ແນວຄິດການນຳເສດອາຫານມາເຮັດເປັນເຄື່ອງໃຊ້, ຜະລິດຕະພັນ ຫຼື ວັດສະດຸຕ່າງໆ ຖືໄດ້ວ່າເປັນໄອເດຍທີ່ດີຫຼາຍເພາະມັນສາມາດຊ່ວຍລົດຈໍານວນຂີ້ເຫຍື້ອໃນສິ່ງແວດລ້ອມ ແລະ ຍັງເປັນທາງເລືອກທີ່ເຮັດໃຫ້ຄົນໃນສັງຄົມຫັນມາໃສ່ໃຈກ່ຽວກັບສິ່ງແວດລ້ອມຫຼາຍຂຶ້ນ ເຊັ່ນດຽວກັບນັກປະດິດຄົນນີ້ທີ່ລາວໄດ້ປະດິດໜັງທຽມທີ່ເຮັດມາຈາກເສດອາຫານ ແລະ ສາຫຼ່າຍ ໂດຍຫວັງທີ່ຈະສະໜັບສະໜູນການໝຸນວຽນ ແລະ ຄວາມຍືນຍົງ.

ໜັງທຽມສຸດທົນທານດັ່ງກ່າວມີຊື່ວ່າ “Kuradat” ຖືກສ້າງຈາກຂີ້ເຫຍື້ອເສດອາຫານ-ສາຫຼ່າຍ ໂດຍ Divya Verma ນັກອອກແບບສາວຈາກ ສະຖາບັນ National Institute of Design ໃນປະເທດອິນເດຍ ເຊິ່ງຈຸດປະສົງໃນການສ້າງໜັງທຽມນີ້ Divya ບອກວ່າເພື່ອເປັນການສະໜັບສະໜູນແນວຄິດພັດທະນາທີ່ຍືນຍົງ ແລະ ການໝຸນວຽນນຳໃຊ້ສິ່ງເສດເຫຼືອໃຫ້ເກີດປະໂຫຍດ.

ໃນວິທີການສ້າງໜັງ Kuradat ທາງ Divya ບອກວ່າ ຕົນໄດ້ໃຊ້ກາກໃຍຈາກທໍາມະຊາດມາເຊື່ອມເຂົ້າດ້ວຍກັນໂດຍອາໄສສານຍຶດເກາະທໍາມະຊາດ ໄບໂອໂພລີເມີ (biopolymers) ຈາກສາຫຼ່າຍ ແລະ ສານກັນຊຶມຕາມທຳມະຊາດ. ໃນສ່ວນຂອງວິທີການຍ້ອມໃຫ້ແຜ່ນໜັງມີສີສັນຂຶ້ນມາ ພວກເຂົາຈະຍ້ອມໂດຍໃຊ້ສີຈາກເສດອາຫານ ແລະ ດອກໄມ້ ເຊັ່ນ: ເປືອກຜັກ, ເປືອກວອລນັດ (walnut), ເສດໄມ້, ດອກກຸຫຼາບ ແລະ ດອກດາວເຮືອງ “ການພັດທະນາວັດສະດຸນີ້ ບໍ່ຈໍາເປັນຕ້ອງໃຊ້ພື້ນດິນ ຫຼື ແຫຼ່ງນ້ຳຂະໜາດໃຫຍ່ ແລະ ບໍ່ນຳໄປສູ່ການປ່ອຍແກ໊ສຄາບອນອີກດ້ວຍ”, “ປາສະຈາກສານເຄມີ ແລະ ການຜະລິດຕ້ອງໃຊ້ອຸນຫະພູມຕໍ່າກວ່າ 100 ອົງສາ ແລະ ມັນກໍປະຢັດພະລັງງານ” Divya ກ່າວ.

ທັງນີ້ Kuradat ມີຮູບຮ່າງ ແລະ ໃຊ້ງານໄດ້ຄືກັນກັບໜັງສັດແທ້ ມີຄຸນສົມບັດກັນນໍ້າ ສາມາດຍ່ອຍສະຫຼາຍໄປເອງຕາມທຳມະຊາດໂດຍບໍ່ຖິ້ມສານເຄມີອັນຕະລາຍໄວ້ ແລະ ສາມາດນຳເອົາໜັງມາເຮັດເປັນເຄື່ອງເອ້ໄດ້ງາມບໍ່ນ້ອຍໜ້າເຄື່ອງແທ້ເລີຍ. ພ້ອມນີ້ການອອກແບບດັ່ງກ່າວຂອງ Divya ຍັງເຮັດໃຫ້ລາວໄດ້ຮາງວັນຈາກງານ James Dyson Awards ອີກດ້ວຍ.

ຂອບໃຈຂໍ້ມູນຈາກ;
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment