ສິ່ງທີ່ໜ້າຮູ້ກ່ຽວກັບທາງມ້າລາຍ ທີ່ເຮົາບໍ່ຄວນເບິ່ງຂ້າມ!


ທາງມ້າລາຍນັ້ນ ຖືວ່າເປັນເຄື່ອງໝາຍຈະລາຈອນທີ່ກ່ຽວຂ້ອງກັບທັງຜູ້ຂັບລົດແລະຄົນຍ່າງຕີນເປົ່າ ເຊິ່ງຖືກໃຊ້ເປັນສາກົນທົ່ວໂລກ ແຕ່ເປັນໜຶ່ງໃນສິ່ງທີ່ຖືກປ່ອຍປະລະເລີຍຫຼາຍທີ່ສຸດ ທັງຄົນຂັບລົດເທິງຖະໜົນທີ່ບໍ່ຍອມຈອດລົດໃຫ້ຄົນຂ້າມ ແລະ ຄົນທີ່ຍ່າງຕີນເປົ່າບໍ່ຍອມຂ້າມທາງມ້າລາຍ ຈາກຈຸດນີ້ເຮັດໃຫ້ເກີດອຸບັດຕິເຫດຫຼາຍຕໍ່ຫຼາຍຄັ້ງ. ແລ້ວຮູ້ຫຼືບໍ່ວ່າ? ແທ້ຈິງແລ້ວທາງມ້າລາຍນັ້ນມີປະຫວັດຄວາມເປັນມາຄືແນວໃດ,ຖືກສ້າງຂຶ້ນມາເພື່ອຫຍັງ, ມີປະໂຫຍດຄືແນວໃດ? ແລະ ມື້ນີ້ເຮົາຈະພາທຸກຄົນມາເຮັດຄວາມຮູ້ຈັກກັບທາງມ້າລາຍໃຫ້ຫຼາຍຂຶ້ນຕື່ມ.

  • ປະຫວັດທາງມ້າລາຍ

ທາງມ້າລາຍ ຫຼື Pedestrian Crossing ແມ່ນໄດ້ຖືກຳເນີດຂຶ້ນເປັນຄັ້ງທຳອິດທີ່ປະເທດອັງກິດໃນປີ 1934 ໂດຍໃນຕອນນັ້ນຍັງບໍ່ມີຊື່ເອີ້ນຢ່າງເປັນທາງການ ແລະ ມີລັກສະນະເປັນເສັ້ນຊື່ສະຫຼັບຊ່ອງຄືກັນກັບທີ່ເຮົາເຫັນໃນປັດຈຸບັນນີ້ ເພື່ອໃຫ້ຄົນໃຊ້ຂ້າມຖະໜົນ. ແຕ່ວ່າໃນໄລຍະທຳອິດຈະເປັນການທົດລອງໃຊ້ຫຼາກຫຼາຍສີສັນ ມີທັງເສັ້ນສີເຫຼືອງ-ຟ້າ ຫຼື ສີຂາວ-ແດງ, ຫຼັງຈາກນັ້ນໃນປີ 1951 ກໍຖືກປັບມາໃຊ້ເປັນສີດຽວກັນໝົດຄື ສີຂາວ-ດຳ ພ້ອມທັງຕັ້ງຊື່ວ່າ Zebra Crossing ເຊິ່ງເປັນທີ່ມາຂອງການເອີ້ນຊື່ໃນພາສາລາວວ່າ “ທາງມ້າລາຍ” ກ່ອນທີ່ຊື່ນີ້ຈະຖືກໄປນຳໃຊ້ແບບແຜ່ຫຼາຍໃນປະເທດຕ່າງໆທົ່ວໂລກ.

  • ທາງມ້າລາຍມີປະໂຫຍດຄືແນວໃດ?

ປະໂຫຍດຫຼັກໆ ຂອງທາງມ້າລາຍກໍຄື ເປັນທາງສຳລັບໃຫ້ຄົນໃຊ້ຍ່າງຂ້າມຖະໜົນຢ່າງປອດໄພ ໂດຍມີກົດແລະຂໍ້ບັງຄັບໃຫ້ລົດທີ່ແລ່ນເທິງຖະໜົນຕ້ອງຜ່ອນຄວາມໄວກ່ອນຮອດທາງມ້າລາຍ ແລະຕ້ອງຈອດລົດເພື່ອໃຫ້ຄົນຂ້າມຖະໜົນ ລວມທັງຄົນຂ້າມກໍຕ້ອງໃຊ້ທາງມ້າລາຍໃນການຂ້າມຖະໜົນອີກພ້ອມ ນອກຈາກວ່າໃນບໍລິເວນນັ້ນຈະບໍ່ມີທາງມ້າລາຍ ຫຼື ຂົວຂ້າມຖະໜົນ.

ນອກຈາກນີ້ທາງມ້າລາຍບາງແຫ່ງທີ່ມີຄົນຈຳນວນຫຼາຍທຽວໄປມາ ແມ່ນຈະມີໄຟສັນຍານສຳລັບຄົນຂ້າມພ້ອມ. ໂດຍໄຟແດງຈະໝາຍເຖິງໃຫ້ຄົນຢຸດເພື່ອເປັນການລໍຖ້າຂ້າມທາງ, ເມື່ອມີໄຟຂຽວແລ້ວລົດຈະຕ້ອງຈອດເພື່ອໃຫ້ຄົນສາມາດຍ່າງຂ້າມໄດ້ ແລະ ຫາກໄຟຂຽວແສງຮຸ່ງສະຫຼັບໄປມາຂະນະທີ່ຄົນກຳລັງຂ້າມ ແມ່ນໃຫ້ຟ້າວຍ່າງຂ້າມຈົນໄປຮອດອີກຟາກໜຶ່ງຂອງຖະໜົນກ່ອນທີ່ໄຟຈະກາຍເປັນສີແດງ.

  • ເປັນຫຍັງມີທາງມ້າລາຍແລ້ວຈຶ່ງເກີດອຸບັດຕິເຫດຖືກລົດຕຳ?

ເຖິງແມ່ນວ່າ ທາງມ້າລາຍຈະຖືກສ້າງມາເພື່ອໃຫ້ຄົນຂ້າມຖະໜົນແບບປອດໄພ ແຕ່ຍັງມີຄົນຈຳນວນຫຼາຍ ແມ່ນບໍ່ມີວິໄນແລະບໍ່ປະຕິບັດຕາມກົດໝາຍ ທັງຄົນຍ່າງບໍ່ຍອມຂ້າມຖະໜົນບ່ອນທາງມ້າລາຍ ຄົນຂັບລົດບໍ່ຍອມຜ່ອນຄວາມໄວ ແລະ ຈອດລົດບ່ອນທາງມ້າລາຍເພື່ອໃຫ້ຄົນຂ້າມ ຫຼື ໜັກກວ່ານັ້ນກໍອາດຈະຈອດລົດທັບທາງມ້າລາຍໄປເລີຍ. ການລະເລີຍທາງມ້າລາຍແບບນີ້ ເຮັດໃຫ້ເກີດອຸບົດຕິເຫດລົດຕຳຄົນຂ້າມຖະໜົນຢູ່ເປັນປະຈຳ ເຊິ່ງມັນອາດນຳມາເຖິງການບາດເຈັບຫຼືເສຍຊີວິດໄດ້.

ຢ່າງໃດກໍຕາມ ເຖິງແມ່ນວ່າຈະມີຄົນທີ່ຂາດວິໄນ ແລະ ບໍ່ປະຕິບັດຕາມກົດໝາຍຈະລາຈອນ ເຮັດໃຫ້ເປັນອັນຕະລາຍຕໍ່ຊີວິດໄດ້ ແຕ່ສິ່ງທີ່ເຮົາທຸກຄົນສາມາດເຮັດໄດ້ຄື ແມ່ນເລີ່ມຈາກຕົວເຮົາເອງກ່ອນ ໂດຍການປະຕິບັດຕາມກົດໝາຍຢ່າງເຄັ່ງຄັດ ລະມັດລະວັງຮອບຄອບໃຫ້ຫຼາຍຂຶ້ນ. ໂດຍສະເພາະຄົນຍ່າງຕີນເປົ່າທີ່ຕ້ອງຂ້າມຖະໜົນ ຕ້ອງແນມຊ້າຍແນມຂວາໃຫ້ດີວ່າມີລົດກຳລັງແລ່ນມາຫຼືບໍ່ ສ່ວນຜູ້ໃຊ້ລົດເອງກໍຄວນຫຼຸດຜ່ອນຄວາມໄວຂອງລົດກ່ອນຈະມາຮອດທາງມ້າລາຍ ແລະ ຄວນຈອດລົດເພື່ອໃຫ້ຄົນຂ້າມຖະໜົນໄປກ່ອນ ເພື່ອຄວາມປອດໄພຂອງຕົນເອງແລະຜູ້ອື່ນ.

ອ້າງອີງຈາກ: https://cutt.ly/xI5cBTT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/