ສານໃນເກົາຫຼີ ອອກໝາຍຈັບ Do Kwon ຜູ້ກໍ່ຕັ້ງຫຼຽນ LUNA ຂໍ້ຫາລະເມີດກົດໝາຍຕະຫຼາດທຶນຂອງປະເທດ

Do Kwon

ເປັນທີ່ຮືຮາໄປທົ່ວໂລກ Cryptocurrency ເມື່ອມີຂ່າວອອກມາວ່າ ສານແຫ່ງໜຶ່ງໃນເກົາຫຼີໃຕ້ ໄດ້ອອກໝາຍຈັບ ໂດ ຄວອນ (Do Kwon) ຜູ້ຮ່ວມກໍ່ຕັ້ງລະບົບນິເວດສະກຸນເງິນດິຈິຕອລ Terra LUNA ຂອງ Terraform Labs ພ້ອມກັບໝູ່ຮ່ວມຂະບວນການອີກ 5 ຄົນ ຂໍ້ຫາລະເມີດກົດໝາຍຕະຫຼາດທຶນຂອງປະເທດເກົາຫຼີໃຕ້.

Do Kwon

ເຊິ່ງການເຄື່ອນໄຫວຄັ້ງນີ້ເກີດຂຶ້ນບໍ່ດົນຫຼັງຈາກລະບົບນິເວດຂອງ Terra ແລະ Stablecoin (UST) ຫຼົ້ມສະຫຼາຍລົງ ເມື່ອໄລຍະເດືອນ ພຶດສະພາທີ່ຜ່ານມາ ສົ່ງຜົນໃຫ້ເກີດຜົນກະທົບຄັ້ງໃຫຍ່ໃນຕະຫຼາດ Cryptocurrency ໄປທົ່ວໂລກ.

Do Kwon

ຕາມລາຍງານລະບຸວ່າ ສານໃນມະຫານະຄອນ ໂຊລ ຂອງເກົາຫຼີໃຕ້ ໄດ້ອອກໝາຍຈັບ ໂດ ຄວອນ ແລະ ໝູ່ອີກ 5 ຄົນໃນຂໍ້ຫາລະເມີດກົດໝາຍຕະຫຼາດທຶນຂອງປະເທດເກົາຫຼີໃຕ້ ໂດຍສຳນັກງານໄອຍະການເປີດເຜີຍວ່າ ປັດຈຸບັນ ໂດ ຄວອນ ແລະ ໝູ່ ແມ່ນອາໄສຢູ່ສິງກະໂປ.

Do Kwon

ການຫຼົ້ມສະຫຼາຍຂອງ Terra LUNA ແມ່ນເລີ່ມມາຈາກ ຫຼຽນ Stablecoin ຊື່ UST ທີ່ບໍ່ສາມາດຮັກສາມູນຄ່າໄວ້ທີ່ 1 ຫຼຽນ ຕໍ່ 1 ໂດລາ ຈົນລຸກລາມເຮັດໃຫ້ ລະບົບຈັດການຕ່າງໆສູນເສຍສົມດຸນ ກໍ່ໃຫ້ເກີດການສືບສວນສອບສວນໃນເກົາຫຼີ ແລະ ສະຫະລັດອາເມຣິກາ ລວມເຖິງກະທົບໄປຮອດລະບຽບຂໍ້ບັງຄັບໃໝ່ຂອງ Stablecoin ແລະ ເຮັດໃຫ້ສູນເສຍຄວາມເຊື່ອໝັ້ນຈາກນັກລົງທຶນທົ່ວໂລກອີກນຳ.

ຢ່າງໃດກໍຕາມ ກ່ອນໜ້ານີ້ເມື່ອເດືອນສິງຫາທີ່ຜ່ານມາ ໂດ ຄວອນ ໄດ້ໃຫ້ສຳພາດວ່າ ລາວຢືນຢັນວ່າລາວຈະໃຫ້ຄວາມຮ່ວມມືທຸກຢ່າງໃນການແກ້ໄຂ ແລະ ການສືບສວນສອບສວນເລື່ອງນີ້ຢ່າງເຕັມທີ່ກັບເຈົ້າໜ້າທີ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ