ສີ ຈິ້ນຜິງ ກຽມເດີນທາງເຂົ້າພົບ ປູຕິນ ໃນວັນທີ 15 ກັນຍານີ້ ເພື່ອປຶກສາຫາລືປະເດັນ “ໄຕ້ຫວັນ-ຢູເຄຣນ”

ປູຕິນ

ວັນທີ 14 ກັນຍາ 2022 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ໄດ້ເລີ່ມເດີນທາງອອກຈາກຈີນເພື່ອຢ້ຽມຢາມຕ່າງປະເທດ ເຊິ່ງການເດີນທາງຄັ້ງນີ້ຖືວ່າເປັນຄັ້ງທຳອິດ ຕັ້ງແຕ່ທາງຈີນມີການຍົກລະດັບຄຸມເຂັ້ມມາດຕະການລະບາດຂອງໂຄວິດ-19 ໃນໄລຍະຕົ້ນປີ 2020 ທີ່ຜ່ານມາ. ພ້ອມນີ້ ນານາຊາດຍັງໄດ້ຈັບຕາເບິ່ງການເຄື່ອນໄຫວດັ່ງກ່າວ ເພາະວ່າ ສີ ຈິ້ນຜິງ ມີນັດພົບປະໂອ້ລົມກັບ ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ.

ປູຕິນ

ຕາມລາຍງານລະບຸວ່າ ສີ ຈິ້ນຜິງ ຈະເລີ່ມຕົ້ນການເດີນທາງດ້ວຍການໄປທີ່ຄາຊັກສະຖານ ແລະ ມີແຜນເຂົ້າຮ່ວມການປະຊຸມສຸດຍອດຂອງອົງການຄວາມຮ່ວມມືຊ່ຽງໄຮ້ (Shanghai Cooperation Organisation: SCO) ທີ່ປະເທດອຸສເບກິສຖານ ໃນລະຫວ່າງວັນທີ 15-16 ກັນຍາ 2022 ໂດຍມີຜູ້ນຳໃນບັນດາປະເທດພາກພື້ນເອເຊຍກາງ ລວມໄປຮອດ ຣັດເຊຍ, ອີຣ່ານ, ອິນເດຍ ແລະ ປາກີສະຖານເຂົ້າຮ່ວມປະຊຸມນຳ.

ນອກຈາກການເຂົ້າຮ່ວມປະຊຸມດັ່ງກ່າວແລ້ວ ສີ ຈິ້ນຜິງ ຍັງມີວາລະເຂົ້າພົບປະໂອ້ລົມນອກຮອບກັບ ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ໃນວັນທີ 15 ກັນຍາ ນີ້ ເຊິ່ງນີ້ຖືວ່າເປັນການປຶກສາຫາລືກັນຂອງ 2 ຜູ້ນຳປະເທດທີ່ກໍາລັງປະເຊີນຄວາມທ້າທາຍໃນໄລຍະເວລາທີ່ສຳຄັນ ທັງຈາກກໍລະນີສົງຄາມຢູເຄຣນ ແລະ ຄວາມສຳພັນກັບຊາດຕາເວັນຕົກທີ່ເປັນໄປໃນທິດທາງບໍ່ຄ່ອຍດີ.

ທາງດ້ານ ຢູຣິ ອູຊາຄອຟ (Yuri Ushakov)  ທີ່ປຶກສາດ້ານນະໂຍບາຍຕ່າງປະເທດຂອງລັດຖະບານເຄຣມລິນ ແຫ່ງຣັດເຊຍ ໄດ້ອອກມາເປີດເຜີຍກັບສື່ວ່າ ປູຕິນ ແລະ ສີ ຈິ້ນຜິງ ຈະປຶກສາຫາລືກັນໃນຫຼາຍປະເດັນ ທັງໃນລະດັບທະວິພາຄີພາກພື້ນ ແລະ ລະດັບນານາຊາດ ເຊິ່ງລວມເຖິງເລື່ອງຢູເຄຣນແລະໄຕ້ຫວັນ ເຊິ່ງລັດຖະບານເຄຣມລິນເບິ່ງວ່າ ການເຂົ້າພົບປະກັນຄັ້ງນີ້ ‘ມີຄວາມສຳຄັນເປັນພິເສດ’ ເມື່ອພິຈາລະນາຈາກສະຖານະການດ້ານພູມລັດຖະສາດ.

ປູຕິນ

ທັງນີ້ ການພົບປະກັນຂອງທັງ 2 ມະຫາອຳນາດຈະເຮັດໃຫ້ ສີ ຈິ້ນຜິງ ມີໂອກາດໄດ້ເນັ້ນຍ້ຳເຖິງອິດທິພົນຂອງຈີນ ໃນຂະນະທີ່ປູຕິນເອງກໍສາມາດສະແດງໃຫ້ນານາຊາດເຫັນເຖິງທ່າທີຂອງຣັດເຊຍທີ່ມີຄວາມເອນອ່ຽງເຂົ້າມາຫາບັນດາປະເທດໃນເອເຊຍ. ພ້ອມນີ້ທັງ 2 ຜູ້ນຳຍັງສາມາດສະແດງທ່າທີຕໍ່ຕ້ານອິດທິພົນຂອງສະຫະລັດອາເມຣິກາ ແລະ ທ່າທີຂອງຊາດຕາເວັນຕົກທີ່ພະຍາມລົງໂທດຣັດເຊຍຈາກການເຮັດສົງຄາມໃນຢູເຄຣນ ເຊິ່ງລັດຖະບານເຄຣມລິນເອີ້ນວ່າເປັນ “ປະຕິບັດການພິເສດທາງທະຫານ”.

“ຈີນເຂົ້າໃຈຢ່າງຊັດເຈນເຖິງເຫດຜົນທີ່ບີບບັງຄັບໃຫ້ຣັດເຊຍຕ້ອງປະຕິບັດການພິເສດທາງທະຫານ ແນ່ນອນວ່າບັນຫານີ້ຈະມີການປຶກສາຫາລືຢ່າງລະອຽດໃນລະຫວ່າງການປະຊຸມທີ່ຈະເກີດຂຶ້ນ” ອູຊາຄອຟ ກ່າວ.

ທັງນີ້ ເຮົາກໍຕ້ອງມາຖ້າຕິດຕາມເບິ່ງວ່າການພົບປະໂອ້ລົມລະຫວ່າງ 2 ມະຫາອຳນາດຂອງໂລກໃນຄັ້ງນີ້ຈະສົ່ງຜົນຫຍັງແດ່ ແລະ ທ່າທີຂອງນານາຊາດຈະອອກມາໃນຮູບແບບໃດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ