Elon Musk ວາງເເຜນທີ່ຈະສ້າງລະບົບການເງິນໃໝ່ໃນ Twitter ໃຫ້ມີປະສິດທິພາບດີກວ່າລະບົບການເງິນເເບບດັ້ງເດີມ


ເມື່ອບໍ່ດົນມານີ້ Elon Musk ໄດ້ໂພສໃນ Twitter ວ່າ ບັນຫາຂອງການເງິນເເບບດັ້ງເດີມບໍ່ໄດ້ມາດຕະຖານ ເເລະ ຍັງຕ້ອງໄດ້ມີການເເກ້ໄຂປັບປຸງອີກຫຼາຍຈຸດ. ໂດຍ Musk ໄດ້ລະບຸວ່າ ການເງິນເເບບດັ້ງເດີມນັ້ນ “ບໍ່ມີປະສິດທິພາບ” ເເລະ ໄດ້ເອີ້ນລະບົບນີ້ວ່າເປັນລະບົບເເບບລວມສູນທີ່ມີຄວາມຫຼາກຫຼາຍໃນເລື່ອງຂອງການໃຊ້ງານຫຼາຍເກີນໄປ, ຈຶ່ງຄວນຈະມີການສ້າງລະບົບການເງິນທີ່ມີປະສິດທິພາບຫຼາຍກວ່ານີ້ເພື່ອທີ່ຈະເຂົ້າມາເຕີມເຕັມລະບົບ

ຈາກລະບົບການເງິນເເບບດັ້ງເດີມທີ່ມີບັນຫາຫຼາຍຈຸດ ການສ້າງລະບົບການເງີນໃໝ່ທີ່ມີຄວາມສະເພາະເຈາະຈົງອາດສາມາດຍົກລະດັບຄວາມສະດວກສະບາຍໃຫ້ເເກ່ຜູ້ໃຊ້ບໍລິການໄດ້.

Musk ກ່າວວ່າ “ຫາກມີຜະລິດຕະພັນທີ່ມີປະສິດທິພາບກວ່ານີ້ມັນກໍໜ້າຈະດີກວ່າຄວາມຕ້ອງການຂອງພວກເຮົາກໍຄືການສ້າງລະບົບການເງິນທີ່ມີຄວາມຄົບຖ້ວນໃຫ້ຫຼາຍຂຶ້ນ ເພື່ອທີ່ຈະເຕີມເຕັມຂໍ້ມູນເເບບ real-time ທີ່ມີປະສິດທິພາບ ເເລະ ມີລະບົບທີ່ເປັນອັນໜຶ່ງອັນດຽວກັນຫຼາຍກວ່ານີ້”.

Elon Musk ມີຄວາມຕັ້ງໃຈທີ່ຈະປ່ຽນ Twitter ໃຫ້ເປັນແອັບພິເຄຊັນທີ່ມີທຸກຢ່າງ ທີ່ເອີ້ນວ່າ “X”. ໂດຍເເພລັດຟອມນີ້ໄດ້ເລີ່ມຂໍລົງທະບຽນເພື່ອເຂົ້າສູ່ທຸລະກິດການຊຳລະເງິນຂອງຫະລັດ ແລະ ກໍາລັງອອກແບບຊັອບແວການຊຳລະເງິນໃນເເພລັດຟອມຂອງຕົນເຊັ່ນດຽວກັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/