ບໍລິສັດໃນຝຣັ່ງທົດລອງການໃຊ້ວ່າວຂະໜາດໃຫຍ່ ໃນການລາກເຮືອບັນທຸກສິນຄ້າ ເພື່ອລົດປະລິມານການປ່ອຍກາສ CO2


ການປ່ອຍມົນລະພິດຈາກການຂົນສົ່ງອອກໄປສູ່ສິ່ງແວດລ້ອມແມ່ນບັນຫາໃຫຍ່ຂອງໂລກ ສິນຄ້າປະມານ 80% ຂອງໂລກຖືກຂົນສົ່ງໂດຍເຮືອປະມານ 50,000 ລຳ ເຊິ່ງບັນດາເຮືອດັ່ງກ່າວແມ່ນໃຊ້ເຊື້ອໄຟທີ່ບໍ່ເປັນມິດຕໍ່ສິ່ງແວດລ້ອມ ໂດຍສະເພາະເຊື້ອໄຟທີ່ເອີ້ນວ່າ “ເຊື້ອໄຟບັງເກີ້ (bunker fuel)” ເປັນເຊື້ອໄຟທີ່ລາຄາຖືກແລະມີສ່ວນຕໍ່ການປ່ອຍກາສຄາບອນຫຼາຍກວ່າ 2% ທົ່ວໂລກ ແລະ ຍັງປ່ອຍ sulfur oxide ແລະ nitrous oxide ອອກມາເຖິງ 10%-15% ເຊິ່ງກາສທັງສອງນີ້ເປັນອັນຕະລາຍຕໍ່ສຸຂະພາບມະນຸດເຮົາ.

ດັ່ງນັ້ນເມື່ອບໍດົນມານີ້ເອງ ບໍລິສັດພະລັງງານໝຸນວຽນຂອງຝຣັ່ງທີ່ມີຊື່ວ່າ Airseas ໄດ້ຕັດສິນໃຈອອກມາແກ້ໄຂເຖິງບັນຫານີ້ແບບຈິງຈັງ ດ້ວຍການອອກແບບ “ວ່າວຂະໜາດໃຫຍ່” ມາເພື່ອການລາກເຮືອສິນຄ້າ.

ວ່າວຂະໜາດໃຫຍ່ເຫຼົ່ານີ້ມີຊື່ວ່າ Seawing ເຊິ່ງມີອຸປະກອນທີ່ຖືກອອກແບບມາໃຫ້ໃຊ້ແຮງລົມໃນການລາກເຮືອ (ຄ້າຍຄືກັບການເຮັດວຽກຂອງໃບເຮືອ) ມີຄວາມກວ້າງ 500 ຕາແມັດ ແລະ ຖືກຕິດຕັ້ງໄວ້ເທິງເຮືອສິນຄ້າາຂະໜາດ 154 ແມັດ ໂດຍມັນຈະບໍ່ໄດ້ມັດຕິດໄວ້ເທິງດາດຟ້າຂອງເຮືອຄືກັນກັບເຮືອທົ່ວໄປ ແຕ່ມັນຈະລອຍຕາມລົມໃນອາກາດທີ່ຢູ່ເທິງເຮືອ ເຊິ່ງເຮັດໃຫ້ບໍ່ເປັນອຸປະສັກຕໍ່ການບັນທຸກສິນຄ້າ ແລະ ສາມາດດັດແປງໃຫ້ເຂົ້າກັບເຮືອປະເພດໃດກໍໄດ້.

ທາງ Airseas ໄດ້ລະບຸວ່າ ພວກເຂົາຈະເຮັດການທົດລອງລະບົບຂອງ Seawing ກັບເຮືອບັນທຸກຊິ້ນສ່ວນເຮືອບິນໃນໄລຍະປີ 2022 ເປັນເວລາປະມານເຄິ່ງປີ ພາຍໃຕ້ຄວາມຫວັງທີ່ວ່າມັນຈະຊ່ວຍລົດການປ່ອຍກາສ Co2 ຂອງເຮືອຢ່າງໜ້ອຍ ກໍ 20%.

ແລະຖ້າຫາກວ່າທຸກຢ່າງເປັນໄປດ້ວຍດີ Airseas ກໍຫວັງວ່າຈະສາມາດຕິດຕັ້ງວ່າວຂະໜາດຍັກນີ້ເທິງເຮືອຂົນສົ່ງສິນຄ້າ 10% ຈາກທັງໝົດຂອງໂລກ ພາຍໃນປີ 2030 ທີ່ຈະມາຮອດນີ້ ເຊິ່ງຖືວ່າຂ້ອນຂ້າງໄວເມື່ອທຽບກັບການປ່ຽນເຮືອໃໝ່ໝົດໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/