ຄຳພີໄບເບິນພາສາຮິບຣູ ອາຍຸ 1.100 ປີ ຖືກປະມູນໃນລາຄາ 38 ລ້ານໂດລາ


ຄຳພີໄບເບິນພາສາຮິບຣູອາຍຸ 1.100 ປີ ເຊິ່ງເປັນເອກະສານຕົ້ນສະບັບທາງປະຫວັດສາດທີ່ເກົ່າແກ່ທີ່ສຸດໃນໂລກ ຖຶກປະມູນຂາບແລ້ວທີ່ New York ປະເທດ ອາເມຣິກາ ດ້ວຍລາຄາ 38 ລ້ານໂດລາ ເປັນລາຄາທີ່ສູງສຸດໃນປະຫວັດສາດ ກ່ອນຈະກຽມສົ່ງໄປເກັບຮັກສາທີ່ພິພິທະພັນໃນອິດສະຣາເອວ.

ເມື່ອວັນທີ 18 ພຶດສະພາ 2023 ສຳນັກງານຂ່າວຕ່າງປະເທດໄດ້ລາຍງານວ່າ The Codex Sassoon ພະຄຳພີໄບເບິນທີ່ຂຽນດ້ວຍລາຍມືພາສາຮິບຣູ ສະພາບເກືອບສົມບູນ ໜ້າປົກຫຸ້ມດ້ວຍໜັງ ເຊິ່ງມີອາຍຸຢ້ອນກັບໄປເຖິງປາຍສະຕະວັດທີ 9 ຮອດຕົ້ນສະຕະວັດທີ 10.

ທາງບໍລິສັດການປະມູນຂອງ ສະຫະຣາຊະອານາຈັກ ກ່າວໃນງານຖະແຫຼງການວ່າ ຫຼັງການປະມູນເຊິ່ງໃຊ້ເວລາພຽງ 4 ນາທີ ຜູ້ຊະນະການປະມູນຄື ທ່ານ ອາວເຟດ ໂມເສດ ອະດີດນັກການທູດຂອງອາເມຣິກາ ປະມູນໃນນາມອົງກອນບໍ່ສະແຫວງຫາຜົນກຳໄລ American Friends of ANU ເຊິ່ງຈະມອບ The Codex Sassoon ໃຫ້ກັບ Museum of the Jewish People ໃນນະຄອນເທວອາວີບ ຂອງປະເທດອິດສະຣາເອວ.

ທັງນີ້ ພະຄຳພີໄບເບິນພາສາຮິບຣູ ເປັນໜຶ່ງໃນເອກະສານທາງປະຫວັດສາດເກົ່າແກ່ທີ່ຖືກປະມູນດ້ວຍລາຄາທີ່ສູງທີ່ສຸດ ກ່ອນໜ້ານີ້ເມື່ອປີ 2021 ທີ່ມີການປະມູນເອກະສານລັດຖະທຳມູນອາເມຣິກາໄປດ້ວຍລາຄາ 43 ລ້ານໂດລາ ແລະ ຢ້ອນກັບໄປເມື່ອປີ 1994 ເຄີຍມີກການປະມູນເອກະສານບັນທຶກດ້ວຍມື Codex Leicester ຂອງ ລີໂອນາໂດ ດາວິນຊີ ໄປດ້ວຍລາຄາ 31 ລ້ານໂດລາ ເຊິ່ງປັດຈຸບັນລາຄາຢູ່ທີ່ປະມານ 60 ລ້ານໂດລາ.

ຢ່າງໃດກໍຕາມ  The Codex Sassoon ຄື 1 ໃນ 2 ຕົ້ນສະບັບພະຄຳພີ ທີ່ມີພະຄຳພີໄບເບິນທັງໝົດ 24 ເຫຼັ້ມ ເຊິ່ງຍັງຄົງມີຢູ່ໃນຍຸກປັດຈຸບັນ ໂດຍລະບຸເພີ່ມເຕີມວ່າ ມັນມີຄວາມສົມບູນຫຼາຍກວ່າ ພະຄຳພີໄບເບິນເຊິ່ງເປັນພະຄຳພີໄບເບິນຍຸກທຳອິດທີ່ມີ່ຊື່ສຽງອີກ 2​ ເຫຼັ້ມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/