ກະຊວງສຶກສາທິການ ແລະ ກິລາ ເລັ່ງສຸມໃສ່ວຽກງານການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມສາມາດການຮຽນຮູ້

ກະຊວງສຶກສາທິການ ແລະ ກິລາ

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນມັງກອນ 2023 ທີ່ຈັດຂຶ້ນລະຫວ່າງວັນທີ 6-7 ກຸມພາທີ່ຜ່ານມາ ໃນວາລະທີ 3 ກອງປະຊຸມ ໄດ້ພິຈາລະນາຮ່າງມະຕິວ່າດ້ວຍ ການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນະພາບ ຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່.

ໃນນັ້ນກອງປະຊຸມໄດ້ຊີ້ນຳ ໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕື່ມເປັນຕົ້ນ ໂຄງສ້າງຂອງບົດ, ການໃຊ້ຄຳສັບ ແລະ ປະໂຫຍກຄຳເວົ້າ ທີ່ເປັນເອກະພາບກັນ, ກຳນົດຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ຕໍ່ການພັດທະນາຊັບພະຍາກອນມະນຸດໃຫ້ຊັດເຈນ, ລະອຽດ ແລະ ຈະແຈ້ງ ໂດຍສະເພາະ ອັນໃດແມ່ນຂອງລັດ, ລວມໝູ່ ຫຼື ບຸກຄົນ, ລວມທັງ ການຕີລາຄາຜົນການພັດທະນາຊັບພະຍາກອນມະນຸດ ໃນໄລຍະຜ່ານມາ ໃຫ້ສອດຄ່ອງກັບຄວາມເປັນຈິງຂຶ້ນຕື່ມ.

ພ້ອມດຽວກັນນີ້ ການກຳນົດເປົ້າໝາຍ, ຄາດໝາຍ ແລະ ມາດຕະການຈັດຕັ້ງປະຕິບັດ ກໍໃຫ້ຊັດເຈນ, ທິດທາງການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ກໍຄືແຜນຍຸດທະສາດການພັດທະນາປະເທດ ໃນແຕ່ລະໄລຍະ ໂດຍຖືຄຸນະພາບເປັນກົກ.

ທັງນີ້ກໍເນື່ອງຈາກວ່າໄລຍະຜ່ານມາ ການສ້າງຊັບພະຍາກອນມະນຸດແມ່ນຍັງມີລັກສະນະເຫຼືອບໍ່ພໍ ອັນສຳຄັນປະເທດເຮົາຍັງຢູ່ໃນໄລຍະຂອງການສ້າງສາ ຕ້ອງການແຮງງານອາຊີວະຫຼວງຫຼາຍ ແຕ່ມີຜູ້ໄປຮຽນໜ້ອຍ ໃນເວລາດຽວກັນຄົນທີ່ຮຽນຊັ້ນສູງຂຶ້ນເມືອພັດມີຈຳນວນຫຼາຍ ເຊິ່ງຈົບມາແລ້ວຫາວຽກຍາກ ຫຼື ຫຼາຍກໍລະນີໄດ້ໄປເຮັດວຽກໃນສາຍງານອື່ນທີ່ບໍ່ກ່ຽວກັບອັນທີ່ຮຽນຈົບມາ. ດ້ວຍເຫດນີ້ແຜນສ້າງຄົນໃນຕໍ່ໜ້າຕ້ອງໃຫ້ຕິດພັນກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມກໍຄືຄວາມຕ້ອງການຂອງຕະຫຼາດແຮງງານ.

ຂອບໃຈຂໍ້ມູນຈາກ: https://bit.ly/3RJkAnG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/