ແຈັກກີ້ ກອງກາງ U23 ຈະໄດ້ໄປຮຽນຕໍ່-ຝຶກຊ້ອມບານ ເປັນເວລາ 4 ປີ ທີ່ປະເທດອິຕາລີ!

ຄອນສະຫວັນ ແກ້ວໜູຈັນ ຫຼື ແຈັກກີ້, ອາຍຸ 17 ປີ ກອງກາງດາວຮຸ່ງ ທີມສະໂມສອນ ຈັນທະບູລີ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ໄດ້ຜ່ານການຄັດເລືອກຈາກສະຖາບັນກິລາບານເຕະ ອິຕາລີ (ສະໂມສອນ ໂຣມ ຊີຕີ້ ເອັສຊີ Rome City SC) ເພື່ອໄປຝຶກຊ້ອມເຕະບານລະດັບອາຊີບ ຢູ່ອິຕາລີ ເປັນເວລາ 4 ປີ ຄຽງຄູ່ກັບການຮຽນຕໍ່ລະດັບປະລິນຍາຕີ ແລະ ປະລິນຍາໂທ ດ້ານກິລາບານເຕະ ເຊິ່ງຕາມແຜນແມ່ນຈະເດີນທາງໃນເດືອນ 1 ປີ 2022 ນີ້. ແຕ່ເນື່ອງຈາກວ່າອາຍຸຍັງບໍ່ທັນຄົບຮອບ 18 ປີ ຈຶ່ງໄດ້ເລື່ອນການເດີນທາງອອກໄປໃນ ຕົ້ນເດືອນສິງຫາ ປີ 2022.

ກ່ອນຫນ້ານັ້ນ ຄອນສະຫວັນ (ແຈັກກີ້) ໄດ້ເຄີຍໄປຝຶກຊ້ອມຢູ່ສູນຝຶກກິລາບານເຕະ ປະເທດຝຣັ່ງ ແຕ່ປີ 2018 ຫາປີ 2020 ໂດຍສັງກັດ ທີມ U15 ແລະ U16 ຂອງສະໂມສອນ AS Cannes ແລະ ສະໂມສອນ AS Monaco ແຂ່ງຂັນໃນລາຍການ Regional French Championship. ດັ່ງນັ້ນ, ສະຖາບັນກິລາບານເຕະ ອິຕາລີ ຈຶ່ງໄດ້ຄັດເລືອກ ແລະ ໃຫ້ໂອກາດໄປສືບຕໍ່ພັດທະນາເປັນນັກເຕະລະດັບອາຊີບ ຢູ່ອິຕາລີ. ສ່ວນການຕິດທີມຊາດລາວ ແມ່ນໄດ້ເລີ່ມມາຕັ້ງແຕ່ຊຸດເຍົາວະຊົນ U15 (2018), U16 (2019) ແລະ U19 ປີ (2020).

ເນື່ອງຈາກການແຜ່ລະບາດຂອງໂຄວິດ ໃນທ້າຍປີ 2020, ແຈັກກີ້ ໄດ້ເດີນທາງກັບປະເທດລາວ ແລະ ຮຽນຕໍ່ຊັ້ນມ.ປາຍ ຢູ່ໂຮງຮຽນຫງວຽນຢູ ແລະ ເປັນນັກກິລາບານເຕະ ສັງກັດຢູ່ສະໂມສອນ ເອັຟຊີ ຈັນທະບູລີ ໃນລະດູການ 2021. ກ່ອນການແຂ່ງຂັນລາຍການຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກ ຢູ່ທີ່ປະເທດມົງໂກລີ ທີຜ່ານມາ ຄອນສະຫວັນ ແກ້ວໜູຈັນ ໄດ້ຮັບການບາດເຈັບໜັກ (ເອັນຂໍ້ສີກຂາດ) ຈຶ່ງພາດໂອກາດເຂົ້າຮ່ວມຄັດເລືອກກັບທີມຊາດລາວ. ປັດຈຸບັນ ອາການບາດເຈັບເລີ່ມຫາຍເປັນປົກກະຕິ ແລະ ມີຊື່ເຂົ້າຮ່ວມຝຶກຊ້ອມຄັດເລືອກ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈໍາປີ 2022 (AFF U23 CHAMPIONSHIP 2022) ຢູ່ທີ່ປະເທດກໍາປູເຈຍ ໃນລະຫວ່າງວັນທີ 14 – 26 ກຸມພາ 2022.

ແນວໃດກໍຕາມ ຫວັງວ່າ ຄອນສະຫວັນ ແກ້ວໜູຈັນ ຈະປະສົບຜົນສຳເລັດໃນເສັ້ນທາງຂອງການເປັນນັກກິລາບານເຕະອາຊີບ ຢູ່ປະເທດອິຕາລີ ແລະ ນຳເອົາຄວາມຮູ້ຄວາມສາມາດ ລວມທັງປະສົບການຝຶກຊ້ອມ ແລະ ແຂ່ງຂັນ ຢູ່ປະເທດອິຕາລີ ໃນ 4 ປີຂ້າງໜ້າ ເພື່ອກັບຄືນມາປະກອບສ່ວນພັດທະນາກິລາບານເຕະລາວຂອງພວກເຮົາ ໃຫ້ນັບມື້ນັບເຂັ້ມແຂງ ແລະ ດີຂື້ນໃນອະນາຄົດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/