ໜຸ່ມສູບຢາສູບໄຟຟ້າມາ 3 ປີ ຈາກຄົນແຂງແຮງ ປັດຈຸບັນກິນເຂົ້າຍັງຫາຍໃຈບໍ່ທັນ ພ້ອມເຕືອນເຊົາໄດ້ໃຫ້ເຊົາ


ໜຸ່ມຜູ້ໃຊ້ບັນຊີ Tiktok @tum.step.thep ໂພສວິດີໂອແບ່ງປັນເລື່ອງລາວ ອຸທາຫອນ ຫຼັງຕົນເອງນັ້ນຕ້ອງເຂົ້າໂຮງໝໍອັນເປັນຜົນມາຈາກການສູບຢາໄຟຟ້າມາເປັນເວລາ 3​ ປີ ພ້ອມເຜີຍວ່າ ຈາກຕົນເປັນຄົນແຂງແຮງ ປັດຈຸບັນກິນເຂົ້າຍັງຫາຍໃຈບໍ່ທັນ ພ້ອມເຕືອນເຊົາໄດ້ໃຫ້ເຊົາ.

ໂດຍວິດີໂອດັ່ງກ່າວລະບຸຂໍ້ຄວາມວ່າ: “ເຊົາໄດ້ໃຫ້ເຊົາເດີ້ ຜົນຂອງການສູບຢາສູບໄຟຟ້າມາຢ່າງໜັກ ຈາກຄົນທີ່ບໍ່ເຄີຍເຈັບເຄີຍເປັນ ຮອດຕອນນີ້ຊຸດໂຊມຫຼາຍ ອາການໜັກ ເຂົ້າໂຮງໝໍມາແລ້ວ 4 ແຫ່ງ ແລະ ໂຮງໝໍທີ 4 ​ຮູ້ເລື່ອງເລີຍ”.​ ຈາກພາບຂອງຜົນການ X-ray ເຫັນວ່າ ບໍລິເວນປອດຂ້າງຊ້າຍມີຄວາມຜິດປົກກະຕິຢ່າງຊັດເຈນ.

ເຊິ່ງມີວິດີໂອໜຶ່ງທີ່ກຳລັງຮັບປະທານອາຫານ ແຕ່ໃນວິດີຈະສັງເກດເຫັນມີໄລຍະໜຶ່ງທີ່ເບິ່ງເຈົ້າຕົວ ຫາຍບໍ່ທັນ ເພາະມີອາການຫອບເມື່ອຍ ໂດຍວິດີໂອດັ່ງກ່າວມີຄົນເຂົ້າເບິ່ງໄປແລ້ວ ຫຼາຍກວ່າ 8 ລ້ານຄົນ ພ້ອມລະບຸວ່າ: “ເບິ່ງໄວ້ ໃຜທີ່ຄິດວ່າເກັ່ງສູບຢາສູບໄຟຟ້າ ຍິງກົງ ຄວັນຫຼາຍ ເປັນແນວໃດ ສະສົມມາ 3 ປີ ກິນເຂົ້າຍັງຫາຍໃຈບໍ່ທັນເລີຍ”

    ຫຼັງຈາກວິດິໂອດັ່ງກ່າວຖືກເຜີຍແຜ່ອອກໄປກໍກາຍເປັນທີ່ເວົາເຖິງທັນທີ ມີຄົນໃນອອນລາຍແຫ່ເຂົ້າມາໃຫ້ກຳລັງໃຈເປັນຈຳນວນຫຼວງຫຼາຍ ພ້ອມພາກັນເຕືອນກັນເຖິງຜົນຮ້າຍ ແລະ ຜົນກະທົບຂອງຢາສູບໄຟຟ້າ ທີ່ກຳລັງແຜ່ລະບາດໃນກຸ່ມໄວໜຸ່ມໃນຂະນະນີ້.

ປັດຈຸບັນ ຢາສູບໄຟຟ້າ ກຳລັງເປັນໄພຄຸກຄາມຕົ້ນຕໍໃນກຸ່ມໄວໜຸ່ມ ນັບຕັ້ງແຕ່ 15 ປີຂຶ້ນໄປ ເພາະປັດຈຸບັນ ບັນດາຜູ້ຜະລິດຢາສູບໄຟຟ້າຈຳນວນຫຼາຍ ໄດ້ອອກຜະລິດຕະພັນທີ່ເຈາະກຸ່ມລູກຄ້າທີ່ເປັນໄວໜຸ່ມຫຼາຍຂຶ້ນ ທັງສີ, ກິ່ນ ແລະ ລັກສະນະຂອງຜະລິດຕະພັນ. ພ້ອມນີ້ ຢາສູບໄຟຟ້າ ຍັງເປັນອີກໜຶ່ງສິ່ງທ້າທາຍໃຫ້ກັບ ລັດຖະບານໃນຫຼາຍປະເທດ ໃນການຄວບຄຸມຈຳກັດ ແລະ ລົບລ້າງ ອອກຈາກສັງຄົມໃຫ້ໄດ້ຫຼາຍທີ່ສຸດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/