ໄປຕໍ່ບໍ່ໄດ້ແລ້ວ! Facebook ຍົກເລີກການເຮັດຫຼຽນດິຈິຕອນ Libra ແລ້ວ ພ້ອມປະກາດຄືນເງິນໃຫ້ກັບນັກລົງທຶນ


ຢ້ອນກັບໄປເມື່ອ 3 ປີກ່ອນ ທາງ Meta (facebook) ໄດ້ເລີ່ມຕົ້ນໂຄງການສະກຸນເງິນດິຈິຕອນ Libra (ຊື່ໃໝ່ Diem) ເພື່ອຫວັງວ່າສະກຸນເງິນນີ້ຈະເປັນສູນກາງທາງການເງິນດິຈິຕອນແບບໄຮ້ພົມແດນ ແລະ ສາມາດປະຕິວັດວົງການການເງິນ ຫຼ້າສຸດໂຄງການດັ່ງກ່າວແມ່ນໄດ້ສິ້ນສຸດລົງແລ້ວ ຍ້ອນມີຄວາມບໍ່ສະບາຍໃຈຈາກທະນາຄານກາງຂອງສະຫະລັດ.

ມື້ນີ້ທີ 26 ມັງກອນ ຕາມການລາຍງານຈາກສຳນັກຂ່າວ Bloomberg ໄດ້ກ່າວວ່າ ບໍລິສັດ Meta (ຊື່ເກົ່າແມ່ນ facebook)  ຈະຂາຍໂຄງການສະກຸນເງິນດິຈິຕອນ “Diem” ຫຼື Libra ເຊິ່ງເປັນສະກຸນເງິນດິຈິຕອນແບບ Stablecoin (ສະກຸນເງິນດິຕອນທີ່ມີກົນໄກສຳລັບການຄົງມູນຄ່າ) ຂອງທາງບໍລິສັດອອກໄປ ແລະ ຈະເຮັດການຄືນເງິນໃຫ້ກັບບັນດານັກລົງທຶນ.

ຈາກລາຍງານໄດ້ລະບຸວ່າທາງ Meta ໄດ້ເຂົ້າໄປໂອ້ລົມກັບເຈົ້າໜ້າທີ່ທະນາຄານ ກ່ຽວກັບການຂາຍຊັບສິນທາງປັນຍາໃນໂຄງການ Diem ໄປຈົນຮອດການຍ້າຍວິສະວະກອນທີ່ພັດທະນາໂຄງການນີ້ໄປທີ່ໂຄງການອື່ນ.

ສຳລັບໂຄງການສະກຸນເງິນດິຈິຕອນຄື Diem ເປັນໂຄງການທີ່ Meta ໄດ້ເລີ່ມຕົ້ນຂຶ້ນມາຕັ້ງແຕ່ປີ 2019 ຫຼື ເມື່ອ 3 ກ່ອນ ໂດຍໄດ້ມີການຮ່ວມມືກັບອົງກອນອື່ນໆ ອີກກວ່າ 10 ບໍລິສັດ ເຊິ່ງໃນຕອນນັ້ນແນວຄິດຂອງ Libra (Diem) ແມ່ນເປັນຫຼຽນແບບ Stablecoin ທີ່ຜູກກັບສະກຸນເງິນໂດລາສະຫະລັດ ໂດຍທາງ Meta ຫວັງວ່າ Libra ຈະເປັນສະກຸນເງິນຫຼັກຂອງໂລກ ແລະ ສາມາດເຂົ້າມາປະຕິວັດການເງິນຂອງໂລກອີກພ້ອມ.

ແຕ່ທີ່ຜ່ານມານີ້ ໂຄງການ Libra ຕ້ອງໄດ້ປະເຊີນກັບແຮງກົດດັນຢ່າງໜັກຈາກລັດຖະບານຂອງຫຼາຍໆ ປະເທດ ຈົນເຮັດໃຫ້ CEO ຂອງ Meta (facebook) ຕ້ອງໄດ້ໄປໃຫ້ການຕໍ່ຄະນະກຳມະການສະພາດ້ານບໍລິການທາງການເງິນຂອງສະຫະລັດອາເມຣິກາ ເພື່ອຊີ້ແຈງກ່ຽວກັບ Libra ອີກນຳ.

ເຊິ່ງເຮັດໃຫ້ກຸ່ມສະມາຊິກອົງກອນທີ່ຮ່ວມມືກັນພັດທະນາໂຄງການນີ້ ກໍພາກັນເລີ່ມຖອນຕົວອອກຈາກໂຄງການໄປເລື້ອຍໆ ຈົນມາຮອດໄລຍະທ້າຍປີ 2020 ຕ້ອງໄດ້ມີການປັບປ່ຽນແບຣນຈາກຊື່ເກົ່າ Libra ມາເປັນ Diem ເພື່ອມີພາບລັກໃໝ່.

ຕໍ່ມາມີຂ່າວວ່າທາງ Meta ໄດ້ຮ່ວມມືກັບທະນາຄານໃຫຍ່ຢ່າງ Silvergate ໃນການອອກ Diem ທີ່ເປັນ Stablecoin ທີ່ມີການພົວພັນກັບເງິນໂດລາສະຫະລັດ ໂດຍຄາດວ່າຈະສາມາດໃຊ້ໄດ້ແທ້ໃນປີ 2021.

ຢ່າງໃດກໍຕາມ ທະນາຄານຂອງສະຫະລັດອາເມຣິກາ (Fed) ກໍອອກມາບອກວ່າ ໜ່ວຍງານມີຄວາມບໍ່ສະບາຍໃຈຕໍ່ໂຄງການດັ່ງກ່າວແລະບໍ່ສາມາດອະນຸຍາດໃຫ້ມີໂຄງການດັ່ງກ່າວດຳເນີນການຕໍ່ໄດ້ ເຊິ່ງເຮັດໃຫ້ Meta ແລະ Silvergate ບໍ່ສາມາດອອກຫຼຽນ Diem ໄດ້.

ຈາກບັນຫາຂອງ Meta ທີ່ກ່າວມາຂ້າງເທິງ ຈຶ່ງເຮັດໃຫ້ມາຮອດມື້ທີ່ໂຄງການ Diem ໄດ້ສິ້ນສຸດບົດບາດລົງ. ຢ່າງໃດກໍຕາມ Meta ຍັງມີໂຄງການກະເປົາເງິນດິຈິຕອນທີ່ມີຊື່ວ່າ “Novi” ເຊິ່ງໂຄງການນີ້ແມ່ນບໍ່ໄດ້ຖືກຍົກເລີກພ້ອມກັບໂຄງການສະກຸນເງິນດິຈິຕອນ Diem ແລະ ຍັງສາມາດໃຊ້ບໍລິການຜ່ານແພລັດຟອມຂອງ Meta ເຊັ່ນ WhatsApp ໄດ້ປົກກະຕິ.

ເພາະວ່າເມື່ອປາຍປີທີ່ແລ້ວ ທາງ Meta ໄດ້ເປີດໃຫ້ຜູ້ໃຊ້ WhatsApp ໃນສະຫະລັດອາເມຣິກາ ທົດລອງຮັບ-ສົ່ງ ຫຼຽນ USDP (PAx Dollars) , ຫຼຽນ Stablecoin ທີ່ມີການພົວພັນກັບເງິນໂດລາສະຫະລັດ ແລະ ອອກໂດຍ Paxos.

ນອກຈາກນີ້ໃນອະນາຄົດ ເຖິງຈະບໍ່ມີສະກຸນເງິນຢ່າງ Diem ແລ້ວ ທາງ Meta ກໍອາດຈະຮັບສະກຸນດິຈິຕອນອື່ນໆເພີ່ມຕື່ມໃຫ້ຜູ້ໃຊ້ງານແພລັດຟອມ Facebook, Instagram, WhatsApp ແລະ Metaverse ຜ່ານກະເປົາເງິນດິຈິຕອນ Novi ໄດ້.

ອ້າງອີງຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/