NFT Art ຜົນງານສິລະປະທີ່ຈັບບໍ່ໄດ້ ແລ້ວມູນຄ່າທີ່ແທ້ຈິງຂອງມັນຢູ່ໃສ?


ໃນໄລຍະທີ່ຜ່ານມາບໍ່ດົນ, ຫຼາຍຄົນອາດຈະເຫັນຂ່າວທີ່ມີໜຸ່ມອິນໂດເນເຊຍຖ່າຍຮູບຕົນເອງທຸກມື້ຕະຫຼອດເປັນເວລາ 4 ປີຈຳນວນກວ່າ 1,000 ຮູບ ແລ້ວນຳມາຂາຍເປັນ NFT Art ຈົນສາມາດສ້າງເງິນໄດ້ເຖິງ 1 ລ້ານໂດລາສະຫະລັດ ເຊິ່ງມັນຄົງຈະເຮັດໃຫ້ຫຼາຍຄົນເລີ່ມຫັນມາສົນໃຈໃນເລື່ອງນີ້ ເຖິງແມ່ນວ່າຈະບໍ່ໄດ້ຕິດຕາມວົງການ Crypto ກໍຕາມ ເພາະຈຳນວນເງິນທີ່ຊາຍອິນໂດເນເຊຍຄົນນີ້ເຮັດໄດ້ ມັນລໍ້ຕາລໍ້ໃຈເຮົາເຫຼືອເກີນ.

NFT Art ຫຼື Non-Fungible Token Art ແມ່ນສິນຊັບທາງສິລະປະແບບດິຈິຕອນ ທີ່ບໍ່ສາມາດທົດແທນ ຫຼື ເຮັດຊ້ຳຂຶ້ນມາອີກໄດ້. ແຕ່ເຖິງ NFT Art ນັ້ນຈະບໍ່ສາມາດເຮັດຊ້ຳອອກມາໄດ້ ມັນກໍຍັງເປັນສິນຊັບທີ່ບໍ່ສາມາດຈັບບາຍໄດ້ເຊັ່ນກັນ ບໍ່ເໝືອນກັບຮູບແຕ້ມທີ່ແພງໆທີ່ຢ່າງໜ້ອຍກໍຈັບໄດ້ ແລະ ເປັນຮູບປະທຳ. ແລ້ວຍ້ອນເຫດຜົນໃດ ທີ່ເຮັດໃຫ້ NFT Art ນັ້ນມີມູນຄ່າມະຫາສານ ທຽບເທົ່າກັບງານສິລະປິນໃນຊີວິດຈິງໄດ້?

ນັ້ນກໍເພາະວ່າການທີ່ມັນບໍ່ສາມາດເຮັດຊ້ຳຂຶ້ນມາໄດ້ອີກນີ້ເອງ ທີ່ເຮັດໃຫ້ມັນຍິ່ງເປັນທີ່ຕ້ອງການຂອງໃຜຫຼາຍໆຄົນ ເໝືອນກັບຫຼັກການເສດຖະສາດງ່າຍໆທີ່ວ່າ “ແມ່ນຫຍັງກໍຕາມທີ່ມີຈຳນວນໜ້ອຍ ແຕ່ມີຄວາມຕ້ອງການສູງ, ສິ່ງນັ້ນຍ່ອມມີມູນຄ່າຫຼາຍຍິ່ງຂຶ້ນ”.ຜົນງານ NFT Art ນັ້ນຍັງຖືກສ້າງຂຶ້ນເທິງລະບົບ Blockchain ເຊິ່ງມັນກໍໝາຍເຖິງຜົນງານສິລະປະເຫຼົ່ານີ້ຈະບໍ່ສາມາດຮຽນແບບ, ແຮັກ ຫຼື ປອມແປງມັນຂຶ້ນມາໃໝ່ໄດ້ ແລະ ມັນກໍຈະເປັນຜົນງານນັ້ນໆພຽງອັນດຽວໃນໂລກ. ການໄດ້ຄອບຄອງສິລະປະເຫຼົ່ານີ້ ກໍເໝືອນໄດ້ຄອບຄອງຊັບສິນດິຈິຕອນ ແບບດຽວກັບ cryptocurrency ທີ່ເຮົາລົງທຶນໄປ ເພາະໃນອະນາຄົດມັນກໍອາດຈະມີມູນຄ່າເພີ່ມຂຶ້ນເປັນຫຼາຍເທົ່າກໍໄດ້.

NFT ນັ້ນກຳເນີດມີມາຕັ້ງແຕ່ປີ 2014 ເຊິ່ງມັນກໍສ້າງໃຫ້ສິລະປິນຫຼາຍຄົນສາມາດສ້າງລາຍໄດ້ໃຫ້ກັບຕົນເອງໄດ້ຢ່າງມະຫາສານ. ຖ້າຖາມວ່າ NFT ເລີ່ມເປັນທີ່ຮູ້ຈັກ ແລະ ນິຍົມມາຕັ້ງແຕ່ຕອນໃດ? ກໍຄົງຕ້ອງຢ້ອນໄປເມື່ອເດືອນມີນາ ປີ 2021 ທີ່ຜ່ານມາ, ເມື່ອຜົນງານສິລະປະຂອງສິລະປິນທີ່ຊື່ວ່າ Beeple ໄດ້ລົງຂາຍຜົນງານຕົວເອງເປັນແບບ NFT ແລະ ຈົບການປະມູນຮູບພາບນັ້ນຢູ່ທີ່ ລາຄາ 69 ລ້ານໂດລາສະຫະລັດ ຫຼື ປະມານ 690 ພັນລ້ານກີບ. ການປະມູນຄັ້ງນີ້ໄດ້ສົ່ງຜົນໃຫ້ຜົນງານທີ່ຊື່ວ່າ “Everydays: The First 5000 Days” ຂອງ Beeple ກາຍເປັນງານສິລະປະແບບດິຈິຕອນທີ່ມີມູນຄ່າແພງທີ່ສຸດໃນໂລກໄປເລີຍ ແລະ ສົ່ງຜົນໃຫ້ສິ່ງທີ່ເອີ້ນວ່າ NFT ນັ້ນ ກາຍເປັນທີ່ສົນໃຈ ແລະ ຮູ້ຈັກໄປທົ່ວໂລກ.

ນອກຈາກຜົນງານສິລະປະທີ່ເປັນຮູບພາບແລ້ວ, NFT ຍັງມີທັງໃນຮູບແບບວິດີໂອ ຫຼື ອາດຈະເປັນເພງ ທີ່ຜູ້ສ້າງນັ້ນສາມາດເອົາມາຂາຍໃຫ້ກັບຜູ້ຄົນທີ່ຕ້ອງການທີ່ຈະຄອບຄອງຊັບສິນດິຈິຕອນເຫຼົ່ານີ້ໄດ້ ເຊິ່ງອາດຈະເປັນເພງຕົ້ນສະບັບຂອງນັກຮ້ອງໃດໜຶ່ງທີ່ບໍ່ເຄີຍປ່ອຍ ແຕ່ກໍສາມາດເອົາມາຂາຍໃນຮູບແບບ NFT ເພື່ອສ້າງມູນຄ່າໃຫ້ກັບຜົນງານຕົນເອງໄດ້ຕື່ມ.

ດ້ວຍຄວາມທີ່ຜົນງານ NFT ນັ້ນເປັນ file ແບບດິຈິຕອນທີ່ສາມາດກົດ save, copy ຂຶ້ນມາໃໝ່ໄດ້ງ່າຍໆ ແລະ ມັນກໍເປັນແບບນັ້ນອີ່ຫຼີ ເພາະຜົນງານຂອງ Beeple ທີ່ຂາຍໄດ້ 69 ລ້ານໂດລາສະຫະລັດນັ້ນ ໄດ້ຖືກກັອບປີ້ໄປຫຼາຍກວ່າລ້ານເທື່ອ ເພື່ອຫວັງຈະນຳໄປຂາຍຕໍ່ ຫຼື ຄອບຄອງເອງ. ແຕ່ເນື່ອງຈາກດັ່ງທີ່ກ່າວໄປເບື້ອງຕົ້ນວ່າ ທຸກໆຜົນງານ NFT ນັ້ນແມ່ນໄດ້ຖືກບັນທຶກລົງໃນລະບົບ blockchain ເຮັດໃຫ້ບໍ່ສາມາດແກ້ໄຂຫຍັງໄດ້ ແລະ ມັນກໍໄດ້ບັນທຶກໄປໃນລະບົບແລ້ວວ່າ ເຈົ້າຂອງທີ່ແທ້ຈິງແມ່ນໃຜ, ຄົນທີ່ສ້າງນັ້ນແມ່ນໃຜ ເພາະເຖິງເຮົາຈະມີຮູບພາບຂອງ Beeple ຄືກັນນັ້ນ ແຕ່ເຈົ້າຂອງທີ່ແທ້ຈິງນັ້ນກໍບໍ່ແມ່ນເຮົາຄືເກົ່າ ເຊິ່ງເຮົາກໍຄົງຮູ້ສຶກບໍ່ພູມໃຈປານໃດແມ່ນບໍ່? ຖ້າຫາກວ່າເຮົາບໍ່ໄດ້ຊື້ຜົນງານນັ້ນມາຈາກສິລະປິນຕົ້ນສະບັບອີ່ຫຼີ. ນັ້ນເອງກໍຄົງຈະເປັນເຫດຜົນທີ່ວ່າ ເປັນຫຍັງ NFT Art ຈຶ່ງສາມາດສ້າງມູນຄ່າໄດ້ມະຫາສານທຽບເທົ່າກັບງານສິລະປະແບບຮູບປະທຳ.

ການມີຂຶ້ນຂອງຜົນງານແບບ NFT ນັ້ນ, ໃນປັດຈຸບັນກໍຍັງເປັນຂໍ້ຖົກຖຽງກັນຢູ່ຂອງຫຼາຍໆຝ່າຍ ແລະ ກຸ່ມຄົນທີ່ໜ້າຈະບໍ່ພໍໃຈໃນສິລະປະດິຈິຕອນນີ້ ກໍຄົງຈະແມ່ນນັກແຕ້ມຮູບທີ່ສ້າງສັນຜົນງານດ້ວຍມື ຫຼື ແຕ້ມລົງແຜ່ນຜ້ານັ້ນເອງ. ສຽງບາງສ່ວນກໍບອກວ່າ ງານ NFT Art ນັ້ນ ມັນເປັນການລົດຄຸນຄ່າຂອງຜົນງານສິລະປະທີ່ແທ້ຈິງ,ຜົນງານທີ່ເຮັດຈາກຄອມພິວເຕີນັ້ນບໍ່ຄວນທີ່ຈະມີມູນຄ່າຫຼາຍກວ່າງານສິລະປະທີ່ເກີດຈາກການແຕ້ມຕົວຈິງ. ແຕ່ໃນຄວາມເປັນຈິງນັ້ນ, ການມີຂຶ້ນຂອງ NFT ແມ່ນມີເພື່ອສົ່ງເສີມສິລະປິນຫຼາຍກວ່າ ເພາະກໍມີນັກແຕ້ມຫຼາຍກວ່າທີ່ຫັນຜົນງານຂອງຕົນເອງມາເປັນແບບດິຈິຕອນ ແລະ ສາມາດສ້າງລາຍໄດ້ໃຫ້ຫຼາຍກວ່າຕອນທີ່ເປັນຮູບທີ່ຈັບບາຍໄດ້ນຳອີກ, ເຮົາອາດຈະສະໜັບສະໜູນ ຫຼື ອາດຈະບໍ່ມັກມັນ ແຕ່ກໍຄົງປະຕິເສດບໍ່ໄດ້ຄືກັນວ່າ NFT ນັ້ນໄດ້ເຮັດວົງການສິລະປະທົ່ວໂລກນັ້ນກັບມາຟົດຟື້ນອີກຄັ້ງໜຶ່ງເໝືອນໃນຍຸກສະໄໝເຣເນຊອງຢູ່ປະເທດຝຣັ່ງເລີຍ.

ຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/