ໜຸ່ມເຢຍລະມັນສາຍຂຽວຮັກໂລກ ໃຫ້ຄົນສາມາດເອົາຂີ້ເຫຍື້ອມາແລກກັນຊາໄດ້!!!


Marian Erbach ໜຸ່ມເຢຍລະມັນທີ່ອາໄສຢູ່ຈາໄມກ້າ ເກີດແນວຄວາມຄິດຮັກໂລກລົດຜ່ອນຂີ້ເຫຍື້ອແຄມຊາຍຫາດ ດ້ວຍການໃຫ້ຜູ້ຄົນສາມາດເອົາຂີ້ເຫຍື້ອ 1 ຖັງມາແລກກັບກັນຊາຟຣີ!!!

ແນວຄວາມຄິດນີ້ໄດ້ມາຈາກທີ່ລາວຮູ້ສຶກເບື່ອໜ່າຍກັບຂີ້ເຫຍື້ອພລາສຕິກແຄມຊາຍຫາດ ເພາະລາວເອງເຮັດທຸລະກິດທີ່ພັກຢູ່ບໍລິເວນນັ້ນ ຈຶ່ງຢາກຄິດຄົ້ນວິທີແກ້ບັນຫາ, ລາວເຄີຍເຫັນການເອົາຂີ້ເຫຍື້ອພລາສຕິກໄປແລກກັບກາເຟ, ໃນຕອນນັ້ນເອງແຟນຂອງລາວເວົ້າຂຶ້ນມາຫຼິ້ນໆວ່າ “ໃນຈາໄມກ້າ ເຈົ້າຕ້ອງແລກຂີ້ເຫຍື້ອດ້ວຍກັນຊາ” Marian ຈຶ່ງໄດ້ຄວາມຄິດໃຫ້ເອົາຂີ້ເຫຍື້ອ 1 ຖັງມາແລກກັບກັນຊາ 1 ມວນ.

ໂດຍປະກາດດັ່ງກ່າວ ໄດ້ຕິດໄວ້ທີ່ໜ້າກິດຈະການທີ່ພັກຂອງລາວເອງ ແລະ ທຸກຄົນສາມາດເຂົ້າຮ່ວມໄດ້. ຫຼັງຈາກນັ້ນກໍເລີ່ມມີຄົນເຂົ້າຮ່ວມເປັນຈຳນວນຫຼາຍ ຜູ້ຄົນເລີ່ມເກັບຂີ້ເຫຍື້ອມາແລກຫຼາຍຂຶ້ນ ເຮັດໃຫ້ຂີ້ເຫຍື້ອຕາມຊາຍຫາດກໍລົດລົງໄປນຳ.

ເຫັນແບບນີ້ ບໍ່ໄດ້ເປັນສາຍຂຽວແຕ່ຕົວ ແຕ່ຫົວໃຈກໍຍັງເປັນສີຂຽວດ້ວຍຄວາມຮັກໂລກອີກດ້ວຍ!! Marian Erbach ບອກວ່າຢາກໃຫ້ທຸກຄົນທີ່ເຂົ້າຮ່ວມ ໄດ້ເຫັນເຖິງຄວາມສຳຄັນຂອງບັນຫາການຖິ້ມຂີ້ເຫຍື້ອລົງທະເລອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/