ໃນວົງສົນທະນາຕາມຮ້ານກາເຟ ຫຼື ເທິງໂລກອອນລາຍ, ທຸກຄັ້ງທີ່ມີຂ່າວການເຂົ້າມາລົງທຶນຂອງຕ່າງຊາດ ຫຼື ທີ່ເຮົາເອີ້ນກັນວ່າ FDI (Foreign Direct Investment) ໃນ ສປປ ລາວ, ມັກຈະມີສຽງຈົ່ມວ່າ ແລະ ຄວາມກັງວົນຕາມມາສະເໝີ. ຫຼາຍຄົນມັກຈະຕັ້ງຄຳຖາມດ້ວຍຄວາມໜັກໃຈວ່າ “ລັດຖະບານໄປສ້າງໜີ້ອີກແລ້ວບໍ?”, “ເຂົ້າມາຂຸດຄົ້ນຊັບພະຍາກອນບ້ານເຮົາໄປໝົດແລ້ວ” ຫຼື ຮ້າຍແຮງໄປກວ່ານັ້ນຄືການມອງວ່າ FDI ແມ່ນການຂາຍຊາດ.
ໃນຖານະຜູ້ອອກຂ່າວ ແລະ ສັງເກດການ, ພວກເຮົາຢາກຊວນທຸກທ່ານມາພັກສຽງຈົ່ມເຫຼົ່ານັ້ນໄວ້ຊົ່ວຄາວ ແລ້ວມາເປີດໃຈເບິ່ງຄວາມຈິງອີກດ້ານໜຶ່ງຢ່າງມີພາວະວິໄສ. ມື້ນີ້ ເຮົາຈະມາຜ່າຕັດກັນໃຫ້ຊັດເຈນວ່າ ແທ້ຈິງແລ້ວ FDI ແມ່ນຫຍັງກັນແນ່, ມັນສ້າງໜີ້ໃຫ້ລັດຖະບານແທ້ບໍ, ແລະ ຕົວເລກຫຼ້າສຸດໃນຕົ້ນປີ 2026 ນີ້ ກຳລັງບອກອະນາຄົດຫຍັງແກ່ປະເທດເຮົາ.
ສິ່ງທຳອິດທີ່ພວກເຮົາຕ້ອງແຍກອອກຈາກກັນໃຫ້ຂາດ ກໍຄືຄວາມແຕກຕ່າງລະຫວ່າງ “ການກູ້ຢືມເງິນຂອງລັດຖະບານ” ແລະ “ການລົງທຶນໂດຍກົງຈາກຕ່າງປະເທດ”.
ຖ້າລັດຖະບານໄປກູ້ຢືມເງິນຈາກທະນາຄານໂລກ ຫຼື ຕ່າງປະເທດມາສ້າງຖະໜົນ, ນັ້ນຄືໜີ້ສິນສາທາລະນະ ທີ່ປະຊາຊົນທຸກຄົນຕ້ອງຮ່ວມກັນໃຊ້ຄືນ. ແຕ່ສຳລັບ FDI ແລ້ວ, ມັນປຽບເໝືອນການທີ່ເພື່ອນບ້ານນຳເອົາເງິນທຶນ, ເອົາແກ່ນພັນ ແລະ ເອົາເຄື່ອງມື ມາຂໍເຊົ່າພື້ນທີ່ໃນສວນຂອງເຮົາເພື່ອປູກຕົ້ນໄມ້ໃຫ້ໝາກ.
ຖ້າຕົ້ນໄມ້ນັ້ນຕາຍ ຫຼື ຂາດທຶນ, ເພື່ອນບ້ານຄົນນັ້ນເປັນຜູ້ຮັບຜິດຊອບຄວາມສ່ຽງເອງທັງໝົດ ລັດຖະບານລາວບໍ່ໄດ້ຕິດໜີ້ເຂົາເຈົ້າຈັກກີບ. ໃນທາງກົງກັນຂ້າມ, ຖ້າຕົ້ນໄມ້ນັ້ນອອກໝາກອອກຜົນ, ເຮົາກໍໄດ້ເກັບຄ່າເຊົ່າທີ່ດິນ, ໄດ້ເກັບອາກອນຈາກການຂາຍໝາກໄມ້ ແລະ ຄົນໃນບ້ານເຮົາກໍຍັງໄດ້ຄ່າຈ້າງຈາກການໄປຊ່ວຍເພື່ອນບ້ານຫົດນ້ຳໃສ່ຝຸ່ນ.
ດັ່ງນັ້ນ, ວາທະກຳທີ່ວ່າ “FDI ເຮັດໃຫ້ປະເທດເປັນໜີ້” ຈຶ່ງເປັນຄວາມເຂົ້າໃຈຜິດຢ່າງມະຫາສານ ທີ່ປິດກັ້ນໂອກາດໃນການຮຽນຮູ້ເສດຖະກິດຂອງພວກເຮົາເອງ.
ເມື່ອເຮົາເຂົ້າໃຈກົນໄກແລ້ວ, ລອງມາເບິ່ງພາບລວມການດຶງດູດການລົງທຶນຈາກຕ່າງປະເທດຂອງ ສປປ ລາວ ໃນປັດຈຸບັນ. ຕ້ອງຍອມຮັບວ່າ ທ່າມກາງສະພາບເສດຖະກິດໂລກທີ່ຜັນຜວນ, ສປປ ລາວ ຍັງຄົງມີທ່າອ່ຽງທີ່ສົດໃສ.
ອີງຕາມບົດລາຍງານສະຖິຕິເງິນຕາ ໄຕມາດທີ 1 ປີ 2026 ຂອງທະນາຄານແຫ່ງ ສປປ ລາວ, ປະເທດເຮົາມີກະແສເງິນລົງທຶນໂດຍກົງຈາກຕ່າງປະເທດໄຫຼເຂົ້າສຸດທິເຖິງ 401.38 ລ້ານໂດລາສະຫະລັດ. ຕົວເລກນີ້ບໍ່ແມ່ນເລື່ອງບັງເອີນ, ແຕ່ມັນເພີ່ມຂຶ້ນເຖິງ 11.22% ເມື່ອທຽບໃສ່ໄຕມາດຜ່ານມາ ແລະ ເພີ່ມຂຶ້ນ 5.69% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຕົວເລກເຫຼົ່ານີ້ເປັນການຢັ້ງຢືນດ້ວຍຂໍ້ມູນທາງສະຖິຕິວ່າ ຕ່າງຊາດຍັງຄົງເບິ່ງເຫັນທ່າແຮງ ແລະ ຄວາມເປັນໄປໄດ້ໃນດິນແດນແຫ່ງນີ້.
ແລ້ວເມັດເງິນມະຫາສານເຫຼົ່ານີ້ໄຫຼໄປໃສ? ເມື່ອວິເຄາະໂຄງສ້າງຂອງກະແສເງິນລົງທຶນ, ພວກເຮົາຈະເຫັນພາບທີ່ຊັດເຈນວ່າ ຂະແໜງພະລັງງານໄຟຟ້າຍັງຄົງເປັນພະເອກທີ່ຄອງອັນດັບໜຶ່ງຢ່າງໂດດເດັ່ນ ໂດຍກວມເອົາເຖິງ 53.87% ຂອງກະແສເງິນ FDI ທັງໝົດ.
ນີ້ສອດຄ່ອງກັບຍຸດທະສາດການຫັນປ່ຽນສູ່ພະລັງງານສະອາດ ເຊິ່ງເປັນທ່າອ່ຽງຂອງໂລກ. ຮອງລົງມາແມ່ນຂະແໜງການກໍ່ສ້າງ ທີ່ກວມເອົາ 15.63%, ຕາມມາດ້ວຍຂະແໜງການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ ທີ່ກວມເອົາ 13.26% ເຊິ່ງສະທ້ອນໃຫ້ເຫັນເຖິງການຂະຫຍາຍຕົວຂອງລະບົບທຸລະກິດບໍລິການ. ສ່ວນທີ່ເຫຼືອແມ່ນກະຈາຍໄປໃນຂະແໜງອຸດສາຫະກຳປຸງແຕ່ງ 5.7%, ການບໍ່ແຮ່ ແລະ ການຂຸດຄົ້ນ 4.38%, ແລະ ໜ້າເສຍດາຍທີ່ຂະແໜງກະສິກຳຍັງດຶງດູດໄດ້ພຽງແຕ່ 2.62% ເທົ່ານັ້ນ.
ສຳລັບແຫຼ່ງທີ່ມາຂອງທຶນ, ແນ່ນອນວ່າ ສປ ຈີນ ຍັງຄົງເປັນອ້າຍໃຫຍ່ທີ່ເຂົ້າມາລົງທຶນຫຼາຍກວ່າໝູ່ ໂດຍກວມເອົາເຖິງ 74.16% ຂອງມູນຄ່າທັງໝົດ, ຕາມມາດ້ວຍ ສສ ຫວຽດນາມ 14.97%, ແລະ ປະເທດໄທ 7.1%. ສິ່ງນີ້ສະທ້ອນໃຫ້ເຫັນເຖິງຄວາມສຳພັນທາງພູມສາດການເມືອງ ແລະ ເສດຖະກິດທີ່ແໜ້ນແຟ້ນກັບປະເທດເພື່ອນບ້ານໃກ້ຄຽງ.
ເປົ້າໝາຍຫຼັກຂອງລັດຖະບານໃນການເປີດປະຕູຮັບ FDI ບໍ່ແມ່ນການຍົກປະເທດໃຫ້ໃຜ, ແຕ່ແມ່ນການຢືມມືຕ່າງຊາດມາສ້າງສາປະເທດໃນຍາມທີ່ທຶນຮອນພາຍໃນເຮົາມີຈຳກັດ. ປະໂຫຍດປະການທຳອິດທີ່ເຫັນໄດ້ຊັດເຈນຄື ການພັດທະນາໂຄງລ່າງພື້ນຖານ. ເຂື່ອນໄຟຟ້າ, ໂຮງງານຂະໜາດໃຫຍ່ ສິ່ງເຫຼົ່ານີ້ລ້ວນແຕ່ຕ້ອງໃຊ້ເງິນມະຫາສານ ທີ່ງົບປະມານແຫ່ງລັດບໍ່ສາມາດແບກຮັບໄດ້ພຽງລຳພັງ.
ປະການຕໍ່ມາແມ່ນ ການສ້າງວຽກເຮັດງານທຳ; ທຸກໂຄງການທີ່ເກີດຂຶ້ນລ້ວນແຕ່ຕ້ອງການແຮງງານ ເຮັດໃຫ້ປະຊາຊົນມີລາຍຮັບ ຫຼຸດຜ່ອນການເຄື່ອນຍ້າຍແຮງງານອອກນອກປະເທດ.
ນອກຈາກນັ້ນ, ສິ່ງທີ່ສຳຄັນທີ່ສຸດໃນຍາມທີ່ປະເທດເຮົາປະເຊີນກັບອັດຕາເງິນເຟີ້ ແລະ ຄ່າເງິນກີບອ່ອນຄ່າ ຄືການໄດ້ຮັບ “ເງິນຕາຕ່າງປະເທດ”. ກະແສເງິນໂດລາທີ່ນັກລົງທຶນເອົາເຂົ້າມາເພື່ອຊື້ວັດສະດຸ, ຈ່າຍເງິນເດືອນ ແລະ ເສຍພາສີອາກອນ ຈະຊ່ວຍເພີ່ມຄວາມເຂັ້ມແຂງໃຫ້ແກ່ຄັງສຳຮອງເງິນຕາແຫ່ງຊາດ. ຍັງບໍ່ລວມເຖິງການຖ່າຍທອດເຕັກໂນໂລຊີ ແລະ ຄວາມຮູ້ໃໝ່ໆ ທີ່ພະນັກງານຄົນລາວຈະໄດ້ຮຽນຮູ້ຈາກຜູ້ຊ່ຽວຊານຕ່າງຊາດ ເພື່ອນຳມາພັດທະນາຕົນເອງໃນອະນາຄົດ.
ແນ່ນອນວ່າ, ບໍ່ມີຫຍັງໃນໂລກນີ້ທີ່ສົມບູນແບບ, FDI ກໍປຽບເໝືອນດາບສອງຄົມ. ຖ້າພວກເຮົາບໍລິຫານຈັດການບໍ່ດີ, ມັນກໍອາດສ້າງບາດແຜໃຫ້ປະເທດຊາດໄດ້ເຊັ່ນກັນ. ສິ່ງທີ່ປະຊາຊົນກັງວົນນັ້ນບໍ່ແມ່ນເລື່ອງໄຮ້ສາລະທັງໝົດ. ຕົວຢ່າງເຊັ່ນ: ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຈາກບາງໂຄງການຂຸດຄົ້ນບໍ່ແຮ່ ຫຼື ເຂື່ອນໄຟຟ້າ ທີ່ອາດທຳລາຍວິຖີຊີວິດເດີມຂອງຊາວບ້ານຖ້າບໍ່ມີການປະເມີນ ແລະ ຊົດເຊີຍທີ່ເປັນທຳ.
ນອກຈາກນີ້ ຍັງມີບັນຫາ “ການຮົ່ວໄຫຼຂອງຜົນກຳໄລ”. ເມື່ອນັກລົງທຶນຕ່າງຊາດໄດ້ກຳໄລ, ເຂົາເຈົ້າຍ່ອມສົ່ງກຳໄລນັ້ນກັບຄືນສູ່ປະເທດແມ່ຂອງຕົນ ເຊິ່ງເປັນເລື່ອງປົກກະຕິຂອງທຸລະກິດ. ຖ້າລັດຖະບານອອກແບບນະໂຍບາຍການຍົກເວັ້ນພາສີທີ່ຍາວນານເກີນໄປ ເພື່ອດຶງດູດເຂົາເຈົ້າ, ໃນທີ່ສຸດແລ້ວ ປະເທດຊາດອາດຈະໄດ້ຮັບພຽງເສດເຫຼືອຂອງຜົນກຳໄລເທົ່ານັ້ນ.
ອີກໜຶ່ງສິ່ງທ້າທາຍຄື ຖ້າແຮງງານລາວຍັງບໍ່ພັດທະນາສີມື, ຕຳແໜ່ງງານລະດັບສູງທີ່ມີລາຍຮັບດີ ກໍຈະຕົກເປັນຂອງຄົນຕ່າງຊາດທີ່ນັກລົງທຶນໜີບຕິດມາລົງທຶນນຳ, ສ່ວນຄົນລາວກໍຈະໄດ້ເປັນພຽງແຮງງານລາຄາຖືກຕໍ່ໄປ. ນີ້ຄືສິ່ງທ້າທາຍທີ່ລັດຖະບານຕ້ອງມີຄວາມເດັດຂາດໃນການກຳນົດເງື່ອນໄຂການລົງທຶນ.
ເພື່ອໃຫ້ເຫັນພາບທີ່ຊັດເຈນຂຶ້ນ, ພວກເຮົາລອງມາເບິ່ງກໍລະນີສຶກສາຈາກຕ່າງປະເທດກັນ. ອີງຕາມບົດລາຍງານການພັດທະນາຂອງທະນາຄານໂລກ (World Bank), ສສ ຫວຽດນາມ ປະເທດເພື່ອນບ້ານຂອງພວກເຮົາ ແມ່ນໜຶ່ງໃນຕົວຢ່າງທີ່ປະສົບຜົນສຳເລັດທີ່ສຸດໃນໂລກໃນການນຳໃຊ້ FDI ເພື່ອພິກໂສມໜ້າປະເທດ.
ໃນຊຸມປີ 1990, ຫວຽດນາມມີເສດຖະກິດທີ່ອ່ອນແອ, ແຕ່ຫຼັງຈາກການເປີດປະເທດ ແລະ ດຶງດູດ FDI ຢ່າງມີຍຸດທະສາດ ໂດຍສະເພາະການດຶງດູດບໍລິສັດເຕັກໂນໂລຊີຍັກໃຫຍ່ເຊັ່ນ Samsung, Intel, ແລະ Foxconn, ປັດຈຸບັນ ຫວຽດນາມໄດ້ກາຍເປັນຖານການຜະລິດເອເລັກໂຕຣນິກທີ່ສຳຄັນຂອງໂລກ. ສິ່ງທີ່ຫວຽດນາມເຮັດໄດ້ດີ ບໍ່ແມ່ນພຽງແຕ່ການໃຫ້ເຊົ່າດິນ, ແຕ່ພວກເຂົາ ມີກົດໝາຍ ນະໂຍບາຍທີ່ບັງຄັບໃຊ້ຢ່າງເຄັ່ງຄັດ ປາບການສໍ້ລາດບັງຫຼວງ ບັງຄັບໃຫ້ມີການຖ່າຍທອດເຕັກໂນໂລຊີ ແລະ ສ້າງຕ່ອງໂສ້ການຜະລິດທີ່ເຊື່ອມໂຍງກັບທຸລະກິດພາຍໃນປະເທດ, ເຮັດໃຫ້ເກີດການຈ້າງງານຫຼາຍລ້ານຕຳແໜ່ງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຢ່າງກ້າວກະໂດດ.
#LaoXperts #FDI #ການລົງທຶນຕ່າງປະເທດ #ເສດຖະກິດລາວ #LaosEconomy #FDILaos #ຂ່າວເສດຖະກິດ


