ກໍແນວຄົນມັນຢາກງາມ! ສາວລັກໄປເຮັດດັງມາໃໝ່ ແຕ່ບໍ່ຖືກໃຈຜົວ ສຸດທ້າຍຜົວຂໍປະຈົນໄດ້ປຶກສາຊາວເນັດ


ສໍາລັບຜູ້ຍິງຫຼາຍໆຄົນແລ້ວ ການເຮັດສັນຍະກໍາກໍເປັນອີກຊ່ອງທາງໜຶ່ງທີ່ເຮັດໃຫ້ເຂົາເຈົ້າມີຄວາມງາມ ແລະ ຄວາມໝັ້ນໃຈເພີ່ມຂຶ້ນ ແຕ່ອີກດ້ານໜຶ່ງກໍຕ້ອງຍອມຮັບວ່າ ບໍ່ແມ່ນທຸກຄົນຈະຖືກໃຈການເຮັດສັນຍະກຳ ເຊັ່ນດຽວກັນກັບກໍລະນີຂອງສາວຄົນນີ້ທີ່ລາວຖືກຜົວຂໍປະຫຼັງຈາກໄປເຮັດດັງມາໃໝ່.

ເລື່ອງລາວນີ້ເປັນຂອງຍິງອາຍຸ 32 ເຊິ່ງເປັນສະມາຊິກຄົນໜຶ່ງຈາກເວັບໄຊ Pantip (ເວັບໄຊຕັ້ງກະທູ້ຖາມຕອບຍອດນິຍົມຈາກປະເທດໄທ) ໄດ້ໂພສສອບຖາມສະມາຊິກຄົນອື່ນໃນກຸ່ມວ່າ ຕົນເອງນັ້ນມີຜົວອາຍຸ  36 ປີ ແຕ່ງງານກັນມາໄດ້ 4 ປີແລ້ວແຕ່ຍັງບໍ່ມີລູກ ແລະລາວມີສິ່ງໜຶ່ງທີ່ລາວຢາກເຮັດມາຕະຫຼອດນັ້ນກໍຄືການເຮັດດັງ ແຕ່ຜູ້ທີ່ເປັນຜົວນັ້ນບໍ່ຍອມໃຫ້ເຮັດໂດຍໃຫ້ເຫດຜົນວ່າ ບໍ່ມັກຄົນເຮັດສັນຍະກໍາ ເພາະມັນເບິ່ງປອມ ບໍ່ເປັນທໍາມະຊາດ.

ຢ່າງໃດກໍດີ ດ້ວຍຄວາມທີ່ຢາກສານຕໍ່ຄວາມຝັນໃຫ້ເປັນຈິງ ໃນທີ່ສຸດຍິງສາວກໍໄດ້ລັກໄປເຮັດດັງ ໂດຍບໍ່ໃຫ້ສາມີຮູ້. ຫຼັງຈາກທີ່ເຮັດດັງເປັນທີ່ຮຽບຮ້ອຍແລ້ວກັບມາເຮືອນ ເມື່ອຜູ້ເປັນຜົວເຫັນສະພາບຂອງເມຍກໍບໍ່ຍອມລົມຫຍັງກັບເມຍເລີຍ. ເທົ່ານັ້ນຍັງບໍ່ພໍ ຜູ້ເປັນຜົວຍັງເຮັດການແຍກຫ້ອງນອນ ເຊິ່ງໃນຕອນທຳອິດທີ່ເຫດການເກີດຂຶ້ນຍິງສາວກໍຄິດວ່າຜົວຂອງຕົນພຽງແຕ່ຄຽດໃຫ້ ຕົນຈຶ່ງບໍ່ໄດ້ສົນໃຈຫຍັງ.

ຈົນເວລາໄດ້ຜ່ານໄປ 1 ເດືອນ ຜົວໄດ້ເຂົ້າມາບອກວ່າຂໍຢ່າຮ້າງກັບລາວ ເຮັດໃຫ້ຍິງສາວຄົນນີ້ເຖິງກັບໄປບໍ່ເປັນ ແລະ ມັນກໍໄດ້ກາຍເປັນເລື່ອງໃຫຍ່ເລີຍ.

ດ້ວຍເຫດນີ້ ເຮັດໃຫ້ຍິງວສາວຕ້ອງໄດ້ເຮັດການຕັ້ງກະທູ້ສອບຖາມໝູ່ເພື່ອນພັນທິບວ່າ ລາວຜິດຫຼືບໍ່ທີ່ລັກໄປເຮັດດັງມາ ໃນເມື່ອເງິນກໍເປັນເງິນຂອງລາວ ແລະລາວເປັນຄົນທີ່ເຈັບເອງ.

ຈາກການຕັ້ງຄໍາຖາມດັ່ງກ່າວເຮັດໃຫ້ຊາວເນັດຫຼັ່ງໄຫຼເຂົ້າມາສະແດງຄວາມຄິດເຫັນຢ່າງຫຼວງຫຼາຍ ແລະ ຜົນທີ່ອອກມາກໍຄືຊາວພັນທິບສ່ວນຫຼາຍແມ່ນຢູ່ທີມຜົວ ໂດຍໃຫ້ເຫດຜົນວ່າ ເມຍເຮັດດັງນັ້ນແມ່ນບໍ່ຜິດ ຜົວບໍ່ມັກທີ່ເມຍເຮັດແບບນັ້ນກໍບໍ່ຜິດ ແຕ່ທີ່ຜິດກໍຄືພຶດຕິກໍາທີ່ “ລັກເຮັດດັງ” ຂອງຜູ້ເປັນເມຍ.

ບາງຄົນກໍບອກວ່າທີ່ຜູ້ເປັນຜົວຂໍຢ່າຮ້າງ ບໍ່ແມ່ນຍ້ອນເລື່ອງທີ່ເມຍເຮັດດັງດອກ ແຕ່ເປັນຄວາມຕ້ອງການຂອງຝ່າຍຍິງ ທີ່ຢູ່ເໜືອທຸກສິ່ງລວມທັງຄົນເປັນຜົວນໍາ.

ອີກດ້ານໜຶ່ງກໍບອກວ່າ ‘ເຈົ້າຍັງວົນຢູ່ກັບຕົວເຈົ້າຄົນດຽວ…ເງິນເຈົ້າ ດັງເຈົ້າ…ແລ້ວເຈົ້າຈະສົນໃຈເຮັດຫຍັງຖ້າລາວຊິຄຽດ ຫຼື ລາວຊິປະ ເພາະໃນເມື່ອລາວບໍ່ໄດ້ມີຄວາມສຳຄັນຫຍັງກັບເຈົ້າຈັກໜ້ອຍເລີຍ’.

‘ເຈົ້າເຮັດເພື່ອຕອບສະໜອງຄວາມຕ້ອງການຂອງຕົວເຈົ້າຄົນດຽວ’

ສໍາລັບປະເດັນນີ້ໝູ່ເພື່ອນມີຄວາມເຫັນແນວໃດແດ່?

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/