ພ້ອມຮົບ! ໄຕ້ຫວັນ ປະກາດພ້ອມຕອບໂຕ້ແບບເຕັມກຳລັງ ຖ້າຈີນບຸກເຂົ້າມາໃນດິນແດນຂອງຕົນ

ໄຕ້ຫວັນ

ພາຍຫຼັງທາງການຈີນໄດ້ຍົກລະດັບການເຄື່ອນໄຫວທາງການທະຫານຂຶ້ນອີກ ໃກ້ກັບບໍລິເວນ ໝູ່ເກາະນ້ອຍໆຂອງໄຕ້ຫວັນ. ໄຕ້ຫວັນ ກໍໄດ້ປະກາດວ່າຈະໃຊ້ສິດໃນການປ້ອງກັນຕົນເອງ ແລະ ໂຈມຕີຕອບໂຕ້ ຖ້າວ່າຈີນໃຊ້ກຳລັງທາງທະຫານບຸກເຂົ້າມາດິນແດນຂອງຕົນ.

ທາງການຈີນນັ້ນຖືວ່າ ໄຕ້ຫວັນ ເປັນສ່ວນໜຶ່ງຂອງຈີນ ແລະ ໄດ້ເຮັດການຊ້ອມຮົບຫຼາຍຮອບບໍລິເວນໃກ້ຄຽງຕາມເກາະຕ່າງໆຂອງໄຕ້ຫວັນ ນັບຕັ້ງແຕ່ຕົ້ນເດືອນ ສິງຫາ ເພື່ອຕອບໂຕ້ການມາຢາມແຜ່ນດິນໄຕ້ຫວັນ ຂອງ ທ່ານ ແນນຊີ ເພໂລຊີ ປະທານສະພາຜູ້ແທນ ຂອງສະຫະລັດອາເມຣິກາ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂອງໄຕ້ຫວັນລະບຸວ່າ  ທາງການຈີນຍັງເຝົ້າຍາມທາງການທະຫານໃກ້ໄຕ້ຫວັນຢ່າງເຂັ້ມຂຸ້ນ ແລະ ມີເຈດຕະນາເຮັດໃຫ້ພື້ນທີ່ໃນຊ່ອງແຄບລະຫວ່າງໄຕ້ຫວັນ ແລະ ຈີນ ກາຍເປັນພື້ນທີ່ ທີ່ບໍ່ມີສະຖຽນລະພາບດ້ານຄວາມໝັ້ນຄົງ.

ລິນ ເຫວີນຫວງ Lin Wen-Huang ຮອງປະທານເສນາທິການ ທະຫານຂອງໄຕ້ຫວັນ ຝ່າຍປະຕິບັດການ ແລະ ວາງແຜນກ່າວວ່າ: “ສຳລັບເຮືອບິນ ຫຼື ກຳປັ່ນສູ້ຮົບ ໃດ ທີ່ເຂົ້າມາໃນອານາເຂດ ຂອງເຮົາ ທັງທາງທະເລ ແລະ ອາກາດ ກອງທັບແຫ່ງຊາດຈະໃຊ້ສິດໃນການປ້ອງກັນຕົນເອງ ແລະ ໂຈມຕີຕອບໂຕ້ໂດຍປາສະຈາກຂໍ້ຍົກເວັ້ນໃດໆ”.

ໂດຍກ່ອນໜ້ານີ້ ໄຕ້ຫວັນ ເຄີຍຍິງເຕືອນ ໂດຣນ (ເຮືອບິນໄຮ້ຄົນຂັບ) ຂອງຈີນມາແລ້ວ ໃນວັນທີ 30 ສິງຫາ ທີ່ຜ່ານມາ ຫຼັງຈາກທີ່ ປະທານນາທິບໍດີຂອງໄຕ້ຫວັນ ອອກຄຳສັ່ງໃຫ້ກອງທັບໄຕ້ຫວັນ ໃຊ້ມາດຕະການຕອບໂຕ້ຢ່າງໜັກໜ່ວງກັບຈີນ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ