ຖ້າຫາກຈະກ່າວເຖິງໜຶ່ງໃນປັດໄຈສຳຄັນທີ່ສາມາດວັດແທກຄຸນະພາບຊີວິດຂອງຜູ້ຄົນໃນປະເທດຕ່າງໆໄດ້ນັ້ນກໍຄື ລະບົບບຳນານ ເພາະວ່າ ລະບົບບຳນານສະທ້ອນໃຫ້ເຫັນເຖິງການຈັດການໃຫ້ປະຊາຊົນມີຄວາມໝັ້ນຄົງທາງລາຍໄດ້ໃນປັດຈຸບັນແລະອະນາຄົດ ໂດຍສະເພາະຢ່າງຍິ່ງຫຼັງຈາກກະສຽນອາຍຸໃນການເຮັດວຽກ ເຂົ້າສູ່ໄວຊະລາ ແລະບໍ່ສາມາດເຮັດວຽກໄດ້ແລ້ວ.

ທັງນີ້ຫຼາຍປະເທດແມ່ນໃຫ້ຄວາມສຳຄັນກັບລະບົບບຳນານຢ່າງຫຼວງຫຼາຍ ເຊິ່ງນັ້ນເຮັດໃຫ້ປະຊາຊົນໃນປະເທດບໍ່ຕ້ອງມີຄວາມກັງວົນກັບການໃຊ້ຊີວິດໃນໄລຍະຕອນທ້າຍຂອງຊີວິດ. ຢ່າງໃດກໍຕາມບໍ່ແມ່ນທຸກປະເທດທີ່ຈະເປັນແບບນັ້ນ ແລະໃຫ້ຄວາມສຳຄັນໃນເລື່ອງນີ້.

ໂດຍຫຼ້າສຸດນີ້ທາງດ້ານ Mercer (ບໍລິສັດໃຫ້ຄໍາປຶກສາດ້ານ HR ແລະ ການບໍລິຫານສິນຊັບຈາກສະຫະລັດ) ແລະ CFA Institute (ສະຖາບັນ CFA ທີ່ໃຫ້ການສຶກສາດ້ານການເງິນ) ໄດ້ເຜີຍແຜ່ຜົນການຈັດອັນປະເທດທີ່ມີລະບົບບຳນານດີທີ່ສຸດໃນໂລກ ຫຼື Mercer CFA Institute Global Pension Index 2022 (MCGPI) ອອກມາແລ້ວ.
ໂດຍການຈັດອັນດັບຄັ້ງນີ້ທາງ Mercer ໄດ້ນຳເອົາ 44 ປະເທດທົ່ວໂລກທີ່ຄອບຄຸມ 65% ຂອງປະຊາກອນໂລກມາຈັດລະບົບບຳນານ ແລະເກນການໃຫ້ຄະແນນແມ່ນອີງຕາມ 3 ດ້ານຫຼັກໆຄື ຄວາມພຽງພໍ, ຄວາມຍືນຍົງ ແລະ ຄວາມຄົບຖ້ວນ.

ເຊິ່ງ 10 ອັນດັບທຳອິດຂອງປະເທດທີ່ມີລະບົບບຳນານດີທີ່ສຸດໃນໂລກແມ່ນມີຄື:
ໄອຊ໌ແລນ | ຄະແນນລວມ 84,7 |
ເນເທີແລນ | ຄະແນນລວມ 84,5 |
ເດັນໝາກ | ຄະແນນລວມ 82,0 |
ອິດສະຣາເອລ | ຄະແນນລວມ 79,8 |
ຟິນແລນ | ຄະແນນລວມ 77,2 |
ອອສເຕຣເລຍ | ຄະແນນລວມ 76,8 |
ນໍເວຍ໌ | ຄະແນນລວມ 75,3 |
ສະວີເດັນ | ຄະແນນລວມ 74,6 |
ສິງກະໂປ | ຄະແນນລວມ 74,1 |
ສະຫະຣາຊະອານາຈັກ | ຄະແນນລວມ 73,7 |

ທາງດ້ານ ດຣ David Knox ຮຸ້ນສ່ວນອາວຸໂສຂອງ Mercer ແລະເປັນຜູ້ຂຽນໃນການລາຍງານຜົນສຶກສາກ່າວວ່າ ປະເທດທີ່ຢູ່ໃນອັນດັບຕົ້ນໆ ແມ່ນໄດ້ປະໂຫຍດຈາກເງິນບໍານານຂັ້ນຕໍ່າທີ່ຖືໄດ້ວ່າດີຫຼາຍ ແລະ ມີອັດຕາສ່ວນຂອງຜູ້ທີ່ມີເງິນບໍານານສູງນຳ. ທັງນີ້ຂໍ້ມູນຂອງ OECD (ອົງກອນເພື່ອຄວາມຮ່ວມມືແລະພັດທະນາເສດຖະກິດ) ພົບວ່າຈໍານວນປະຊາກອນທີ່ເຮັດວຽກດ້ວຍບັນຊີເງິນບຳນານສ່ວນຕົວໃນໄອຊ໌ແລນມີຫຼາຍເຖິງ 83%, ໃນເນເທີແລນ 88% ແລະໃນເດັນໝາກ 92%.
“ປະເທດເຫຼົ່ານີ້ທີ່ຕິດຢູ່ໃນ 3 ອັນດັບທຳອິດກໍາລັງກັນເງິນໄວ້ສຳລັບອະນາຄົດ ເຊິ່ງໄດ້ດຳເນີນມາຫຼາຍປີແລ້ວ ເກືອບທຸກຄົນຢູ່ໃນລະບົບ ແລະນັ້ນເປັນເຫດຜົນວ່າເປັນຫຍັງບັນດາປະເທດເຫຼົ່ານີ້ຈຶ່ງຢູ່ໃນອັນດັບຕົ້ນໆ” ດຣ. Knox ໄດ້ກ່າວ.

ໃນສ່ວນຂອງປະເທດໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ ຫຼືອາຊຽນ ສິງກະໂປກໍສາມາດຕິດອັນດັບທີ 9 ໃນການຈັດອັນດັບຄັ້ງນີ້ ແລະຍັງເປັນອັນດັບໜຶ່ງໃນທະວີບເອເຊຍອີກພ້ອມ ດ້ວຍຄະແນນ 74,1 ຕໍ່ມາແມ່ນປະເທດມາເລເຊຍຢູ່ໃນອັນດັບທີ 23 ດ້ວຍຄະແນນ 63,1, ອິນໂດເນເຊຍອັນດັບທີ 39 ດ້ວຍຄະແນນ 49,2 ແລະອັນດັບສຸດທ້າຍແມ່ນປະເທດໄທ ດ້ວຍຄະແນນ 41,7.
ສ່ວນປະເທດລາວເຮົາ ແລະປະເທດເພື່ອບ້ານຢ່າງ ກຳປູເຈຍ, ຫວຽດນາມ, ມຽນມາ ແລະ ບຣູໄນ ແມ່ນບໍ່ຕິດອັນດັບໃນການຈັດປະເທດທີ່ມີລະບົບບຳນານດີທີ່ສຸດໃນໂລກປະຈໍາປີ 2022.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/