ສະຫະລັດອາເມລິກາ ສະໜອງວັກຊີນກັນພະຍາດໂຄວິດ-19 Pfizer 1,698,840 ໂດສ ໃຫ້ແກ່ ສປປ ລາວ


ວັນທີ 26 ມັງກອນ 2022 ໄດ້ມີພິທີມອບຮັບວັກຊີນກັນພະຍາດໂຄວິດ-19 Pfizer BioNTech ຈຳນວນ 1,698,840 ໂດສ ຢ່າງເປັນທາງການໃຫ້ແກ່ ສປປ ລາວ, ເຊິ່ງການຈັດສົ່ງມາຮອດປະເທດລາວ ແມ່ນຜ່ານໂຄງການ COVAX Facility. ໂຄງການ COVAX ແມ່ນການນຳພາຮ່ວມກັນໂດຍອົງການ Gavi, ສຳພັນທະມິດນະວັດຕະກຳການກຽມຄວາມພ້ອມຕໍ່ການລະບາດຂອງພະຍາດ CEPI ແລະ ອົງການອະນາໄມໂລກ WHO ພ້ອມດ້ວຍອົງການ UNICEF ທີ່ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

ພິທີມອບ-ຮັບ ດັ່ງກ່າວໂດຍການເຂົ້າຮ່ວມ ແລະ ກ່າວຮັບ ຂອງ ພະນະທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ການກ່າວມອບ ຂອງທ່ານ ດຣ. ປີເຕີ ເຮມອນ ເອກອັກຄະລັດຖະທູດ ແຫ່ງສະຫະລັດອາເມລິກາ ປະຈຳ ສປປ ລາວ ທີ່ສະໜາມບິນສາກົນວັດໄຕ, ໂດຍມີ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, , ທ່ານ ນາງ ບີອາເຕ ດາສເຕຣ ຮັກສາການຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ທ່ານ ດຣ. ຢູລີປັກ, ຜູ້ທຸຕານຸທູດ ແລະ ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ພະນັກງານຂັ້ນສູງຂອງກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກເຂົ້າຮ່ວມ.

อาจเป็นรูปภาพของ 2 คน และ ผู้คนกำลังยืน

ວັກຊີນ Pfizer BioNTech ເຫຼົ່ານີ້ໄດ້ມາຮອດ ສປປ ລາວ ໃນຕົ້ນເດືອນນີ້ ເຊິ່ງມີການຂົນສົ່ງ 2 ຄັ້ງ. ການຂົນສົ່ງຄັ້ງທຳອິດມີ 799,110 ໂດສ ແມ່ນໄດ້ມາຮອດປະເທດລາວ ໃນວັນທີ 2 ມັງກອນ 2022 ແລະ ການຂົນສົ່ງຄັ້ງທີສອງແມ່ນມີ 899,730 ໂດສ ເຊິ່ງມາຮອດໃນວັນທີ 24 ມັງກອນ 2022.

ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວວ່າ: ລັດຖະບານແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈມາຍັງສະຫະລັດອາເມລິກາ ໃນການສະໜັບສະໜູນອັນລ້ຳຄ່ານີ້. ການສະໜອງວັກຊີນເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາສາມາດບັນລຸເປົ້າໝາຍຂອງຕົນໃນການສັກວັກຊີນກັນພະຍາດໂຄວິດໃຫ້ໄດ້ 80% ຂອງປະຊາກອນ ໃນປີ 2022 ແລະ ສຳຄັນກວ່ານັ້ນ, ຈະເປັນການຊ່ວຍຊີວິດຂອງປະຊາຊົນອີກດ້ວ. ການມາຮອດຂອງວັກຊີນແມ່ນທັນເວລາທີ່ສຸດ ເນື່ອງຈາກວ່າປະຈຸບັນນີ້ພວກເຮົາພວມດຳເນີນ ສັກວັກຊີນໃຫ້ແກ່ໄວໜຸ່ມ ຈຳນວນວັກຊີນ ເຫຼົ່ານີ້ ຈະມີບົກບາດສຳຄັນໃນການສັກວັກຊີນກັນພະຍາດໃຫ້ແກ່ໄວໜຸ່ມອາຍຸ 12 ຫາ 17 ປີ ໂດຍອີງໃສ່ແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ NDVP.

ນອກຈາກໄວໜຸ່ມອາຍຸ 12 ຫາ 17 ປີແລ້ວ, ຍັງຈະໄດ້ສັກວັກຊີນເຫຼົ່ານີ້ໃຫ້ກຸ່ມບູລິມະສິດອື່ນໆ ລວມທັງຜູ້ທີ່ມີອາຍຸ 60 ປີຂຶ້ນໄປ, ຜູ້ທີ່ມີບັນຫາສຸຂະພາບ ແລະ ແມ່ມານອີກດ້ວຍ.

ໃນພິທີມອບ-ຮັບ ຄັ້ງນີ້, ທ່ານ ດຣ. ປີເຕີ ເອັມ.ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມ ຂອງລັດຖະບານ ແຫ່ງ ສປປ ລາວ ໃນການປະຕິບັດສັກວັກຊີນກັນພະຍາດ ແລະ ການປົກປ້ອງປະຊາຊົນລາວ ແລະ ໄດ້ຍົກໃຫ້ເຫັນການເປັນຄູ່ຮ່ວມງານແບບຮອບດ້ານລະຫວ່າງສະຫະລັດອາເມລິກາ-ລາວ. ທ່ານເອກອັກຄະລັດຖະທູດ ເຮມອນ ໄດ້ກ່າວຕື່ມວ່າ: ສະຫະລັດອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນ ສປປ ລາວ ດ້ວຍວັກຊີນທີ່ສຳຄັນເຫຼົ່ານີ້ ເຊິ່ງຈະຊ່ວຍຊີວິດຂອງປະຊາຊົນ ແລະ ມີຜົນກະທົບໃນທາງບວກຕໍ່ການເປີດໂຮງຮຽນຄືນໃໝ່ຢ່າງປອດໄພ. ທ່ານ ເອກອັກຄະລັດຖະທູດ ເຮມອນ ຍັງກ່າວຕໍ່ອີກ: ໃນຂະນະທີ່ພວກເຮົາເຮັດວຽກຮ່ວມກັນ ເພື່ອຍຸຕິການລະບາດຂອງພະຍາດນີ້, ພວກເຮົາຍັງຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ແລະ ສັງຄົມໃນວົງກວ້າງຕື່ມອີກ. ສະຫະລັດອາເມລິກາ ຈະສືບຕໍ່ສະໜັບສະໜູນດ້ານທຸລະກິດ, ລະບົບການສຶກສາ, ການຮັກສາສຸຂະພາບ, ຄົນພິການ, ແລະ ດ້ານລະບຽບກົດໝາຍ.

ການສະໜັບສະໜູນ ຄັ້ງຫຼ້າສຸດນີ້ແມ່ນສືບຕໍ່ມາຈາກການບໍລິຈາກວັກຊີນ Johnson and Johnson ຈຳນວນ 1 ລ້ານໂດສ ຂອງສະກະລັດອາເມລິກາໃຫ້ແກ່ ສປປ ລາວ ເມື່ອເດືອນກໍລະກົດ 2021 ທີ່ຜ່ານມາ ແລະ ຍັງໄດ້ສົ່ງມອບໂດຍຜ່ານໂຄງການ COVAX Facility ມາເຖິງນີປັດຈຸບັນນີ້ ດ້ວຍການຈັດສົ່ງວັກຊີນ Pfizer BioNTech ຫຼ້າສຸດນີ້ ສະຫະລັດອາເມລິກາໄດ້ສະໜອງວັກຊີນກັນພະຍາດໂຄວິດ ລວມເປັນ 2.706.840 ໂດສ ໃຫ້ແກ່ ສປປ ລາວ.

ທ່ານ ດຣ. ຢູລີປັກ ຜູ້ຮັກສາການຫ້ອງການອົງການ WHO ປະຈຳ ສປປ ລາວກ່າວວ່າ: ໄດ້ທົດສອບວັກຊີນ Pfizer BioNTech ໃນການທົດລອງດ້ານຄລີນິກສຳລັບໄວໜຸ່ມອາຍຸລະຫວ່າງ 12-17 ປີ ແລ້ວ ແລະໄດ້ຮັບການພິສູດແລ້ວວ່າມີຄວາມປອດໄພ ແລະ ມີປະສິດທິພາບສຳລັບກຸ່ມອາຍຸນີ້. ວັກຊີນເຫຼົ່ານີ້ໄດ້ຮັບການກວດກາຢ່າງລະອຽດ ຈາກອົງການ WHO ແລະ ໄດ້ຈັດເຂົ້າໃນບັນຊີ ເພື່ອນຳໃຊ້ແບບສຸກເສີນ ໃນເດືອນທັນວາ ປີ 2020 ແລ້ວ. ວັກຊີນນີ້ຊ່ວຍປົກປ້ອງຊີວິດຂອງປະຊາຊົນ ສປປ ລາວ ແລະ ຊ່ວຍປ້ອງກັນພະຍາດທີ່ກາຍພັນໃໝ່ເປັນອັນຕະລາຍຈາກການແຜ່ລະບາດໃນປະເທດ.

อาจเป็นรูปภาพของ 20 คน และ ผู้คนกำลังยืน

ທ່ານນາງ ບີອາເຕ ດາສເຕລ ວ່າການແທນຜູ້ຕາງໜ້າອົງການ UNICEF ມີຄວາມພາກພູມໃຈທີ່ໄດ້ມີບົດບາດໃນການຈັດສົ່ງວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ໃນນາມເປັນສ່ວນໜຶ່ງຂອງໂຄງການ COVAX Facility ດັ່ງທີ່ເຄີຍເປັນມາ, ພວກເຮົາ ແລະ ບັນດາຄູ່ຮ່ວມງານຂອງເຮົາ ພ້ອມແລ້ວທີ່ຈະສະໜັບສະໜູນລັດຖະບານ ສປປ ລາວ ໃນການເຄື່ອນໄຫວຮັບມືກັບພະຍາດໂຄວິດ ໃນຊ່ວງການລະບາດ.

ນອກນັ້ນ, ໂດຍຜ່ານອົງການ USAID ສະຫະລັດອາເມລິກາຍັງເປັນຄູ່ຮ່ວມງານກັບອົງການ UNICEF ແລະ WHO ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການແຈກຢາຍວັກຊີນກັນພະຍາດໂຄວິດ ຢ່າງປອດໄພ ແລະ ມີປະສິດທິຜົນ. ນັບຕັ້ງແຕ່ການລະບາດຂອງພະຍາດໄດ້ເລີ່ມຂຶ້ນຈົນມາຮອດປັດຈຸບັນນີ້, ສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ຫຼາຍກວ່າ 13 ລ້ານໂດລາສະຫະລັດ ເພື່ອຂະຫຍາຍການກວດພະຍາດໂຄວິດ ເຮັດໃຫ້ພະນັກງານສາທາລະນະສຸກ ມີຄວາມປອດໄພດ້ວຍອຸປະກອນປ້ອງກັນສ່ວນຕົວ ແລະ ສ້າງຄວາມເຂັ້ມແຂງໃນການເຝົ້າລະວັງພະຍາດ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/