ຈົບກັນເທົ່ານີ້! Man U ປະກາດຍົກເລີກສັນຍາ Ronaldo ຫຼັງອອກມາວິຈານສະໂມສອນຢ່າງໜັກ


ພາຍຫຼັງ ຄຣິສເຕຍໂນ ໂຣນັລໂດ້ ຊຸບເປີສະຕາ ເບີ7 ຊາວໂປຕຸເກດ ໄດ້ອອກມາວິພາກວິຈານສະໂມສອນຕົ້ນສັງກັດຂອງຕົນເອງຢ່າງໜັກ ໃນລັກສະນະທີ່ວ່າເວົ້າຈົບແລ້ວຈະບໍ່ກັບມາຢຽບບ່ອນນີ້ອີກ. ຫຼ້າສຸດ ທາງຕົ້ນສັງກັດ ສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ທີມດັງຈາກປະເທດອັງກິດ ໄດ້ອອກຖະແຫຼງການ ຍົກເລີກສັນຍາ ກັບ ໂຣນັລໂດ້ ຢ່າງເປັນທາງການ ແລະ ມີຜົນທັນທີ.

ຢ້ອນກັບໄປເມື່ອ ອາທິດທີ່ຜ່ານມາ ຄຣິສເຕຍໂນ ໂຣນັລໂດ້ ໄດ້ອອກມາໃຫ້ສຳພາດ ເຜີຍຄວາມໃນໃຈທີ່ມີຕໍ່ສະໂມສອນ ແລະ ສິ່ງທີ່ອັດອັ້ນຕັນໃຈມາຕະຫຼອດ 2 ປີ ທີ່ສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ໂດຍເຈົ້າຕົວ ວິພາກພາກວິຈານສະໂມສອນຢ່າງໜັກ ທັງໃນເລື່ອງຂອງການພັດທະນາທີ່ບໍ່ເຄີຍເກີດຂຶ້ນ, ເລື່ອງທີ່ປະທານສະໂມສອນບໍ່ເຄີຍສົນໃຈກ່ຽວກັບບານເຕະ ລວມໄປເຖິງເລື່ອງທີ່ບໍ່ລົງຮອຍກັນກັບ ເອຣິກ ເທັນຮາກ ຄູເຝິກຄົນປັດຈຸບັນ.

ພາຍຫຼັງບົດສຳພາດດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປໃນສັງຄົມໂລກອອນລາຍ ກໍໄດ້ກາຍເປັນທີ່ຮືຮາຄັ້ງໃຫຍ່ຂອງໂລກບານເຕະ ເພາະຖືວ່າບໍ່ເຄີຍມີນັກເຕະຄົນໃດໃນໂລກ ອອກມາຕຳໜິສະໂມສອນຕົນເອງແຮງປານນີ້ ໃນຂະນະທີ່ຕົນເອງກໍຍັງມີສັນຍາກັບສະໂມສອນຢູ່.

ຜ່ານໄປໜຶ່ງອາທິດ ເມື່ອກາງເດິກທີ່ຜ່ານມາ ສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ໄດ້ອອກຖະແຫຼງການ ຍົກເລີກສັນຍາ ກັບ ໂຣນັລໂດ້ ຢ່າງເປັນທາງການ ໂດຍລະບຸວ່າ: “ຄຣິສເຕຍໂນ ໂຣນັລໂດ້ ຈະແຍກທາງກັບ ແມນເຊັສເຕີ້ ຢູໄນເຕັດ ຫຼັງເຮັດຂໍ້ຕົກລົງຮ່ວມກັນແລ້ວ ແລະ ຈະມີຜົນທັນທີ”

“ທາງສະໂມສອນຂໍຂອບໃຈສຳລັບຜົນງານອັນໜ້າຊົມເຊີຍຕະຫຼອດໄລຍະເວລາທີ່ມາຢູ່ໃນ Old Trafford ກັບຜົນງານ 145 ປະຕູ ຈາກ 346 ນັດ ທີ່ລົງຫຼິ້ນທຸກລາຍການ ເຮົາຂໍອວຍພອນໃຫ້ ເຂົາ ແລະ ຂອບຄົວໂຊກດີໃນອະນາຄົດທາງໜ້າ”

“ທຸກຄົນທີ່ ແມ່ນເຊັສເຕີ້ ຢູໄນເຕັດ ຈະຕັ້ງໃຈກັບການກຽມທີມພາຍໃຕ້ການເບິ່ງແຍງຂອງ ເອຣິກ ເທັນຮາກ ແລະ ເຮັດວຽກຮ່ວມກັນຕໍ່ເພື່ອຄວາມສຳເລັດໃນສະໜາມ”

ນັບວ່າເປັນການປິດສາກຕຳນານເບີ7 ຂອງສະໂມສອນທີ່ບໍ່ຄ່ອຍດີປານໃດ ແລະ ເປັນທີ່ໜ້າເສຍດາຍກັບແຟນໆຂອງ ແມນເຊັສເຕີ້ ຢູໄນເຕັດ ທີ່ຕ້ອງແຍກທາງກັນດ້ວຍສະຖານະການແບບນີ້ ທ່າມກາງຄວາມຄາດຫວັງທີ່ວ່າ ການຍ້າຍກັບມາ ແມນເຊັສເຕີ້ ຢູໄນເຕັດ ຄັ້ງນີ້ ຂອງໂຣນັລໂດ້ ນັ້ນຈະເປັນການຍ້າຍກັບມາບ້ານເກົ່າເພື່ອປິດສາກອາຊີບຢ່າງອົບອຸ່ນ ແຕ່ສຸດທ້າຍເລື່ອງລາວມັນກັບພິກຈາກໜ້າມືເປັນຫຼັງມື ແບບບໍ່ໜ້າເຊື່ອແບບນີ້ໄດ້.

ຂອບໃຈຂໍ້ມູນຈາກ: https://cutt.ly/UM9Ityc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/