ເປີດຕົວ “Coinbase One” ບໍລິການສະໝັກສະມາຊິກເທຣດໂດຍບໍ່ເສຍຄ່າທຳນຽມ ເເລະ ສິດທິພິເສດອີກຫຼາກຫຼາຍໃຫ້ເເກ່ຜູ້ໃຊ້


Coinbase ໄດ້ເປີດຕົວ “Coinbase One” ບໍລິການສະໝັກສະມາຊິກໃນ 35 ປະເທດທົ່ວໂລກ, ໃນ​ເບື້ອງ​ຕົ້ນ​ ຜູ້​ໃຊ້​ທີ່ຕ້ອງການສະໝັກສະມາຊິກບໍລິການດັ່ງກ່າວຕ້ອງເປັນຜູ້ທີ່ຢູ່ອາໄສໃນສະຫະລາຊະອານາຈັກ, ເຢຍລະມັນ ແລະ ໄອແລນ, ອີງຕາມການປະກາດຂອງ Coinbase ໃນວັນທີ 18 ພຶດສະພາ.

ໂດຍ Coinbase One ຈະມອບສິດທິພິເສດທີ່ຫຼາກຫຼາຍໃຫ້ເເກ່ຜູ້ສະໝັກສະມາຊິກເຊັ່ນ: ການເທຣດເເບບບໍ່ເສຍຄ່າທຳນຽມ, ການເພີ່ມຮາງວັນໃນການ Stake ເເລະ ສິດທິພິເສດອື່ນໆອີກ, ເຊິ່ງຄ່າສະໝັກສະມາຊິກຂອງ Coinbase One ຈະຢູ່ທີ່ 29,99 ໂດລາຕໍ່ເດືອນ. ນອກຈາກນີ້, Coinbase ຍັງວາງແຜນທີ່ຈະຮ່ວມມືກັບບໍລິສັດອື່ນໆເຊັ່ນ: Alto IRA, Blockworks ‘Permissionless, ແລະ Lemonade, ເພື່ອມອບສິດທິປະໂຫຍດເພີ່ມເຕີມໃຫ້ກັບຜູ້ໃຊ້.

Coinbase ກ່າວອີກວ່າ ການບໍລິການສະໝັກຊະມາຊິກໃໝ່ນີ້ ຈະຊ່ວຍໃຫ້ຜູ້ໃຊ້ເຂົ້າເຖິງທີມງານ Suppoty ຕະຫຼອດ 24/7, ເພື່ອໃຫ້ຜູ້ໃຊ້ສາມາດຂໍຄໍາແນະນໍາຜ່ານທາງໂທລະສັບ ແລະ ໄດ້ຮັບການຊ່ວຍເຫຼືອໃນທັນທີ ເພື່ອແກ້ໄຂບັນຫາດ້ານເຕັກນິກກັບບັນຊີຂອງພວກເຂົາ. ນອກຈາກນີ້ Coinbase One ຍັງມອບຄວາມສະດວກໃຫ້ແກ່ຜູ້ໃຊ້ໃນສະຫະລັດອາເມຣິກາ ໃນການອອກແບບຟອມພາສີ ນີ້ເຮັດໃຫ້ການຍື່ນພາສີ Crypto ເປັນເລື່ອງທີ່ງ່າຍຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/