WHO ຊີ້ວ່າ ຂໍ້ມູນບາງສ່ວນຈາກຈີນແມ່ນຫາຍໄປ ເຮັດໃຫ້ບໍ່ສາມາດສະຫຼຸບຕົ້ນກໍາເນີດຂອງເຊື້ອໂຄວິດ-19 ໄດ້


ໃນວັນທີ 10 ມິຖຸນາ 2022 ທີ່ຜ່ານມາ ຄະນະທີ່ປຶກສາທາງວິທະຍາສາດໃນການຄົ້ນຫາຕົ້ນກໍາເນີດຂອງເຊື້ອໂຣກຊະນິດໃໝ່ທີ່ບໍ່ເຄີຍປາກົດຕົວມາກ່ອນໃນຄົນ (SAGO) ຂອງອົງການອະນາໄມໂລກ ອອກມາລາຍງານໃນເບື້ອງຕົ້ນເຖິງ ຜົນການສືບຫາຕົ້ນກຳເນີດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ທີ່ລະບາດໃຫຍ່ໄປທົ່ວໂລກ ນັບຕັ້ງແຕ່ການພົບເຫັນຄັ້ງທຳອິດທີ່ເມືອງອູ່ຮັ່ນ ມົນທົນຫູເປີ່ຍຂອງຈີນໃນໄລຍະປາຍປີ 2019 ວ່າຈົນຮອດປັດຈຸບັນນີ້ຍັງບໍ່ສາມາດໄດ້ຂໍ້ສະຫຼຸບອອກມາວ່າ ຕົ້ນກໍາເນີດຂອງເຊື້ອໂຄວິດ-19 ມາຈາກບ່ອນໃດ ເນື່ອງຈາກມີຂໍ້ມູນບາງສ່ວນຈາກຈີນຫາຍໄປ.

ໃນຂະນະດຽວກັນ ຄະນະຜູ້ຊ່ຽວຊານຂອງອົງການອະນາໄມໂລກຍັງຄົງເປີດກວ້າງສໍາລັບຫຼັກຖານທາງວິທະຍາສາດທັງໝົດທີ່ຈະຄົ້ນຫາມາໃຫ້ໄດ້ໃນອະນາຄົດ ເພື່ອນໍາມາທົດສອບສົມມຸດຖານທີ່ສົມເຫດສົມຜົນທັງໝົດຢ່າງຄອບຄຸມ ລວມໄປຮອດເປັນໄປໄດ້ວ່າອາດເກີດອຸບັດຕິເຫດທີ່ຫ້ອງທົດລອງທາງວິທະຍາສາດ.

ໂດຍລາຍງານຂອງຄະນະຜູ້ຊ່ຽວຊານຂອງອົງການອະນາໄມໂລກຍັງໄດ້ລະບຸວ່າ “ເຄີຍເກີດອຸບັດຕິເຫດໃນຫ້ອງແລັບເຊິ່ງກໍ່ໃຫ້ເກີດການລະບາດຂອງເຊື້ອໂຣກບາງຢ່າງມາແລ້ວ ເຊິ່ງທິດສະດີທີ່ເປັນເລື່ອງການເມືອງສູງແບບນີ້ບໍ່ອາດທີ່ຈະບໍ່ຖືກນັບ”.

ຄະນະຜູ້ຊ່ຽວຊານຂອງອົງການອະນາໄມໂລກລະບຸຕື່ມອີກໃນລາຍງານວ່າ ຈາກຂໍ້ມູນທີ່ສາມາດຄົ້ນຫາມາໄດ້ນັ້ນ ສະແດງໃຫ້ເຫັນວ່າເຊື້ອໂຣກໂຄໂຣນາໄວຣັສສາຍພັນໃໝ່ 2019 ມັນອາດຈະມາຈາກສັດຊະນິດຕ່າງໆ ເຊັນ: ເຈຍ ເຊິ່ງຖືວ່າເປັນການສະຫຼຸບທີ່ຄ້າຍຄືກັບທີມເຈົ້າໜ້າທີ່ສືບຫາຕົ້ນກໍາເນີດໂຄວິດ-19 ຂອງສະຫະປະຊາຊາດຊຸດກ່ອນໜ້າ ທີ່ໄດ້ເດີນທາງໄປສໍາຫຼວດເກັບກໍາຂໍ້ມູນຫາຕົ້ນກໍາເນີດໂຄວິດ-19 ທີ່ເມືອງອູ່ຮັ່ນຂອງຈີນ.

ສໍາລັບຂໍ້ມູນທີ່ຫາຍໄປກ່ຽວກັບໂຄວິດ-19 ໂດຍສະເພາະຈາກຈີນ ເຊິ່ງພົບຜູ້ຕິດເຊື້ອໂຄວິດ-19 ເປັນກຸ່ມທໍາອິດເມື່ອເດືອນທັນວາ ປີ 2019 ນັ້ນໝາຍເຖິງວ່າບໍ່ມີທາງທີ່ຈະເປັນໄປໄດ້ເລີຍທີ່ຈະລະບຸຕົ້ນກໍາເນີດທີ່ຊັດເຈນຂອງເຊື້ອໂຄວິດ-19 ວ່າມັນແຜ່ເຊື້ອຕິດຕໍ່ມາສູ່ຄົນໄດ້ແນວໃດ.

ທັງນີ້ ຈາກການແຜ່ລະບາດຂອງໂຄວິດ-19 ໃນໄລຍະ 2 ປີກວ່າທີ່ຜ່ານມາເຮັດໃຫ້ຍອດຜູ້ຕິດເຊື້ອທົ່ວໂລກໃນຂະນະນີ້ມີຢູ່ປະມານ 543 ລ້ານຄົນ ແລະ ເສຍຊີວິດ 6.31 ລ້ານຄົນ.

ຢ່າງໃດກໍດີ ການລະບຸຫາຕົ້ນກໍາເນີດຂອງເຊື້ອໂຣກໃນສັດຊະນິດຕ່າງໆ ຕ້ອງໃຊ້ເວລາຫຼາຍປີ ເຊິ່ງນັກວິທະຍາສາດຕ້ອງໃຊ້ເວລາດົນນານເຖິງ 15 ປີໃນການຊອກຫາເຈຍສາຍພັນຕ່າງໆ ທີ່ອາດເປັນແຫຼ່ງກໍາເນີດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື SARs ທີ່ເປັນຍາດພີ່ນ້ອງຂອງເຊື້ອໂຄວິດ-19.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/