວ່າ: Ahoy (ອະຮອຍ) ແທນ. ຄວາມໝາຍຂອງ Ahoy ມີທີ່ມາຈາກຄຳສັບພາສາດັດ ໂດຍເປັນຄຳທີ່ໃຊ້ທັກທາຍກັນລະຫວ່າງລູກເຮືອໃນສະໄໝກ່ອນ ເຊື່ອກັນວ່າ Bell ໄດ້ນຳຄຳເວົ້ານີ້ມາຈາກກາຕູນເລື່ອງໜຶ່ງ ທີ່ຕົວລະຄອນໂຈນສະຫຼັດໃນເລື່ອງຈະໃຊ້ຄຳວ່າ “ອະຮອຍ” ໃນການທັກທາຍກັນ ເຮັດໃຫ້ໃນເວລານັ້ນ ຜູ້ຄົນສ່ວນໃຫຍ່ ຈຶ່ງໃຊ້ຄຳວ່າ “ອະຮອຍ” ໃນການທັກທາຍລົມໂທລະສັບ.

ເວລາຜ່ານໄປໄລຍະໜຶ່ງ ນັກປະດິດຊື່ດັງຊາວອາເມລິກາອີກຄົນ ຊື່ວ່າ Thomas Alva Edison ກໍໄດ້ປ່ຽນ ຫຼື ດັດແປງ ແລະ ພັດທະນາໂທລະສັບທີ່ Alexander Graham Bell ໄດ້ປະດິດຂຶ້ນມາ ແລະ Thomas Alva Edison ກໍໄດ້ໃຊ້ຄຳທັກທາຍວ່າ Hello.

ຕາມຂໍ້ມູນວັດຈະນານຸກົມອັອກຟອດ (Oxford Dictionary) ມີການລະບຸໄວ້ວ່າ Hello ໄດ້ຖືກບັນຍັດ ແລະ ຖືກໃຊ້ເປັນຄັ້ງທຳອິດໃນຊຸມປີ 1827 ໂດຍເມື່ອກ່ອນຄຳວ່າ Hello ບໍ່ໄດ້ໃຊ້ໃນການໂອ້ລົມທັກທາຍ ແຕ່ເປັນຄຳອຸທານທີ່ສະແດງເຖິງຄວາມຕົກໃຈ ຫຼື ປະຫຼາດໃຈແທນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/