ເມື່ອບໍ່ດົນມານີ້, ທະນາຄານປະຊາຊົນຈີນ ແລະ ທະນາຄານກາງບຣາຊິວ ໄດ້ເຊັນບົດບັນທຶກການຮ່ວມມືວ່າດ້ວຍການສ້າງລະບົບຊຳລະບັນຊີດ້ວຍເງິນຢວນຂອງຈີນຢູ່ບຣາຊິວ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃນການເຮັດກິດຈະກຳຕ່າງໆ ຂອງທັງ 2 ປະເທດນີ້.
ການສ້າງລະບົບດັ່ງກ່າວນີ້ ຈະມີຜົນດີຕໍ່ວິສາຫະກິດ ແລະ ສະຖາບັນການເງິນຈີນ ແລະ ບຣາຊິວໃນການນຳໃຊ້ເງິນຢວນຈີນເຂົ້າໃນການຄ້າຂາຍຂ້າມຊາດ, ຈະຊຸກຍູ້ໃຫ້ການຄ້າ ແລະ ການລົງທຶນຂອງສອງຝ່າຍມີຄວາມສະດວກຂຶ້ນຕື່ມອີກ.

ສັນຍາສະບັບນີ້ສ້າງຄວາມເຂັ້ມແຂງໃຫ້ແກ່ເງິນຢວນຂອງຈີນ, ເຊິ່ງໃນຊຸມປີມໍ່ໆມານີ້ໄດ້ຮັບຄວາມສໍາຄັນເພີ່ມຂຶ້ນເປັນສະກຸນເງິນທາງເລືອກໃນທຸລະກິດລະຫວ່າງປະເທດໃນການປະເຊີນໜ້າກັບການແຜ່ຂະຫຍາຍຂອງຂໍ້ຈໍາກັດໃນການນໍາໃຊ້ເງິນໂດລາສະຫະລັດ ຂອງ ອາເມຣິກາ.
ຈີນ-ບຣາຊິວ ເປັນອີກ 2 ປະເທດໃນກຸ່ມ Brics ທີ່ມີການຄ້າ ແລະ ຄວາມສຳພັນອັນຮັດແໜ້ນ ໂດຍໃນປີ 2022 ທີ່ຜ່ານມາ ຈິນ ຖືເປັນປະເທດທີ່ຮັບຊື້ສິນຄ້າ ຈາກບຣາຊິວ ຫຼາຍທີ່ສຸດ ໂດຍມູນຄ່າທັງໝົດ 89 ຕື້ໂດລາສະຫະລັດ ໃນຂະນະທີ່ອັນດັບ 2 ແມ່ນປະເທດອາເມຣິກາ ມີມູນຄ່າການສົ່ງອອກທີ່ປະມານ 38 ຕື້ໂດລາສະຫະລັດ.

ກ່ອນໜ້ານີ້ ຈີນໄດ້ມີການເຊັນສັນຍາແບບດຽວກັນນີ້ກັບຫຼາຍໆປະເທດ ພັນທະມິດ ເຊັ່ນເມື່ອປີກາຍນີ້ ກໍໄດ້ເຊັນສັນຍາການຊື້ຂາຍນໍ້າມັນກັບ ຣັດເຊຍ ດ້ວຍເງິນຢວນຂອງຈີນ. ໂດຍການເຄື່ອນໄຫວດັ່ງກ່າວ ເປັນໜຶ່ງໃນຄວາມພະຍາຍາມຂອງລັດຖະບານຈີນ ທີ່ຕ້ອງການເຫັນເງິນຢວນ ຂອງຕົນເອງ ກ້າວຂຶ້ນມາມີບົດບາດຫຼາຍຂຶ້ນໃນເວທີໂລກ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/