ທະນາຄານແຫ່ງ ສປປ ລາວ ສຶກສາວຽກງານ ການເງິນສີຂຽວ ໃນ ສປປ ລາວ ແນໃສ່ການພັດທະນາແບບຍືນຍົງ


ທະນາຄານແຫ່ງ ສປປ ລາວ ໄດ້ຮ່ວມມືກັບອົງການການເງິນສາກົນ ຫຼື International Financial Corporation ປຶກສາຫາລືກັນໃນຫົວຂໍ້ “ການເງິນສີຂຽວ ສຳລັບ ສປປ ລາວ” ເພື່ອໃຫ້ຄວາມສຳຄັນ ແລະ ຊຸກຍູ້ສົ່ງເສີມກິດຈະກຳຂອງບັນດາທຸລະກິດທີ່ໃຫ້ຄວາມສຳຄັນກັບການພັດທະນາແບບຍືນຍົງ ແລະ ຮັກສາສິ່ງແວດລ້ອມ.

ການປະຊຸມປຶກສາຫາລື ຄັ້ງດັ່ງກ່າວມີຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມ ທະນາຄານ ແຫ່ງ ສປປ ລາວ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ວຽງດາລີ ສຸພານຸວົງ ຮອງຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຮອງຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າວຽກງານການເງິນທີ່ຍືນຍົງ ແລະ ທ່ານ ພົງສະຫວັນ ພົມກອງ ຫົວໜ້າຫ້ອງການ ອົງການການເງິນສາກົນ ປະຈຳ ສປປ ລາວ.

ໂດຍ ການເງິນສີຂຽວ ຫຼື Green Finance ໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ ຫຼື UNEP ໄດ້ໃຫ້ຄວາມໝາຍໄວ້ວ່າ ເປັນການເພີ່ມກະແສການເງິນບໍ່ວ່າຈະຈາກທະນາຄານ ການໃຫ້ສິນເຊື່ອ ການປະກັນໄພ ການລົງທຶນ ທັງຈາກພາກລັດ ແລະ ເອກະຊົນ ໃຫ້ໄຫຼໄປສູ່ກິດຈະກຳຂອງໂລກທຸລະກິດ ໃຫ້ຄວາມສຳຄັນກັບການພັດທະນາແບບຍືນຍົງ ໂດຍມີຈຸດສຳຄັນຢູ່ທີ່ການເນັ້ນການບໍລິຫານຄວາມສ່ຽງດ້ານ ສິ່ງແວດລ້ອມ ແລະ ສັງຄົມໃຫ້ດີຂຶ້ນ ຄວ້າໂອກາດຂອງຜົນຕອບແທນ ແລະ ຜົນປະໂຫຍດຂອງສິ່ງແວດລ້ອມ ໄປພ້ອມກັບການດຳເນີນທຸລະກິດ ທີ່ມີຄວາມຮັບຜິດຊອບຫຼາຍຍິ່ງຂຶ້ນ.

​ຈຸດປະສົງໃນການຈັດກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນ ເພື່ອນຳສະເໜີການພັດທະນາວຽກງານການເງິນສີຂຽວຢູ່ ສປປ ລາວ ລວມທັງບົດບາດຂອງຜູ້ສ້າງລະບຽບການ ແລະ ສະຖາບັນການເງິນໃນການສົ່ງເສີມຕະຫຼາດສຳລັບການເງິນສີຂຽວ, ນອກນັ້ນ ຍັງເປັນເວທີໃນການແລກປ່ຽນບົດຮຽນ ແລະ ປະສົບການຂອງຊ່ຽວຊານຈາກຕ່າງປະເທດພາຍໃນພາກພື້ນ ແລະ ສາກົນ ໃນການຫັນປ່ຽນເປັນທະນາຄານສີຂຽວ ຫຼື Green Banking Transformation.

 ໃນໄລຍະຜ່ານມາທະນາຄານແຫ່ງ ສປປ ລາວ  ໄດ້ຮ່ວມມືກັບອົງການການເງິນສາກົນໃນການປະເມີນຄວາມພ້ອມຂອງຕະຫຼາດ ເພື່ອທົບທວນຂອບການເງິນສີຂຽວໃນປັດຈຸບັນ ເພື່ອປັບປຸງສະພາບແວດລ້ອມທີ່ອຳນວຍໃຫ້ແກ່ການເງິນສີຂຽວ ໂດຍການສ້າງແຜນຍຸດທະສາດໃນການສົ່ງເສີມການເງິນແບບຍືນຍົງ ແລະ ກຳນົດໝວດກິດຈະກຳຍືນຍົງຂອງ ສປປ ລາວ ເຊິ່ງຈະເປັນການກຳນົດແນວທາງລວມໃນຂະແໜງການທະນາຄານ ແລະ ຕະຫຼາດທຶນ ໃນການຊຸກຍູ້ທາງດ້ານປ່ອຍກູ້ສີຂຽວ, ເພີ່ມການລົງທຶນສີຂຽວ, ເງິນກູ້ເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງທີ່ມີເງື່ອນໄຂ.

    ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/