ຕາມການລາຍງານຂອງທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ໄດ້ກ່າວເມື່ອບໍ່ດົນນີ້ວ່າ: ໄລຍະຜ່ານມາແຂວງເຊກອງ ກໍຄືພະແນກ ຖວທ ແຂວງ ໄດ້ເອົາໃຈໃສ່ພັດທະນາ ພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ຕິດພັນກັບການໂຄສະນາສະຖານທີ່ທ່ອງທ່ຽວຕ່າງໆຜ່ານລາຍການຂອງວິທະຍຸ, ໂທລະພາບ, ວາລະສານ, ໜັງສືພິມ, ເວັບໄຊ ແລະ ສື່ອອນລາຍຕ່າງໆ. ນອກນັ້ນ, ຜະລິດແຜ່ນພັບ, ໂປສເຕີ, ປ້າຍໂຄສະນາແຫຼ່ງທ່ອງທ່ຽວ, ປ້າຍຄໍາຂວັນ ແລະ ຮ່ວມງານວາງສະແດງສິນຄ້າຜະລິດຕະພັນການທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.

ໃນສົກປີ 2020-2022 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າມາທ່ຽວຊົມແຂວງເຊກອງທັງໝົດ 87.266 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 7,8 ລ້ານກວ່າໂດລາສະຫະລັດ. ໃນນີ້, ປີ 2020 ມີນັກທ່ອງທ່ຽວເຂົ້າມາທ່ຽວຈໍານວນ 40.000 ເທື່ອຄົນ, ສ້າງລາຍຮັບໄດ້ 3,6 ລ້ານໂດລາສະຫະລັດ, ປີ 2021 ມີນັກທ່ອງທ່ຽວເຂົ້າມາທ່ຽວຈໍານວນ 17.266 ເທື່ອຄົນ, ສ້າງລາຍຮັບໄດ້ 1,5 ລ້ານກວ່າໂດລາສະຫະລັດ ແລະ ປີ 2022 ມີນັກທ່ອງທ່ຽວເຂົ້າມາທ່ຽວຈໍານວນ 30.000 ເທື່ອຄົນ, ສ້າງລາຍຮັບໄດ້ 2,7 ລ້ານໂດລາສະຫະລັດ.

ທ່ານ ບຸນທົງ ຖິ່ນດອນໂຂງ ໄດ້ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ທົ່ວແຂວງເຊກອງ ມີແຫຼ່ງທ່ອງທ່ຽວທັງ ໝົດ 42 ແຫ່ງ. ໃນນັ້ນ ມີແຫຼ່ງທ່ອງທ່ຽວທຳມະຊາດ 22 ແຫ່ງ, ປະຫວັດສາດ 9 ແຫ່ງ, ວັດທະນະທຳ 7 ແຫ່ງ ແລະ ແຫຼ່ງທ່ອງທ່ຽວດ້ານກະສິກຳ 4 ແຫ່ງ. ນອກນັ້ນ, ຍັງມີໂຮງແຮມ 8 ແຫ່ງ, ຣີສອດ 2 ແຫ່ງ, ເຮືອນພັກ 26 ແຫ່ງ, ສວນອາຫານ 6 ແຫ່ງ ແລະ ຮ້ານອາຫານ 28 ແຫ່ງ.
ຂອບໃຈຂໍ້ມູນຈາກ: https://bit.ly/3NydKSb
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/